Homeຂ່າວພາຍ​ໃນ60 ປີ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ

60 ປີ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍ

Published on

60 ປີ ແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ຣັດເຊຍບັນລຸຜົນສຳເລັດໃນຫຼາຍດ້ານ ບໍ່ວ່າຈະເປັນ ການຮ່ວມມືດ້ານການເມືອງ, ເສດຖະກິດ-ການຄ້າ, ການພັດທະນາ, ລວມເຖິງການຈັດຕັ້ງການແລກປ່ຽນດ້ານມະນຸດສະທຳ.

ທ່ານ ເຊຣເກ ລາຟໂຣຟ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສ.ຣັດເຊຍ ໄດ້ກ່າວໃນໂອກາດເຂົ້າພົບປະ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດແຫ່ງ ສປປ ລາວ, ພ້ອມດ້ວຍທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ພ້ອມທັງເຈລະຈາກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ທີ່ນະຄອນຫຼວງວຽງຈັນ ໃນວັນທີ 7 ກໍລະກົດ 2021.

ທ່ານ ເຊຣເກ ລາຟໂຣຟ ກ່າວວ່າ: ຕະຫຼອດ 6 ທົດສະວັດພາຍໃຕ້ການຮ່ວມມືດ້ານ ເສດຖະກິດ-ການຄ້າ ລະຫວ່າງສອງປະເທດ ລາວ-ຣັດເຊຍ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆທີ່ບັນລຸຜົນສຳເລັດໃນຫຼາຍຂົງເຂດ ເຊັ່ນ ຂົງເຂດພະລັງງານໄຟຟ້ານໍ້າຕົກ, ບໍ່ແຮ່ ແລະ ການຜະລິດຜະລິດຕະພັນສິ່ງພິມທີ່ປອດໄພ.

ພ້ອມດຽວກັນນັ້ນ, ການພັດທະນາການສຶກສາກໍເປັນບູລິມະສິດສຳຄັນໜຶ່ງ ເຊິ່ງແຕ່ລະປີຈະມີນັກສຶກສາລາວກວ່າ 100 ຄົນໄດ້ຮັບທຶນການສຶກສາຊັ້ນສູງຈາກລັດຖະບານຣັດເຊຍ, ເຫັນໄດ້ຈາກສົກປີ 2020-2021 ທີ່ຈະມາເຖິງນີ້ ທາງຣັດເຊຍກໍໄດ້ສະໜັບສະໜູນທຶນການສຶກສາ ຈໍານວນ 92 ທຶນ ໃຫ້ແກ່ ສປປ ລາວ ເຊິ່ງເຫັນວ່າ ໄດ້ເພີ່ມຂຶ້ນເກືອບ 3 ເທົ່າ ໃນໄລຍະ 5 ປີ ທີ່ຜ່ານມາ.

ເປັນເວລາ 60 ປີ ທີ່ສອງປະເທດ ລາວ-ຣັດເຊຍ ບໍ່ພຽງແຕ່ສາມາດປົກປັກຮັກສາ, ແຕ່ຍັງເສີມຂະຫຍາຍມູນເຊື້ອແຫ່ງມິດຕະພາບ, ຄວາມສາມັກຄີ ແລະ ການສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ. ຂະນະທີ່ປັດຈຸບັນທັງສອງຊາດກໍກຳລັງປະເຊີນໜ້າກັບພາລະໜ້າທີ່ໃໝ່ ໃນການສ້າງການຮ່ວມມືຮອບດ້ານ ແລະ ນຳໄປສູ່ຂອບເຂດໃໝ່.

ຂໍ້ມູນຈາກ: ສະຖານທູດຣັດເຊຍ

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...