spot_img
Homeນານາສາລະ7 ນິໄສ ທີ່ເງິນເດືອນຫຼາຍປານໃດ ກໍບໍ່ມີມື້ລວຍ

7 ນິໄສ ທີ່ເງິນເດືອນຫຼາຍປານໃດ ກໍບໍ່ມີມື້ລວຍ

Published on

ຄົນເຮົາທຸກຄົນ ເຮັວວຽກທຸກວັນນີ້ ກໍຫວັງສິ່ງຕອບແທນທີ່ຂຶ້ນຊື່ວ່າ “ ເງິນ ” ດ້ວຍກັນທັ້ງນັ້ນ ເພາະເຖິງແມ້ວ່າເງິນຈະຊື້ທຸກຢ່າງບໍ່ໄດ້ ແຕ່ຖ້າຈະຊື້ຫຍັງຕ້ອງໃຊ້ເງິນ ປະຄອງຊີວິດຊີວິດກໍຕ້ອງໃຊ້ເງິນ ຈຶ່ງບໍ່ແປກທີ່ຄົນເຮົາພະຍາຍາມຈະຫາວຽກທີ່ໄດ້ເງິນຫຼາຍ ບາງຄົນໄດ້ເຮັດວຽກທີ່ໃຈມັກ ກໍມີຄວາມສຸກ ແຕ່ຖ້າເງິນບໍ່ພໍໃຊ້ກໍທຸກໃຈໄດ້ເຊັນກັນ, ແຕ່ບາງຄົນເຮັດວຽກເງິນເດືອນຫຼາຍ ແຕ່ກໍກັບບໍ່ພໍໃຊ້ ຫຼືວ່າເຈົ້າມີ 7 ນິໄສນີ້ຢູ່?

  1. ພໍໄດ້ເງິນເດືອນເພີ່ມກໍຫາພາລະມາໃສ່ຕົວ: ຄົນເຮົາສ່ວນໃຫຍ່ຈະຄິດວ່າ ເມື່ອເງິນເພີ່ມຂຶ້ນ ກໍຮູ້ສຶກວ່າຢາກມີຊີວິດຄວາມເປັນຢູ່ທີ່ດີຂຶ້ນ ກໍໃຊ້ຈ່າຍຫຼາຍຂຶ້ນ ແລະຊື້ເຄື່ອງຂອງທີ່ແພງຂຶ້ນ ບໍ່ວ່າເງິນຫຼາຍປານໃດກໍໝົດ.
  2. ຢູ່ກັບປັດຈຸບັນ ແຕ່ບໍ່ເບິ່ງອະນາຄົດ: ຫຼາຍຄົນເວລາພົບປັນຫາຫຍັງຍາກໆ ກໍບໍ່ຢາກແກ້ ປະໄປວັນໆ ແລະນີ້ຄື “ ສູດແຫ່ງຄວາມຫາຍານະ ” ເພາະນິໄສນີ້ຈະຕິດໄສູ່ເລື່ອງຂອງການເງິນ ບາງທີຢາກໄດ້ຫຍັງກໍຊື້ໆ, ໝຸນໆໃຊ້ເງິນໄປກ່ອນ ຕອບສະໜອງຄວາຕ້ອງການໃນປັັດຈຸບັນ ແຕ່ບໍ່ໄດ້ເບິ່ງພາບໃຫຍ່ໃນຕໍ່ໜ້າ.
  3. ຄິດວ່າມື້ນີ້ຍັງບໍ່ຕ້ອງຟ້າວເກັບເງິນ: ເພາະຄິດວ່າຍັງບໍ່ສາຍ ແລ້ວຄ່ອຍເລີ່ມເກັບກໍໄດ້, ເຮົາອາຍຸຍັງນ້ອຍ, ສະໜຸກໆໄປກ່ອນ ແລ້ວອີກຈັກໜ່ອຍຄ່ອຍຄິດເລື່ອງການເກັບເງິນ.
  4. ບໍ່ເຄີຍຈົດບັນທຶກເລື່ອງການໃຊ້ເງິນ: ສ່ວນໃຫຍ່ມັກຈະຄິດວ່າເຮົາຮູ້ແລ້ວ ວ່າມີລາຍໄດ້ຢູ່ທາງດຽວຄືເງິນເດືອນ ແລ້ວແຕ່ລະເດືອນກໍມີຄ່າໃຊ້ຈ່າຍຫຍັງແດ່ ເລື່ອງໃຫຍ່ໆກໍ່ບໍ່ມີຫຼາຍເລື່ອງ ມີແຕ່ຜ່ອນລົດ, ຄ່າຫ້ອງ, ຄ່ານໍ້າ-ຄ່າໄຟ, ຄ່າອາຫານ… ກໍມີແຕ່ເທົ່ານີ້ບໍ່ຈໍາເປັນຕ້ອງຈົດບັນທຶກເລີຍ ຫຼືຈະຈົດໄປເຮັດຫຍັງ?.
  5. ແຍກບໍ່ອອກວ່າສິ່ງໃດຈໍາເປັນ, ແມ່ນຫຍັງທີຢາກ ແຖມຍັງບໍ່ມີເປົ້າໝາຍທາງການເງິນ: ບາງທີມັນກໍສັສົນປົນເປ ບາງເລື່ອງເປັນພຽງແຕ່ຄວາມຢາກ ແຕ່ຄິດວ່າມັນຈໍາເປັນ.

ເຄັດລັບໃນການວາງແຜນການເງິນ, ແລະວາງແຜນເປົ້າໝາຍຊີວິດກໍຄື: ຂຽນໃສ່ເຈ້ຍແລ້ວຕິດໄວ້ໜ້າແວ່ວບ່ອນແຕ່ງຕົວ ຫຼືຕູ້ເສື້ອຜ້າ ຕິດໄວ້ບ່ອນທີ່ເຮົາເຫັນມັນທຸກມື້ ເພື່ອມັນຈະເຕືອນ ຫຼືຕອກຢໍ້າລົງໄປໃນຈິດໃຕ້ສໍານຶກໃຫ້ຮ່າງກາຍ ແລະສະມອງ ຕອບສະໜອງສະເພາະສິ່ງທີ່ຈະນໍາໄປສູ່ເປົ້າໝາຍນີ້ເທົ່ານັ້ນ.

  1. ມີໜີ້ບໍ່ຮີບໃຊ້: ຕາໃດທີ່ມີເງິນເດືອນຢູ່ກໍຜ່ອນໄປເລື້ອຍໆ ເວລາມີເງິນກ້ອນມາ ແທນທີ່ຈະເອົາໄປໃຊ້ໜີ້ ກັບເອົາໄປໃຊ້ຈ່າຍທາງອື່ນ ປະໃຫ້ດອກເບ້ຍມັນກັດກິນຢູ່ນັ້ນແຫລະ.

ປ່ຽນວ່າເປັນວ່າ: ມີເງິນກ້ອນເມື່ອໃດໃຫ້ເອົາໄປໃຊ້ໜີ້ທີ່ດອກເບ້ຍສູງສຸດກ່ອນສະເໝີ ປິດໃຫ້ໝົດໄວ້ທີ່ສຸດ ແມ້ວ່າເຂົາຂະເປີດໂອກາດໃຫ້ຜ່ອນໄດ້ດົນຊົ່ວຊີວິດກໍຕາມ ( ເພາະນັ້ນຄືວິທີຫາກິນຂອງທະນາຄານ ຫຼືເຈົ້າໜີ້ )

  1. ອັບເກດອຸປະກອນຮອບກາຍຕະຫຼອດເວລາ: ຜູ້ຍິງບາງຄົນ…ບຶດລະຊື້ກະເປົ່າ, ເສື້ອຜ້າ ແລະເກີບ.

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...