ພະນັກງານໂຮງງານຕັດຫຍິບເກືອບ 17 ພັນຄົນຈະໄດ້ຮັບເງິນອຸດໜູນຄົນລະ 900,000 ກີບ

ສຳນັກຂ່າວສານປະເທດລາວ ໄດ້ລາຍງານວ່າ: ອົງການປະກັນສັງຄົມແຫ່ງຊາດ ໄດ້ປະກາດໃຫ້ເງິນອຸດໜູນໄລຍະສັ້ນ ຈຳນວນ 1,8 ລ້ານໂດລາສະຫະລັດ ແກ່ຜູ້ປະກັນຕົນຂອງອົງການປະກັນສັງຄົມແຫ່ງຊາດ ໃນຂົງເຂດໂຮງງານຕັດຫຍິບ ຈຳນວນ 17.000 ກວ່າຄົນ ໃນ ສປປ ລາວ ທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍມີກຳນົດເລີ່ມຈ່າຍແຕ່ ເດືອນມີນາ 2021 ເປັນຕົ້ນໄປ

ຈຸດປະສົງໃນການໃຫ້ເງິນອຸດໜູນໄລຍະສັ້ນຄັ້ງນີ້, ແມ່ນເພື່ອຊ່ວຍເຫລືອແຮງງານໃນຂົງເຂດຕັດຫຍິບທີ່ສູນເສຍລາຍຮັບ ແລະ ເພື່ອເປັນການສະໜັບສະໜູນໃຫ້ໂຮງງານ ໃນການຫລຸດຜ່ອນຄ່າໃຊ້ຈ່າຍໃນການຊ່ວຍເຫລືອຜູ້ອອກແຮງງານ ແລະ ສາມາດສືບຕໍ່ດຳເນີນທຸລະກິດໄດ້ຢ່າງຕໍ່ເນື່ອງ. ເງິນຈຳນວນດັ່ງກ່າວ, ໄດ້ຮັບການຊ່ວຍເຫລືອຈາກ ກະຊວງການຮ່ວມມືດ້ານເສດຖະກິດ ແລະ ການພັດທະນາ ຂອງສະຫະພັນເຢຍລະມັນ ແລະ ໄດ້ຮັບການສະໜັບສະໜູນດ້ານວິຊາການ ຈາກອົງການແຮງງານສາກົນ.

ຮຽບຮຽງຂ່າວ: ພຸດສະດີ

1 COMMENT

Comments are closed.