spot_img
Homeຊີວິດແລະຄວາມຮັກ3 ສາເຫດຜົນຫຼັກທີ່ຍິງຄົນໜຶ່ງຍອມເປັນ "ເມຍນ້ອຍ" (ທຸກຢ່າງຍ່ອມມີເຫດຜົນໃນຕົວຂອງມັນ)

3 ສາເຫດຜົນຫຼັກທີ່ຍິງຄົນໜຶ່ງຍອມເປັນ “ເມຍນ້ອຍ” (ທຸກຢ່າງຍ່ອມມີເຫດຜົນໃນຕົວຂອງມັນ)

Published on

ໃນຄໍລຳ ຊີວິດ ແລະ ຄວາມຮັກ ວັນນີ້ເຮົາຈະມາເວົ້າເລື່ອງກ່ຽວກັບເມຍນ້ອຍ ເພາະເລື່ອງຄວາມຮັກມັນບໍ່ເຂົ້າໃຜອອກໃຜ ຫາກຜູ້ຊາຍສ່ວນຫຼາຍຍັງນິຍົມມີເຮືອນນ້ອຍເຮືອນໃຫຍ່ ແນ່ນອນເລີຍວ່າ ບັນຫາເລື່ອງມີເມຍນ້ອຍກໍ່ຈະບໍ່ມີວັນຈົບສິ້ນ ເມື່ອຍັງມີຝ່າຍຕ້ອງການຢູ່ ແນ່ນອນເລີຍວ່າຕ້ອງມີຝ່າຍຕອບສະໜອງ ແອັດມິນໄດ້ເຂົ້າໄປອ່ານຫົວບົດນີ້ທີ່ ຂ່າວໄທໂພສຕ໌ Excite ເຊິ່ງໄດ້ເປີດເຜີຍຜົນການວິໄຈເຈາະເລິກຫົວໃຈເມຍນ້ອຍຍຸກໃໝ່ ເຫດຜົນໃຫຍ່ “ເປັນຫຍັງຈິງຮັກຜົວເຂົາ” ກໍ່ສາມາດໄດ້ບົດສະຫຼຸບທີ່ແບ່ງອອກຕາມສາເຫດ ແລະ ປັດໄຈຫຼັກຂອງການຍອມເປັນ ເມຍນ້ອຍ ຈະພົບວ່າ:

F10840447-8

– ແມ່ຍິງ 35% ຍອມເປັນເມຍນ້ອຍເພາະຕ້ອງການຄວາມຮັກ, ຄວາມອົບອຸ່ນຈາກຊາຍທີ່ຕົນຮັກ ແລະ ຢາກມີທີ່ເພິ່ງທາງໃຈ, ຢາກມີເສົາຫຼັກໃຫ້ກັບຊີວິດ
– ແມ່ຍິງ 30% ຈຳໃຈຕ້ອງເປັນເມຍນ້ອຍ ເພາະຖືກຜູ້ຊາຍຫຼອກ
– ແມ່ຍິງ 25% ຍອມເປັນເມຍນ້ອຍເພາະຕ້ອງການເງິນ, ວັດຖຸສິ່ງຂອງ ແລະ ຄົນອຸປະຖຳລ້ຽງດູ, ສົ່ງເສີມຊີວິດ
– ແມ່ຍິງ 10% ໃຫ້ເຫດຜົນອື່ນໆ

ຢ່າງໃດກໍ່ຕາມ ທິດສະດີຂອງຄວາມຮັກນັ້ນມັນບໍ່ມີກຳນົດຫຼັກການຕາຍຕົວ ແຕ່ສິ່ງທີ່ຕາຍຕົວກໍ່ຄືຖ້າຄວາມຮັກ ບໍ່ມີຄວາມສື່ສັດໃຫ້ແກ່ກັນກໍ່ຫາຄວາມສຸກທີ່ແທ້ຈິງໄດ້ຍາກ ສະນັ້ນການຮັກດຽວໃຈດຽວດີທີ່ສຸດບໍ່ມີຝ່າຍໃດເສຍໃຈ ແລະ ບໍ່ປວດຫົວກັບບັນຫາເລື່ອງເມຍນ້ອຍເມຍໃຫຍ່

ຂໍ້ມູນຈາກ: http://thaimisc.pukpik.com/freewebboard/php/vreply.php?user=khunboat&topic=49

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...