spot_img
Homeຂ່າວຕ່າງປະເທດຊາຍອິນເດຍ ຜູ້ທີ່ມີເມຍຫຼາຍທີ່ສຸດໃນໂລກ ໄດ້ເສຍຊີວິດແລ້ວ

ຊາຍອິນເດຍ ຜູ້ທີ່ມີເມຍຫຼາຍທີ່ສຸດໃນໂລກ ໄດ້ເສຍຊີວິດແລ້ວ

Published on

ພາບຖ່າຍ ທ້າວ ໄຊອໍນາ ຊານາ

ວັນທີ 14 ເດືອນມິຖຸນາ 2021 ສຳນັກຂ່າວ BBC ລາຍງານວ່າ ທ້າວ ໄຊອໍນາ ຊານາ (Ziona Chana) ຜູ້ທີ່ມີເມຍຫຼາຍທີ່ສຸດໃນໂລກ ໄດ້ເສຍຊີວິດແລ້ວດ້ວຍໄວ 76 ປີ ຫຼັງຈາກຕໍ່ສູ້ກັບໂລກເບົາຫວານ ແລະ ຄວາມດັນໂລຫິດສູງ.

ພາບຖ່າຍລວມ ຄອບຄົວ ທ້າວ ໄຊອໍນາ ຊານາ

ເລື່ອງລາວຂອງທ້າວ ໄຊອໍນາ ເປັນທີ່ສົນໃຈຂອງສື່ໃນຊ່ວງຫຼາຍປີທີ່ຜ່ານມາ ໂດຍຄອບຄົວໃຫຍ່ຂອງລາວໃຊ້ຊີວິດຢູ່ນຳກັນໃນອາຄານ 4 ຊັ້ນ ຂະໜາດ 100 ຫ້ອງ ໂດຍທີ່ບັນດາເມຍໄດ້ພັກຢູ່ຮ່ວມກັນ ເຊິ່ງໄດ້ຕິດກັບຫ້ອງນອນສ່ວນຕົວຂອງ ທ້າວ ໄຊອໍນາ ເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນແຫຼ່ງທ່ອງທ່ຽວອັນສຳຄັນຂອງລັດ Mizoram ໃນອິນເດຍ ມີທ່ອງທ່ຽວຈຳນວນຫຼາຍທີ່ຕ້ອງການຂໍມາເບິ່ງວິຖີການໃຊ້ຊີວິດຂອງຄອບຄົວນີ້.

ພາບບ້ານ ທ້າວ ໄຊອໍນາ ຊານາ

ພໍ່ຕູ້ຂອງ ທ້າວ ໄຊອໍນາ ເປັນຜູ້ກໍ່ຕັ້ງ ລັດຊານາ ພອລ ເຊິ່ງໃຫ້ຜູ້ຊາຍສາມາດມີເມຍໄດ້ຫຼາຍຄົນ ກໍ່ຕັ້ງຂຶ້ນໃນປີ 1942 ຈົນປັດຈຸບັນລັດຖິນີ້ມີສະມາຊິກປະມານ 2,000 ຄົນ ແລະ ທັງໝົດອາໄສຢູ່ໃນໝູ່ບ້ານ ທີ່ໃກ້ກັບບ້ານຂອງ ທ້າວ ໄຊອໍນາ.

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...