spot_img
Homeຂ່າວພາຍ​ໃນບານໂລກ 2014 ກາສິໂນມາເກົາ ລາຍໄດ້ຂາດ 3,400 ລ້ານໂດລາ

ບານໂລກ 2014 ກາສິໂນມາເກົາ ລາຍໄດ້ຂາດ 3,400 ລ້ານໂດລາ

Published on

ທ່ານ ຟຣານຊິສ ແຕມ ລັດຖະມົນຕີເສດຖະກິດ ແລະ ການເງິນຂອງເຂດປົກຄອງພິເສດມາເກົາ ສາທາລະນະລັດປະຊາຊົນຈີນ

ອອກມາໃຫ້ສຳພາດຕໍ່ສື່ມວນຊົນ ໃນວັນອັງຄານທີ 1 ກໍລະກົດ 2014 ນີ້ວ່າ ບານໂລກປີ 2014 ທີ່ປະເທດເບຣຊິນ ສົ່ງຜົນກະທົບ

ຢ່າງຮ້າຍແຮງຕໍ່ລາຍໄດ້ ແລະ ລະບົບເສດຖະກິດໂດຍລວມຂອງມາເກົາ.  ທ່ານ ແຕມ ລະບຸວ່າ ລາຍໄດ້ຈາກບ່ອນຫຼິ້ນການພະນັນ

ຖືກກົດໝາຍແລະ ທຸລະກິດກາສິໂນຂອງມາເກົາ ໄດ້ປັບຫຼຸດຢ່າງຕໍ່ເນື່ອງ ຫຼັງຈາກທີ່ລູກຄ້າສ່ວນໃຫຍ່ ຫັນເຫຄວາມສົນໃຈໄປສ່ຽງ

ໂຊກ ດ້ວຍການພະນັນໃນການແຂ່ງຂັນເຕະບານໂລກ ແທນການເຂົ້າໄປໃຊ້ບໍລິການຕູ້ເກມ, ຫຼິ້ນໄພ້ ແລະ ການພະນັນໃນຮູບ

ແບບຕ່າງໆ ຢູ່ໃນກາສິໂນຄືດັ່ງທີ່ເຄີຍເປັນມາ.

 

 

ທ່ານລັດຖະມົນຕີເສດຖະກິດ ແລະ ການເງິນຂອງມາເກົາ ຍັງເຜີຍໃຫ້ຮູ້ອີກວ່າ ລາຍໄດ້ລວມຂອງກາສິໂນທັງ 35 ແຫ່ງຂອງມາເກົາ

ຫາຍໄປເຖິງ 3,400 ລ້ານໂດລາສະຫະລັດ ຫຼື ປະມານ 27,308 ຕື້ກີບ ໃນເດືອນມິຖຸນາຜ່ານມາ ຖ້າຫາກທຽບໃສ່ກັບຊ່ວງໄລຍະ

ດຽວກັນຂອງປີກາຍນີ້.

 

ດ້ານນັກວິເຄາະລະບຸວ່າ ມີຄວາມເປັນໄປໄດ້ທີ່ລາຍໄດ້ລວມຂອງກາສິໂນໃນມາເກົາ ອາດປັບຕົວຫຼຸດລົງເຖິງ 6% ຕ່ຳກ່ວາທີ່ການແຂ່ງ

ຂັນບານໂລກໃນບຣາຊິນ ຈະປິດສາກລົງໃນກາງເດືອນນີ້ ແລະ ຈະສົ່ງຜົນກະທົບຕໍ່ການເຕີບໂຕທາງດ້ານເສດຖະກິດຂອງມາເກົາ

ໃນປີນີ້ ເຊິ່ງອາດຈະເຮັດໃຫ້ບໍ່ເປັນໄປຕາມເປົ້າໝາຍທີ່ກຳນົດ.

 

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...