7 ເຫດຜົນທີ່ຄວນກິນໝາກນັດໃຫ້ຫຼາຍຂຶ້ນ

0
1914

ໝາກນັດເປັນໝາກໄມ້ຊະນິດໜຶ່ງທີ່ແຊບ ແລະເປັນໝາກໄມ້ທີ່ໃຫ້ປະໂຫຍດຫຼາຍຢ່າງ ເພາະມີວິຕາມິນຫຼາຍຊະນິດເຊັ່ນ: ວິຕາມິນຊີ, ແມງການິດ, ວິຕາມິນບີ1,  ບີ6 , ໄຟເບີ, ແຄວຊຽມ, ທີ່ຊ່ວຍເພີ່ມພູມຄຸ້ມກັນ ແລະເຮັດໃຫ້ເຮົາມີສຸຂະພາບແຂງແຮງ

  1. ຊ່ວຍໃຫ້ສຸຂະພາບຂອງຫົວໃຈແຂງແຮງຂຶ້ນ: ເພາະໝາກນັດເຮັດໃຫ້ເລືອດໄຫຼວຽນໄດ້ງ່າຍ, ຖ້າເລືອດໄຫຼວຽນດີ ຈະເຮັດໃຫ້ຫຼຸດຄວາມສ່ຽງເປັນພະຍາດຫຼອດເລືືອດໃນສະໝອງ, ພະຍາດຫົວໃຈ ແລະບັນຫາກ່ຽວກັບລະບົບໄຫຼວຽນຂອງເລືອດ
  2. ປ້ອງກັນກັນອະນຸມູນອິດສະລະ: ເພາະໝາກນັດມີວິຕາມິນຊີຫຼາຍ ຊ່ວຍໃນການຕ້ານອະນຸມູນອິດສະລະໄດ້ດີ, ປ້ອງກັນອະນຸມູນອິດສະລະທີ່ທຳລາຍເຊວປົກກະຕິ ແລະກໍ່ໃຫ້ເກີດມະເຮັງ
  3. ຕ້ານການອັກເສບ: ໝາກນັດສາມາດຊ່ວຍຕ້ານການອັກເສບ, ເສີມສ້າງການເຮັດວຽກຂອງເອນໄຊເຊິ່ງເປັນໂຕສົ່ງຜົນກະທົບຫຼັກໃນການກໍ່ໃຫ້ເກີດການບວມ ແລະການອັກເສບ, ຫຼຸດການປວດເມື່ອຍຫຼືຄໍ່ອັກເສບ
  4. ປ້ອງກັນມະເຮັງ: ໝາກນັດປ້ອງກັນຄວາມເສຍຫາຍຈາກອະນຸມູນອິດສະລະ ແລະມີປະໂຫຍດໃນການຕ້ານການອັກເສບ ແລະຍັງສາມາດຫຼຸດຂະໜາດຂອງເນື້ອງງອກ ແລະສາມາດກຳຈັດອອກໄດ້
  5. ເຮັດໃຫ້ກະດູກ ແລະຜິວສຸຂະພາບດີ: ໝາກນັດອຸດົມດ້ວຍ ຟອດສະຟໍລັດ, ແມັງການິດ ແລະແຄວຊຽມ ເຊິ່ງຈະເຮັດໃຫ້ກະດູກແຂງແຮງ, ເຊິ່ງແມງການິດຍັງຮັກສາບາດແຜ ແລະເຮັດໃຫ້ຜິວເປັ່ງປັ່ງ ສົດໃສ
  6. ຊ່ວຍຍ່ອຍອາຫານໄດ້ດີ: ໝາກນັດຈະດີຕໍ່ລຳໄສ້ເຮັດໃຫ້ຍ່ອຍອາຫານໄດ້ດີ, ຊ່ວຍທຳຄວາມສະອາດກັກເກັບນໍ້າ ແລະຍັງບັນເທົາອາການເຈັບທ້ອງໄດ້ອີກດ້ວຍ
  7. ເປັນຢາດີໄອ: ດ້ວຍການກິນນໍ້າໝາກນັດຈະສາມາດເປັນຢາແກ້ໄອໄດ້, ເພາະມີຄຸນສົມບັດໃນການຕ້ານການອັກເສບ ແລະບັນເທົາອາການໄອ, ຖ້າດີແທ້ກໍຄວນເພີ່ມນໍ້າເຜິ້ງລົງເລັກໜ້ອຍ ເພາະຈະຊ່ວຍແກ້ບັນຫາການຕິດເຊື້ອໄດ້

ຕິດຕາມນານາສາລະ ກົດໄລຄ໌ເລີຍ!