spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຫຼຸດຜ່ອນການກິນເກືອ ສາມາດແກ້ບັນຫາ "ນອນໂກນ" ໄດ້!

ຫຼຸດຜ່ອນການກິນເກືອ ສາມາດແກ້ບັນຫາ “ນອນໂກນ” ໄດ້!

Published on

175765395
(ພາບປະກອບ)

 

ການນອນໂນນ ເປັນໄພງຽບທີ່ແອບແຝງໄປດ້ວຍອັນຕະລາຍ ໂດຍມີຜົນງານການວິໄຈຈາກສະຫະລັດ

ອາເມລິກາລາຍງານວ່າ ຜູ້ທີ່ນອນໂກນແບບມີການຢຸດຫາຍໃຈຮຸນແຮງພ້ອມນັ້ນ ມີໂອກາດຕາຍພາຍ

ໃນ 8 ປີ ສູງເກືອບ 200% ຮູ້ຄືແນວນີ້ ຖ້າຫາກໃຜຢ້ານ ແລະ ບໍ່ຢາກທີ່ຈະສ່ຽງຕົກໃນກໍລະນີດັ່ງກ່າວ

ກໍຄວນທີ່ຈະກວດສຸຂະພາບ ເພື່ອຮັກສາໄວ້ແຕ່ຫົວທີກ

 

ນັກວິໄຈໃນໂຮງໝໍຄລີນິກຄັສ ເດ ພໍໂຕ ອະເລເກຣ ໃນປະເທດເບຣຊິນ ກໍພົບວ່າ ການຮັບປະທານອາ

ຫານທີ່ມີສ່ວນປະກອບຂອງເກືອໃນລະດັບຕ່ຳ ຊ່ວຍຫຼຸດຜ່ອນການໂກນໃນເວລານອນ ຫຼື ຫຼຸດຜ່ອນ

ອາການຢຸດຫາຍໃຈຊົ່ວຄາວໃນລະຫວ່າງນອນຫຼັບໄດ້.

 

ນັກວິໄຈເບຣຊິນເຊື່ອວ່າ ການຮັບປະທານເກືອຫຼາຍເກີນໄປ ຈະນຳໄປສູ່ການສ້າງຂອງແຫຼວໃນຮ່າງ

ກາຍ ແລະ ເມື່ອນອນລົງຂອງແຫຼວເຫຼົ່ານີ້ ຈະເຄື່ອນຕົວໄປຢູ່ໃນບໍລິເວນຄໍ ເຊິ່ງຈະເຮັດໃຫ້ການໄຫຼ

ວຽນທາງເດີນຫາຍໃຈເບື້ອງເທິງແຄບຄົງ ແລະ ອາດເຮັດໃຫ້ເກີດການຢຸດຫາຍໃຈຊົ່ວຂະນະ.

 

ສະນັ້ນ, ຈິ່ງບໍ່ເປັນເລື່ອງເສຍຫາຍ ຖ້າຫາກຈະຫຼຸດຜ່ອນການກິນເກືອໃຫ້ໜ້ອຍລົງ ເພາະວ່າຖ້າຫາກ

ກິນຫຼາຍເກີນໄປກໍບໍ່ໄດ້ຮັບຜົນດີຕໍ່ກັບໝາກໄຂ່ຫຼັງອີກດ້ວຍ, ຖ້າສາມາດຊ່ວຍຫຼຸດອາການນອນໂກນ

ໄດ້ ກໍນັບວ່າເປັນອີກທາງເລືອກໜຶ່ງທີ່ໜ້າສົນໃຈ ແລະ ທັງດີຕໍ່ສຸຂະພາບຂອງເຮົາເອງ.

 

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...