Homeຂ່າວຕ່າງປະເທດກຳປູເຈຍ ຫ້າມໂຄສະນາເຄື່ອງດື່ມແອນກໍຮໍ ທາງໂທລະພາບ ແລະ ວິທະຍຸ

ກຳປູເຈຍ ຫ້າມໂຄສະນາເຄື່ອງດື່ມແອນກໍຮໍ ທາງໂທລະພາບ ແລະ ວິທະຍຸ

Published on

 

ກະຊວງຖະແຫຼງຂ່າວກຳປູເຈຍ ໄດ້ຮຽກຮ້ອງມາດຕະການຄວບຄຸມການໂຄສະນາເຄື່ອງດື່ມແອນກໍຮໍ ທາງວິທະຍຸ ແລະ

ໂທລະພາບ ຕັ້ງແຕ່ເດືອນຕຸລາຂອງປີນີ້ເປັນຕົ້ນໄປ.

 

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 9 ກັນຍາ 2014 ຜ່ານມາວ່າ ທາງກະຊວງຖະແຫຼງຂ່າວຂອງກຳປູເຈຍ ໄດ້ມີ

ການນຳສະເໜີແນະມາດຕະການດັ່ງກ່າວຂຶ້ນ ໃນກອງປະຊຸມການຄວບຄຸມໂຄສະນາເຄື່ອງດື່ມແອນກໍຮໍ ເທິງສະຖານີ

ໂທລະພາບ ແລະ ວິທະຍຸ ຕັ້ງແຕ່ເວລາ 18:00 ໂມງ ເຖິງເວລາ 20:00 ໂມງ ໂດຍທ່ານ ຄຽວ ກັນລິດ ລັດຖະມົນຕີກະຊວງ

ຖະແຫຼງຂ່າວເປັນປະທານໃນກອງປະຊຸມ ພ້ອມດ້ວຍບັນດາຜູ້ແທນຈາກສະຖານີໂທລະພາບ ແລະ ວິທະຍຸທັງຂອງລັດ

ແລະ ຂອງເອກະຊົນເຂົ້າຮ່ວມຢ່າງພ້ອມພຽງ.

 

ລັດຖະມົນຕີກະຊວງຖະແຫຼງຂ່າວໄດ້ເວົ້າວ່າ ນັບຕັ້ງແຕ່ວັນທີ 1 ຕຸລາ 2014 ນີ້ເປັນຕົ້ນໄປ ທາງການຈະອະນຸຍາດໃຫ້

ໂຄສະນາໄດ້ສະເພາະໂລໂກ້ ແລະ ສະໂລແກນຂອງເຄື່ອງດື່ມແອນກໍຮໍເທົ່ານັ້ນ ແລະ ຕັ້ງແຕ່ວັນທີ 1 ມັງກອນ 2015 ໂຄ

ສະນາເຄື່ອງດື່ມແອນກໍຮໍທຸກຊະນິດ ຈະຫ້າມໂຄສະນາທາງໂທລະພາບ ແລະ ວິທະຍຸໃນຊ່ວງເວລາລະຫວ່າງ 18:00​ ໂມງ

ຫາ 20:00 ໂມງ ໂດຍນັບຕັ້ງແຕ່ປີ 2015 ເປັນຕົ້ນໄປ ການຈັດສະແດງໂລໂກ້ເຄື່ອງດື່ມແອນກໍຮໍ ລະຫວ່າງລາຍການ

ຄອນເສີດ ຫຼື ການແຂ່ງຂັນຊົກມວຍ ກໍຈະບໍ່ໄດ້ຮັບການອະນຸຍາດເຊັ່ນກັນ.

 

ທັງນີ້ ກຳປູເຈຍຍັງບໍ່ທັນມີກົດໝາຍຫ້າມໂຄສະນາເຄື່ອງດື່ມແອນກໍຮໍ ໃນຂະນະດຽວກັນກໍຍັງບໍ່ມີການຫ້າມໂຄສະນາ

ຢາສູບ ທາງໂທລະພາບ ແລະ ວິທະຍຸເຊັ່ນດຽວກັນອີກດ້ວຍ.

 

BOX-CAMBODIA
ໂລໂກ້ ແລະ ປ້າຍແບນເນີ້ໂຄສະນາຂອງເບຍ Cambodia ທີ່ຢູ່ໃນເວທີການຊົກມວຍຖ່າຍທອດທາງໂທລະພາບ ຕໍ່ໄປລັດຖະບານກຳປູເຈຍຈະບໍ່ອະນຸຍາດໃຫ້ໃຊ້ໂລໂກ້ດັ່ງກ່າວຢ່າງສິ້ນເຊີງ

 

1623791_576256235786132_683369588_o
ຕົວຢ່າງບາງສ່ວນການໂຄສະນາ ທີ່ມີໂລໂກ້ຂອງເຄື່ອງດື່ມແອນກໍຮໍ ໃນໂທລະພາບ ເຊິ່ງກະຊວງຖະແຫຼງຂ່າວຂອງກຳປູເຈຍ ຈະໃຊ້ມາດຕະການເດັດຂາດ ໃນການຄວບຄຸມ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...