spot_img
Homeຂ່າວພາຍ​ໃນປະກາດ​ການ​ເລື່ອນ​ຊັ້ນ​ນາຍ​ທະຫານ​ ຊັ້ນພັນ​ຕີ ຂຶ້ນ ພັນ​ໂທ

ປະກາດ​ການ​ເລື່ອນ​ຊັ້ນ​ນາຍ​ທະຫານ​ ຊັ້ນພັນ​ຕີ ຂຶ້ນ ພັນ​ໂທ

Published on

ໃນ​ວັນ​ທີ 1 ພະຈິກ 2022 ຜ່ານມາ, ຢູ່​ສະໂມສອນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄ ໄດ້ຈັດພິທີ​ປະກາດ​ເລື່ອນ​ຊັ້ນ​ນາຍ​ທະຫານ ຢູ່ ທະຫານ​ແຂວງ​ພາກ​ເໜືອ ແລະ ກອງ​ພົນ​ທີ 3,  ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພົນ​ຈັດຕະວາ ພູມີ ດາລາ​ເພັດ ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ, ມີ ສະຫາຍ ພົນ​ຈັດຕະວາ ຄຳ​ຢີນ ແສງ​ສຸ​ລີ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ຄະນະ​ພັກ-ຄະນະ​ບັນຊາ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ, ຜົ້ງ​ສາລີ, ຫຼວງ​ນ້ຳ​ທາ, ບໍ່​ແກ້ວ, ກອງ​ພົນ​ທີ 3, ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 1 ພ້ອມ​ດ້ວຍພະນັກງານ​ນາຍ​ທະຫານ​ທີ່​ໄດ້​ຮັບ​ການ​ເລື່ອນ​ຊັ້ນ​ໃໝ່ ເຂົ້າ​ຮ່ວມ.

ສະຫາຍ ພັນ​ເອກ ວົງ​ເພັດ ວົງສາ​ຫວັນ ຮອງ​ຫົວໜ້າ​ກົມ​ພະ ນັກງານ ກົມ​ໃຫຍ່​ການເມືອງ​ກອງ ທັບ​ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ລັດຖະ ມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ ວ່າ​ດ້ວຍ​ ການ​ເລື່ອນ​ຊັ້ນ​ນາຍ​ທະ ຫານ​ຊັ້ນພັນ​ຕີ ຂຶ້ນ ພັນ​ໂທ ຂອງ​ບັນດາ​ກົມ​ກອງ ຢູ່ ທະຫານ​ແຂວງ​ພາກ​ເໜືອ ແລະ ກອງ​ພົນ​ທີ 3, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ວ່າ​ດ້ວຍ​ການ​ເລື່ອນ​ຊັ້ນ​ນາຍ​ທະຫານ​ຈາກ​ຊັ້ນພັນ​ຕີ ຂຶ້ນ ຊັ້ນພັນ​ໂທ ຈຳນວນ 46 ສະຫາຍ.

ສະຫາຍ ພົນ​ຈັດຕະວາ ພູມີ ດາລາ​ເພັດ ໄດ້​ກ່າວ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ຜົນງານ ທີ່​ພະນັກງານ​ນາຍ​ທະຫານ​ສ້າງ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ ພ້ອມ​ທັງ, ເນັ້ນ​ໜັກ​ໃຫ້ຕ້ອງ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການ ເມືອງ​ໃຫ້​ສູງ​ຂຶ້ນ​ກວ່າ​ເກົ່າ, ເອົາໃຈໃສ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ເຂົ້າ​ໃນ​ການ​ຄົ້ນຄວ້າ​ຊອກ​ຮູ້​ຮໍ່າ​ຮຽນ​ເປັນ​ແບບຢ່າງ, ປະຕິບັດ​ການ​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃນ​ການ​ນຳພາ-ບັນຊາ, ແບບແຜນ​ດຳລົງ​ຊີວິດ​ໃຫ້​ສອດຄ່ອງ​ກັບ​ໜ້າທີ່​ການເມືອງ​ຂອງ​ກົມ​ກອງ, ແທດ​ເໝາະ​ກັບ​ສະພາບ​ການ​ຕົວ​ຈິງ​ຢ່າງ​ລະອຽດ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ກົມ​ກອງ​ໃຫ້ໜັກ​ແໜ້ນ ເຂັ້ມແຂງ. ໂດຍ: Lao people’s Army News

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...