spot_img
Homeຂ່າວພາຍ​ໃນ6 ເດືອນຕົ້ນປີ, ຂົວມິດຕະພາບ ລາວ-ໄທ 1 ກວດກາຄົນເຂົ້າອອກເມືອງໄດ້ 2 ລ້ານກວ່າຄົນ

6 ເດືອນຕົ້ນປີ, ຂົວມິດຕະພາບ ລາວ-ໄທ 1 ກວດກາຄົນເຂົ້າອອກເມືອງໄດ້ 2 ລ້ານກວ່າຄົນ

Published on

6 ເດືອນຕົ້ນປີ, ດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໄດ້ສຸມໃສ່ເຮັດວຽກງານວິຊາ ສະເພາະ ກວດກາຄົນເຂົ້າ-ອອກເມືອງ ໃຫ້ມີຄວາມຮັບປະກັນທາງດ້ານກົດຫມາຍ ແລະ ຖືກຕ້ອງຕາມ ລະບຽບການ ເປັນຕົ້ນແມ່ນ ການກວດກາເອກະສານເດີນທາງຂອງຜູ້ໂດຍສານ ແລະ ກວດກາພາຫະນະ ເຂົ້າ-ອອກພາຍໃນດ່ານ, ສາມາດແຈ້ງຄົນເຂົ້າເມືອງໄດ້ 1.030.702 ຄົນ ຍິງ 520.033 ຄົນ ແລະ ແຈ້ງ ຄົນອອກເມືອງໄດ້ 1.060.145 ຄົນ ຍິງ 533.545 ຄົນ.

ພັທ ກິດອນ ກິວົງໄຊ ຮອງຫົວຫນ້າຄະນະຄຸ້ມຄອງດ່ານ ຫົວຫນ້າດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ໃຫ້ຮູ້ວ່າ:

ດ່ານ ຕມ ສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ແມ່ນຫນ່ວຍງານວິຊາສະເພາະຫນຶ່ງ ຕາມສາຍຕັ້ງ ວິຊາສະເພາະ ຂຶ້ນກັບ ພະແນກຕໍາຫຼວດກວດຄົນເຂົ້າ-ອອກເມືອງ ຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ແລະ ກົມຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ມີພາລະບົດບາດໃນການເຮັດວຽກງານ ກວດກາຄົນເຂົ້າ-ອອກເມືອງ; ຕາມສາຍຂວາງ ແມ່ນຂຶ້ນກັບ ຄະນະຄຸ້ມຄອງດ່ານສາກົນຂົວມິດຕະພາບ ລາວ-ໄທ ແຫ່ງທີ 1, ມີພາລະບົດບາດໃນການເຮັດວຽກງານ ກວດກາຄົນເຂົ້າ-ອອກເມືອງ, ວຽກງານ ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ.ເຮັດວຽກບໍລິຫານ ແລະ ການ ອໍານວຍຄວາມສະດວກຕ່າງໆ ໃຫ້ມີຄວາມສະດວກວ່ອງໄວ ເຊິ່ງສະແດງອອກຄື:

– ແຈ້ງຄົນເຂົ້າເມືອງ ໄດ້ 1.030.702 ຄົນ ຍິງ 520.033 ຄົນ
– ແຈ້ງຄົນອອກເມືອງ ໄດ້ 1.060.145 ຄົນ ຍິງ 533.545 ຄົນ
– ແຈ້ງພາຫະນະເຂົ້າເມືອງ ໄດ້ 151.664 ຄັນ
– ແຈ້ງພາຫະນະອອກເມືອງ ໄດ້ 159.853 ຄົນ
ນອກນັ້ນ, ຍັງໄດ້ເອົາໃຈໃສ່ເຮັດວຽກງານ ສັງເກດການຕິດຕາມຄວາມເປັນລະບຽບຮຽບຮ້ອຍ ພາຍໃນດ່ານ, ກວດກາບຸກຄົນທີ່ເຂົ້າ-ອອກພາຍໃນດ່ານ, ປ້ອງກັນເວນຍາມປະຕູໂຂງໃຫຍ່, ກ້ອງຂົວ, ລານ ລົດບັນທຸກຂາອອກ, ປ້ອງກັນສະກັດກັ້ນ ບຸກຄົນບໍ່ດີ ທີ່ຈະມາສ້າງຄວາມວຸ້ນວາຍ ແລະ ສ້າງສະຖານະການ ຕ່າງໆຢູ່ພາຍໃນດ່ານ, ໄດ້ນໍາພາຈັດຕັ້ງໃຫ້ພະນັກງານທີ່ຂຶ້ນກັບ ຄະນະສະເພາະກິດປະຈໍາດ່ານ ລົງຈັດສັນ ຄວາມເປັນລະບຽບຮຽບຮ້ອຍພາຍໃນດ່ານ ຈໍານວນ 114 ຄັ້ງ, ໄດ້ສືກສາອົບຮົມຜູ່ຂັບຂີ່ລົດ ທີ່ຈອດບໍ່ຖືກ ຕາມປ້າຍທີ່ທາງດ່ານກໍານົດ 37 ຄັ້ງ ແລະ ໄດ້ລົງຕິດຕາມກວດກາພາຍຫຼັງໂມງປິດດ່ານ ພົບເຫັນລົດທີ່ ຈອດຄ້າງຄືນ ຈໍານວນ 57 ຄັນ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...