- ຊ່ວຍກະຕຸ້ນການເຜົາຜານໄຂມັນ ມີບັນຫາເລື່ອງຄວາມຕຸ້ຍແລະໄຂມັນສ່ວນເກີນ ໃຊ້ນ້ຳມັນໝາກພ້າວໃຫ້ເປັນປະໂຫຍດ ໄຂມັນໃນນ້ຳມັນໝາກພ້າວຈະຊ່ວຍກະຕຸ້ນການເຜົາຜານໄຂມັນໃນສ່ວນທ້ອງຂອງທ່ານ ຈາກຜົນການສຶກສາພົບວ່າການຮັບປະທານນ້ຳມັນໝາກພ້າວປະມານ 30 ມິນລິລີດຕໍ່ມື້ຈະຊ່ວຍລຸດຊັ້ນໄຂມັນໄດ້
- ຊ່ວຍກະຕຸ້ນການເຮັດວຽກງານຂອງສະໝອງ ກົດໄຂມັນສາຍກາງ (medium chain fatty acid) ໃນນ້ຳມັນໝາກພ້າວຊ່ວຍກະຕຸ້ນການເຮັດວຽກຂອງສະໝອງແລະກະບວນການຮັບຮູ້ຂອງມະນຸດ ນອກຈາກນີ້ຜົນການສຶກສາຍັງບອກດ້ວຍວ່າກົດໄຂມັນສາຍກາງ ໃນນ້ຳມັນໝາກພ້າວຍັງຊ່ວຍປ້ອງກັນພະຍາດອັນໄຊເມີນຳ
- ຊ່ວຍໃຫ້ກະດູກແຂງແຮງ ປະໂຫຍດອີກຢ່າງໜຶ່ງຂອງນ້ຳມັນໝາກພ້າວຄື ຊ່ວຍເສີມສ້າງຄວາມແຂງແຮງໃຫ້ກະດູກ ການຮັບປະທານນ້ຳມັນໝາກພ້າວເປັນປະຈຳເປັນການເພີ່ມແຄຊຽມແລະແມກນີຊຽມໃຫ້ກັບກະດູກ ເຮັດໃຫ້ກະດູກຈະເລີນເຕີບໂຕໄດ້ດີແລະແຂງແຮງ
- ຊ່ວຍໃຫ້ຜົມງາມ ລອງເອົາມາໝັກຜົມດ້ວຍນ້ຳມັນໝາກພ້າວໃຫ້ທົ່ວແລ້ວປະໄວ້ປະມານ10-15 ນາທີ ແລ້ວຄ່ອຍສະຜົມລ້າງອອກຈະຊ່ວຍໃຫ້ຜົມຂອງເຈົ້າມີນ້ຳໜັກເງົາງາມຂຶ້ນ
- ຊ່ວຍປິ່ນປົວອາການຜິດປົກກະຕິທາງຜິວໜັງ ຜົນການສຶກສາຫລວງຫລາຍພົບວ່ານ້ຳມັນໝາກພ້າວຊ່ວຍປິ່ນປົວອາການຜິດປົກກະຕິທາງຜິວໜັງເຊັ່ນ ພະຍາດຂີ້ທູດ, ສິວ,ນອກຈາກນີ້ຫາກໃຊ້ເປັນປະຈຳນ້ຳມັນໝາກພ້າວຍັງຊ່ວຍສະໝານບາດແຜຕ່າງໆ
