Homeຂ່າວພາຍ​ໃນ27 ບ້ານໄດ້ຮັບຜົນກະທົບ ຈາກເຫດນໍ້າຖ້ວມທີ່ແຂວງຫຼວງນໍ້າທາ

27 ບ້ານໄດ້ຮັບຜົນກະທົບ ຈາກເຫດນໍ້າຖ້ວມທີ່ແຂວງຫຼວງນໍ້າທາ

Published on

ເນື່ອງຈາກຝົນຕົກໜັກຕິດຕໍ່ກັນຫຼາຍມື້ ເຮັດໃຫ້ປະລິມານນໍ້າຫ້ວຍ ແລະ ແມ່ນໍ້າສາຍຕ່າງໆຢູ່ແຂວງຫຼວງນໍ້າທາ ຍຶ່ງຂຶ້ນສູງ ແລະ ໄຫຼມາໂຮມກັນ ຈຶ່ງເຮັດໃຫ້ນໍ້າຖ້ວມບ້ານເຮືອນຂອງປະຊາຊົນປະ ມານ 27 ບ້ານ ຢູ່ແຂວງຫຼວງນໍ້າທາ. ປັດຈຸບັນຫຼາຍພາກສ່ວນຢູ່ພາຍໃນແຂວງ, ແຂວງອື່ນ ແລະ ທາງສູນກາງ ເລັ່ງໃຫ້ການຊ່ວຍ ເຫຼືອຜູ້ປະສົບໄພອອກຈາກພື້ນທີ່ຕິດຄ້າງ ພ້ອມຈັດສັນທີ່ພັກອາໄສ ແລະ ສະບຽງອາຫານໃຫ້.

May be an image of 5 people and the Panama Canal

ທ່ານ ພັນທະລີ ແກ້ວຫຼ້າ ວິຊາການຂະແໜງບໍລິຫານ ພະແນກແຮງງານ ສະຫວັດດີການ ແລະ ສັງຄົມ ແຂວງຫຼວງນໍ້າທາ ໄດ້ໃຫ້ຮູ້ຂໍ້ມູນເບື້ອງຕົ້ນວ່າ: ເນື່ອງຈາກຝົນຕົກໜັກມາແຕ່ວັນທີ 8 ກັນຍາ 2024 ແລະ ໃນຕອນເຊົ້າເວລາ 1:00 ຂອງວັນທີ 9 ກັນຍາ ເຮັດໃຫ້ປະລິມານນໍ້າຫ້ວຍ, ຮ່ອງ ແລະ ແມ່ນໍ້າສາຍຕ່າງໆຢູ່ແຂວງຫຼວງນໍ້າທາ ຍຶ່ງຂຶ້ນສູງ ແລະ ໄຫຼມາໂຮມກັນເປັນກະແສນໍ້າໄຫຼແຮງ ພ້ອມໄຫຼລົ້ນຖ້ວມເຮືອນຊານ, ຊັບສິນ ແລະ ພື້ນທີ່ກະ ສິກຳ ຂອງພໍ່ແມ່ປະຊາຊົນໃນຂອບເຂດແຂວງຫຼວງນໍ້າທາ ຈົນໄດ້ ຮັບຜົນກະທົບໜັກໜ່ວງ.

May be an image of 5 people

ຈາກການເກັບກໍາຂໍ້ມູນເບື້ອງຕົ້ນແມ່ນມີ 27 ບ້ານທີ່ຖືກຜົນກະທົບເຊັ່ນ: ບ້ານບໍ່ເຕ່ນ, ບ້ານບໍປຽດ,ບ້ານຕີນຕົກ, ນາເຕີຍ, ບ້ານນໍ້າແດງໃຕ້, ບ້ານນໍ້າແດງເໝືອ, ບ້ານຕາຫວ່ານ, ບ້ານ ນໍ້າທຸງ, ບ້ານຫ້ວຍຂີງ, ບ້ານປ່າປົວະ, ບ້ານທົ່ງໄຈ້ໃຕ້, ບ້ານດອນສໍາພັນ, ບ້ານຫົວຂົວ, ບ້ານທົ່ງອົ້ມ, ບ້ານວຽງເໝືອ, ບ້ານວຽງໃຕ້, ບ້ານຫຼວງ, ບ້ານຂອນ, ບ້ານດອນຄູນ, ບ້ານທ່າອໍ້, ບ້ານໃໝ່, ບ້ານປ່າສັກ ບ້ານປຸງ, ບ້ານທົ່ງຂວາ ແລະ ບ້ານອື່ນອີກ ລວມ 27 ບ້ານ ແລະ ເຫດການໄພພິບັດຄັ້ງນີ້ເບື້ອງຕົ້ນແມ່ນເຮັດມີຜູ້ເສຍຊິວິດ 1 ຄົນ (ເພດຊາຍ) ແລະ ສູນຫາຍອີກ 1 ຄົນ (ເພດຊາຍ).

May be an image of 6 people and body of water

ການໃຫ້ຄວາມຊ່ວຍເຫຼືອປະຈຸບັນຢູ່ພາຍໃນແຂວງແມ່ນມີກຸ່ມອາສາສະໝັກຫຼາຍກຸ່ມ ສົມທົບກັບເຈົ້າໜ້າທີ່ ທະຫານ, ຕຳຫຼວດ ແລະ ໜ່ວຍງານກ່ຽວຂ້ອງແມ່ນໄດ້ລະດົມທຶນ ກັບສະບຽງອາ ຫານ ມາແຕ່ງເປັນຈຸດໆ ເພື່ອແຈກຢາຍໃຫ້ກັບຜູ້ປະສົບໄພນໍ້າຖ້ວມ. ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງໆຫຼວງນໍ້າທາ ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ກ່ອນໜ້າເຫດການນໍ້າຖ້ວມນີ້ແມ່ນພວກເຮົາໄດ້ມີການແຈ້ງໃຫ້ປະຊາຊົນມີສະຕິເຝົ້າລະວັງຢ່າງຕໍ່ເນື່ອງ.

May be an image of 12 people and crowdປັດຈຸບັນແມ່ນພວກເຮົາເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນເປັນວຽກທຳອິດ ແຕ່ຍັງມີຄວາມຊັກຊ້າ ເນື່ອງຈາກອຸປະກອນເປັນເຮືອ, ລົດ ກໍຍັງບໍ່ມີຫຼາຍ ບວກກັບສະພາບອາກາດປະຈຸບັນທີ່ຝົນຍັງຕົກໜັກ ເສັ້ນທາງສັນຈອນໄປມາບໍ່ສະດວກ. ສຳລັບຈຸດທີ່ພວກເຮົາຈັດເປັນສະຖານທີ່ຮອງຮັບປະຊາຊົນ ຫຼື ບ່ອນພັກເຊົາຂອງພໍ່ແມ່ປະຊາຊົນແມ່ນ ໂຮງໝໍທະຫານ, ໂຮງໝໍຕຳຫຼວດ ແລະ ໂຮງຮຽນ ມສ ແຂວງ.

ຂ່າວ: ເສດຖະກິດການຄ້າ, ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...