spot_img
Homeນານາສາລະ5 ອາຊີບເສີມສ້າງລາຍຮັບ ແລະ ເທັກນິກການຂາຍທີ່ມີປະສິດຕິພາບເພື່ອໃຫ້ຢູ່ລອດໃນຊ່ວງໂຄວິດ

5 ອາຊີບເສີມສ້າງລາຍຮັບ ແລະ ເທັກນິກການຂາຍທີ່ມີປະສິດຕິພາບເພື່ອໃຫ້ຢູ່ລອດໃນຊ່ວງໂຄວິດ

Published on

ເມື່ອສະພາບການຍັງຢູ່ໃນຊ່ວງໄລຍະເຝົ້າລະວັງການລະບາດໂຄວິດ-19 ເຮັດໃຫ້ຫຼາຍຜູ້ປະກອບການໄດ້ຮັບຜົນກະທົບຕໍ່ລາຍຮັບ ສຳລັບມະນຸດເງິນເດືອນແບບພວກເຮົາທີ່ຕົກຢຸ່ໃນສະພາບລຳບາກແບບນີ້ ຕ້ອງລອງປ່ຽນວິກິດເປັນໂອກາດ ເພາະບາງທຸລະກິດກໍ່ສ້າງລາຍຮັບໄດ້ດີໃນໄລຍະນີ້.

  • ອາຊີບຄ້າຂາຍທາງອອນລາຍ
  • ອາຊີບກະສິກຳປູກຝັງ-ລ້ຽງສັດ
  • ອາຊີບຮັບຈ້າງຂົນສົ່ງ Delivery
  • ເຮັດອາຫານເພື່ອສຸຂະພາບ Delivery
  • ຮັບສັ່ງເຄື່ອງພາຍໃນ ແລະ ຕ່າງປະເທດ

ສຳລັບຄົນທີ່ຈະເລີ່ມຕົ້ນຫາລາຍໄດ້ເສີມໃນຊ່ວງນີ້ຈະຕ້ອງສຶກສາປັດໄຈພື້ນຖານໃນການເຮັດທຸລະກິດຂະໜາດນ້ອຍກ່ອນ ເຊິ່ງຈະມີລາຍລະອຽດດັ່ງນີ້:

  • ຕັ້ງເປົ້າໝາຍໃຫ້ຊັດເຈນ
  • ເລືອກກຸ່ມລູກຄ້າໃຫ້ແນ່ນອນ
  • ວາງແຜນການທຳງານ/ການຂາຍໃຫ້ເປັນລະບົບ
  • ລົງມືເຮັດຢ່າງຕັ້ງໃຈເພື່ອໃຫ້ຜົນຜະລິດ/ສິນຄ້າໄດ້ຄຸນນະພາບ
  • ຄວບຄຸມຄຸນນະພາບໃຫ້ໄດ້ມາດຕະຖານ
  • ມີການຫຸ້ມຫໍ່ບັນຈຸພັນທີ່ໜ້າຊື້
  • ສຶກສາຄວາມຕ້ອງການຂອງລູກຄ້າຕາມກະແສ
  • ສຳຫຼວດຄູ່ແຂ່ງໃນຕະຫຼາດ
  • ເບິ່ງຫາເທັກນິກການຂາຍຕ່າງໆ
  • ກະຕຸ້ນຍອດຂາຍຜ່ານສື່ອອນລາຍ

ທັງໝົດນີ້ຈະຊ່ວຍສ້າງແບຣນສິນຄ້າໃຫ້ເປັນທີ່ຮູ້ຈັກ ແລະ ເພີ່ມລາຍຮັບໃຫ້ກັບທ່ານໄດ້ຫຼາຍຂຶ້ນ ເຊິ່ງເຮົາເອງກໍ່ຕ້ອງດຸໝັ່ນໃນການໂປຣໂມດສິນຄ້າ ແລະ ການບໍລິການຂອງຕົນເອງຢ່າງສະໝໍ່າສະເໝີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...