spot_img
Homeຂ່າວພາຍ​ໃນ2017 ລາວຕ້ອງການງົບປະມານ 131 ຕື້ກີບສະໜອງໃຫ້ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

2017 ລາວຕ້ອງການງົບປະມານ 131 ຕື້ກີບສະໜອງໃຫ້ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

Published on

ທ່ານລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຄໍາແພງ ໄຊສົມແພງ ໄດ້ລາຍງານຢູ່ກອງປະຊຸມສະພາແຫ່ງຊາດໃນວັນທີ 27 ຕຸລານີ້ວ່າ: ໃນປີ 2017 ຂະແໜງການຕົນຕ້ອງການເງິນ 131 ຕື້ກວ່າກີບ ເພື່ອປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດໃນຈໍານວນ 6.616 ຄົນ. ໃນນັ້ນນະໂຍບາຍເງິນປ່ຽນແທນໂກຕາລົດ ລວມເປັນເງິນປະມານ 20 ຕື້ກວ່າກີບ, ອຸດໜູນເທື່ອດຽວໃຫ້ຜູ້ເສຍສະຫລະຊີວິດປາງສົງຄາມ 46 ຕື້ກວ່າກີບ ແລະ ອຸດໜູນບໍາເນັດເທື່ອດຽວ 62 ຕື້ກວ່າກີບ. ນອກຈາກນີ້ຍັງຈະໄດ້ປະຕິບັດຕໍ່ເປົ້າໝາຍທົ່ວໄປຕາມດໍາລັດຂອງນາຍົກ ລັດຖະມົນຕີກ່ຽວກັບການສະໜອງວັດຖຸຜະລິດອົງຄະທຽມ, ບໍລິການພະນັກງານເສຍອົງຄະມາຕໍ່ຂາທຽມ ແລະ ຕັດເຄື່ອງນຸ່ງໃຫ້ພະນັກງານເສຍອົງຄະທີ່ຈະຕ້ອງນໍາໃຊ້ງົບປະມານເກືອບ 2 ຕື້ກີບ.
ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການ ກ່າວວ່າ: ນັບແຕ່ປີ 1993-2015 ລາວໄດ້ປະຕິບັດນະໂຍບາຍດ້ານຕ່າງໆໃຫ້ບັນດາເປົ້າໝາຍ ເຊັ່ນ: ນະໂຍບາຍທີ່ຢູ່ອາໃສ, ໂກຕາລົດ ແລະ ເງິນປ່ຽນແທນໂກຕາລົດ, ອຸດໜູນນາມມະຍົດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ປຸກສ້າງເຮືອນໃຫ້ພະນັກງານເສຍອົງຄະພິເສດ, ອຸດໜູນເທື່ອດຽວໃຫ້ຄອບຄົວຜູ້ເສຍສະລະຊີວິດຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບໃນພາລະກິດປົດປ່ອຍຊາດ, ອຸດໜູນບຳເນັດໃຫ້ພະນັກງານ, ທະຫານ, ຕຳຫລວດ, ຕາແສງ, ຄະນະແນວລາວຮັກຊາດ ແລະ ກອງຫລອນທີ່ບໍ່ມີເງື່ອນໄຂຮັບບຳນານໄດ້ທັງໝົດ 29.390 ຄົນເປັນເງິນຫລາຍກວ່າ 400 ຕື້ກີບ ແລະ ໄດ້ແກ້ໄຂນະໂຍບາຍອຸດໜູນບຳນານຄືນໃຫ້ພະນັກງານ, ທະຫານ, ຕຳຫລວດຜູ້ທີ່ມີເງື່ອນໄຂໄດ້ທັງໝົດ 2.098 ຄົນ, ຄົ້ນຄວ້າແກ້ໄຂຮັບນະໂຍບາຍອຸດໜູນເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບລວມທັງໝົດ 2.450 ຄົນ.

ນອກຈາກເປົ້າໝາຍບູລິມະສິດດັ່ງກ່າວແລ້ວ, ຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ຍັງໄດ້ສົມທົບກັບອຳນາດການປົກຄອງທ້ອງຖິ່ນຄົ້ນຄວ້າແກ້ໄຂນະໂຍບາຍເງິນສົມທົບປຸກສ້າງໄດ້ທັງໝົດ 1.795 ຄົນເປັນເງິນກວ່າ 40 ຕື້ກີບ ແລະ ແຕ່ລະປີກໍໄດ້ຕັດເຄື່ອງນຸ່ງໃຫ້ພະນັກງານເສຍອົງຄະໃນ 12 ສູນທົ່ວປະເທດຈຳນວນ 647 ຄົນ ແລະ ຊື້ວັດຖຸດິບຜະລິດຂາທຽມໃຫ້ພະນັກງານເສຍອົງ ຄະ ແລະ ໄດ້ຄົ້ນຄວ້າ, ຢັ້ງຢືນຜົນງານໃຫ້ພະນັກງານບຳນານ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫລວດທີ່ເຂົ້າການປະຕິວັດນັບແຕ່ວັນທີ 31 ທັນວາ 1974 ຄືນຫລັງເພື່ອຫັນສິດນຳໃຊ້ທີ່ດິນເຮືອນ ແລະ ພາຫະນະລັດຄຸ້ມຄອງເປັນສິດນຳໃຊ້ສ່ວນບຸກຄົນໄດ້ທັງໝົດ 1.487 ຄົນ, ພ້ອມທັງໄດ້ເອົາໃຈ ໃສ່ປັບປຸງພື້ນຖານໂຄງລ່າງຢູ່ບັນດາສູນເສຍອົງຄະ, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານ ແລະ ການດຳລົງຊີວິດຂອງພະນັກງານຢູ່ບັນດາສູນເສຍອົງຄະດັ່ງກ່າວໄດ້ເປັນປົກະຕິ, ພ້ອມໄດ້ຈັດຕັ້ງນຳພາພະນັກງານປະຕິວັດອາວຸໂສໄປທັດສະນະສຶກສາ ແລະ ທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຈຳນວນໜຶ່ງ.

ຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...