spot_img
Homeຂ່າວການສຶກສາ4 ຂໍ້ຄວນກຽມພ້ອມ ຖ້າຈະຮຽນຕໍ່ປະລິນຍາໂທ

4 ຂໍ້ຄວນກຽມພ້ອມ ຖ້າຈະຮຽນຕໍ່ປະລິນຍາໂທ

Published on

ຫາກທ່ານກຳລັງຕ້ອງການຮຽນຕໍ່ປະລິນຍາໂທ ເຊິ່ງປະຈຸບັນກຳລັງມີຫຼາຍສະຖາບັນປະກາດຮັບສະໝັກ

ນັກສຶກສາປະລິນຍາໂທຊຸດໃໝ່ຢູ່ຫຼາຍແຫ່ງ ເຊິ່ງກ່ອນທີ່ຈະຕັດສິນໃຈຮຽນຕໍ່ນັ້ນ ພວກເຮົາມີຄຳແນະນຳ

ເຖິງການກຽມພ້ອມ 4 ຂໍ້ ກ່ອນລຸຍສະໜາມ ປ.ໂທ ມາຝາກທ່ານ.

 

1. ກຽມກຳລັງຊັບ

ການຮຽນປະລິນຍາໂທ ຫາກເປັນມະຫາວິທະຍາໄລພາຍໃນປະເທດນັ້ນ ຈະໃຊ້ເວລາຮຽນປະມານ 1 ປີເຄິ່ງ

ຫາ 2 ປີ ໂດຍມີຄ່າໃຊ້ຈ່າຍປະມານ 20 – 30 ລ້ານກີບ ຂຶ້ນຢູ່ກັບຫຼັກສູດຂອງແຕ່ລະສາຂາວິຊາ ເຊິ່ງອາດຈະ

ຫຼາຍ ຫຼື ໜ້ອຍແຕກຕ່າງກັນໄປ ເຊິ່ງນອກຈາກນັ້ນແລ້ວ ຍັງລວມເຖິງຄ່າໃຊ້ຈ່າຍອື່ນໆ ທີ່ປິ່ນອ້ອມຢູ່ໃນ

ຂະບວນການສຶກສາຮ່ຳຮຽນອີກດ້ວຍ.  ສະນັ້ນ, ເມື່ອຕັດສິນໃຈຈະລົງສະໜາມການສຶກສາອີກຄັ້ງ ກໍຕ້ອງ

ແນ່ໃຈຢ່າງຊັດເຈນວ່າ ຕົນເອງມີຄວາມສາມາດຈ່າຍຢ່າງພຽງພໍ ຈິ່ງຄ່ອຍຕັດສິນໃຈສອບຄັດເລືອກ.

 

2.  ເລືອກສະຖານທີ່ຮຽນທີ່ເໝາະສົມ

ໂດຍສະເພາະແມ່ນເລື່ອງຄວາມສະດວກດ້ານເວລາ ເພາະບາງຄົນຈະເຮັດວຽກໄປພ້ອມ ແລະ ຮຽນໄປ

ນຳ ເຊິ່ງຈະເຮັດໃຫ້ບໍ່ເສຍເວລາໃນການເດີນທາງ, ແຕ່ສຳລັບຢູ່ຕ່າງແຂວງ ເຊິ່ງບໍ່ທັນມີຕາໜ່າງຫຼັກ

ສູດປະລິນຍາໂທໄປຮອດ ກໍຄົງຈຳເປັນຈະຕ້ອງໄດ້ເລືອກເອົາລະຫວ່າງ ຈະຮຽນຕໍ່ກ່ອນ ຫຼື ເຮັດວຽກໄປ

ກ່ອນ ແລ້ວໄລຍະໜຶ່ງຈິ່ງຂໍອະນຸຍາດທາງກົມກອງ ເພື່ອຂຶ້ນມາສຶກສາຮ່ຳຮຽນ ໃນກໍລະນີຫຼັງນີ້ກໍຍາກ

ພໍສົມຄວນ ເພາະການຕັດສິນໃຈຂອງເຮົາ ອາດບໍ່ສອດຄ່ອງກັບການຕັດສິນໃຈຂອງກົມກອງທີ່ເຮົາ

ສັງກັດຢູ່ກໍເປັນໄດ້.

 

3.  ຕັ້ງໃຈຮຽນ

ຕ້ອງຫາປະສົບການ ແລະ ສ້າງເກຼດຄະແນນໃຫ້ດີທີ່ສຸດ ໂດຍຖ້າຫາກເຮົາຮຽນຢ່າງຕັ້ງໃຈທີ່ຈະສຶກສາ

ຫາຄວາມຮູ້ນັ້ນ ປະສົບການທີ່ໄດ້ໃນຂະນະທີ່ຮຽນປະລິນຍາໂທ ກໍຈະເປັນປະໂຫຍດຕໍ່ການເຮັດວຽກງານ

ແລະ ຄວາມຈະເລີນກ້າວໜ້າໃນອາຊີບຂອງເຮົາໄດ້.

 

4.  ວາງແຜນ ແລະ ກຽມພ້ອມສຳລັບການຮຽນ

ມີຄວາມພາກພຽນ ມີຄວາມມຸ່ງໝັ້ນຢ່າງຕັ້ງໃຈ ທີ່ຈະຮຽນໄປນຳ ແລະ ເຮັດວຽກໄປພ້ອມ ເຊິ່ງນັ້ນບໍ່ແມ່ນ

ເລື່ອງງ່າຍພໍປານໃດ, ແຕ່ກໍບໍ່ຍາກເກີນໄປ ຖ້າຫາກເຮົາຫາກມີການວາງແຜນ ແລະ ບໍລິຫານເວລາຂອງ

ຕົນໄດ້ຢ່າງສອດຄ່ອງ ກໍຈະເຮັດໃຫ້ການຮຽນຂອງເຮົາ ບໍ່ກະທົບຕໍ່ເວລາຂອງການເຮັດວຽກ ແລະ ການເຮັດ

ວຽກ ກໍຈະບໍ່ຖ່ວງດຶງເວລາໃນການສຶກສາຄົ້ນຄ້ວາ ກົງກັນຂ້າມຖ້າຫາກມີການວາງແຜນທີ່ດີ ການຮຽນ

ແລະ ການເຮັດວຽກ ຈະສ້າງປະສົບການ ແລະ ຄວາມຮູ້ທີ່ເລິກເຊິ່ງໃຫ້ແກ່ເຮົາເອງ ເຮັດໃຫ້ການຮຽນມີຄຸນ

ນະພາບ ແລະ ສາມາດນຳເອົາສິ່ງທີ່ຮຽນມານັ້ນ ມາໃຊ້ໃຫ້ເກີດປະໂຫຍດກັບກົມກອງທີ່ເຮົາສັງກັດຢູ່.

 

ຖ້າຫາກທ່ານຄິດວ່າ ທັງ 4 ຂໍ້ນີ້ ສາມາດລຸຍຜ່ານໄດ້ ກໍຮີບຕັດສິນໃຈຊອກຫາໂອກາດ ພັດທະນາຕົນເອງ

ໃຫ້ກາຍເປັນບຸກຄະລາກອນທີ່ມີຄຸນນະພາບ ເພື່ອພັດທະນາປະເທດຊາດຂອງພວກເຮົາ.

 

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...