spot_img
Homeຂ່າວພາຍ​ໃນ6 ເດືອນຕົ້ນປີ 2023 ມີການລົງທຶນພາກເອກະຊົນຢູ່ແຂວງອັດຕະປື 10 ໂຄງການ

6 ເດືອນຕົ້ນປີ 2023 ມີການລົງທຶນພາກເອກະຊົນຢູ່ແຂວງອັດຕະປື 10 ໂຄງການ

Published on

6 ເດືອນຕົ້ນປີ 2023 ມີ ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ຢູ່ແຂວງອັດຕະປື 10 ໂຄງການ ມູນຄ່າ 54 ຕື້ກວ່າກີບ.

ທ່ານ ບຸນເສີດ ເສດທິລາດ ຮອງເຈົ້າແຂວງອັດຕະປື ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາປະຊາຊົນແຂວງ ຊຸດທີ II ໃຫ້ຮູ້ວ່າ: ສະພາບການລົງທຶນໃນທົ່ວແຂວງອັດຕະປື ໃນ 6 ເດືອນຕົ້ນປີ 2023 ແມ່ນມີການລົງທຶນລວມທົ່ວສັງຄົມ (ທຶນຈາກງົບປະມານພາຍໃນ, ທຶນຊ່ວຍເຫຼືອທາງ ການເພື່ອການພັດທະນາ (ODA), ທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ, ການສະໜອງສິນເຊື່ອຂອງທະນາຄານ) ປະຕິບັດໄດ້ 2.639 ຕື້ກີບ ເທົ່າກັບ 93% ຂອງແຜນການ (ມະຕິສະພາ 2.851,83 ຕື້ກີບ); ໃນນີ້ການລົງທຶນຂອງລັດ ມີທັງໝົດ 191 ໂຄງການ ມູນຄ່າທຶນອະນຸມັດໃນປີ 35,09 ຕື້ກີບ; ໃນ 6 ເດືອນຕົ້ນປີ ອະນຸຍາດຈ່າຍເງິນລົງທຶນມູນຄ່າ 95,23 ຕື້ກີບ, ໃນນັ້ນຈ່າຍເງິນລົງທຶນຂອງລັດ (ສະພາຮັບຮອງ) 74 ໂຄງການ ຈໍານວນ 10,08 ຕື້ກີບ, ຈ່າຍເງິນຄັງສະສົມຂອງແຂວງ ຊໍາລະ 34 ໂຄງການ ຈໍານວນ 23,79 ຕື້ກີບ, ຈ່າຍຊໍາລະໂຄງການໄພພິບັດ ເມືອງສະໜາມໄຊ 16 ໂຄງການ 55,95 ຕື້ກີບ ແລະ ຈ່າຍເງິນກອງທຶນພັດທະນາ ຊຸມຊົນ 16 ໂຄງການ ຈໍານວນ 5,41 ຕື້ບກີບ.

ພ້ອມດຽວກັນນັ້ນ, ກໍໄດ້ສຸມໃສ່ ແກ້ໄຂໜີ້ສິນຂອງລັດ ດ້ວຍຮູບແບບອວ່າຍໜີ້ສາມແຈ ໃນບ້ວງເງິນ 8.000 ຕື້ກີບ ເຊິ່ງແຂວງອັດຕະປື ໄດ້ສະເໜີອວ່າຍໜີ້ 9 ໂຄງການ ມູນຄ່າ 25 ຕື້ກວ່າກີບ, ປັດຈຸບັນໄດ້ປະກອບເອກະສານສົ່ງໃຫ້ກະຊວງແຜນການ ແລະ ການລົງທຶນແລ້ວ ລໍຖ້າກະຊວງຄົ້ນຄວ້າພິຈາລະນາ ພ້ອມສືບຕໍ່ຈັດຕັ້ງປະຕິບັດ.

ຜົນການກວດກາແຫ່ງລັດ ແລະ ຜົນການກວດສອບຕາມມະຕິສະພາ ໂດຍສະເພາະການຫັກລົບມູນຄ່າໜ້າວຽກທີ່ບໍ່ໄດ້ປະຕິບັດຕາມ ແຈ້ງການເລກທີ 130/ຫສນຍ ແຂວງອັດຕະປື ມີ 13 ໂຄງການ ມູນຄ່າທີ່ຕ້ອງຫັກລົບ 14,6 ຕື້ກີບ. ທຶນຊ່ວຍເຫຼືອທາງການ ເພື່ອການພັດທະນາ ມີ 45 ໂຄງການ (ຂົງເຂດເສດຖະກິດ 22 ໂຄງການ ຂົງເຂດວັດທະນະທໍາ – ສັງຄົມ 23 ໂຄງການ) ປະຕິບັດໄດ້ 98,75 ຕື້ ກີບ ເທົ່າກັບ 50% ຂອງແຜນການ ( ມະຕິສະພາ 195,73 ຕື້ກີບ). ການລົງທຶນເອກະຊົນພາຍໃນ ແລະ ຕ່າງປະເທດ ໃນ 6 ເດືອນ ຜ່ານມາ ໄດ້ອອກອະນຸຍາດການ ລົງທຶນ ຈໍານວນ 10 ໂຄງການ, ໃນນັ້ນຂັ້ນສູນກາງ ອະນຸຍາດ 2 ໂຄງການ ແລະ ຂັ້ນທ້ອງຖິ່ນ ອະນຸຍາດ 8 ໂຄງການ, ມູນຄ່າການລົງທຶນທັງໝົດ 54,18 ຕື້ກີບ ມູນຄ່າໃຊ້ຈ່າຍ ໃນການລົງທຶນຕົວຈິງຂອງບັນດາໂຄງການລົງທຶນຂອງພາກເອກະຊົນໃນທົ່ວແຂວງ ໃນໄລຍະ 6 ເດືອນ 995 ຕື້ກີບ ເທົ່າກັບ 86% ຂອງແຜນການ (ມະຕິສະພາ 1.152 ຕື້ກີບ), ຮັບຮອງແຜນນໍາເຂົ້າ ຈໍານວນ 3 ໂຄງການ ມູນຄ່າ 14,52 ລ້ານໂດລາ.

ແຫຼ່ງຂ່າວ ເສດຖະກິດການຄ້າ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...