ເລັ່ງກວດຄືນພະນັກງານທີ່ສົງໄສວ່າໃຊ້ໃບປະກາດປອມ

ເພື່ອ​ເປັນ​ການ​ສະກັດ​ກັ້ນ ແລະ ປາບ​ປາມ​ບຸກຄົນ​ທີ່​ປອມ​ແປງ​ໃບຢັ້ງຢືນ​ການ​ສຶກ​ສາ​ຢ່າງ​ສິ້ນ​ເຊີງ, ດັ່ງນັ້ນ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ (​ສສກ) ເນັ້ນ​ໜັກ​ໃຫ້​ອົງ​ການຈັດຕັ້ງ​ຂອງ​ພັກ, ຂອງ​ລັດ ອົງ​ການຈັດຕັ້ງ​ມະຫາຊົນ​ນັບ​ທັງ​ພາກ​ລັດ ແລະ ເອກະ​ຊົນ ກວດກາ​ຄືນ​ຢ້ອນ​ຫຼັງ ພະນັກງານ​ທີ່​ສັງກັດ​ອົງ​ກອນ​ຂອງ​ຕົນ ທີ່​ສົງໄສ​ວ່າ​ມີ​ການ​ປອມ​ແປງ​ໃບຢັ້ງຢືນ​ການ​ສຶກ​ສາ ມາ​ສະໝັກ​ວຽກ​ນັບ​ແຕ່​ປີ 2006 ເປັນຕົ້ນ​ມາ ເພື່ອ​ຈະ​ມີ​ການ​ລຶບລ້າງ ແລະ ລົງໂທດ​ຕາມ​ລະບຽບ​ການ​ໃນ​ກໍລະນີ​ກວດ​ພົບ​ເຫັນ.

ອີງ​ຕາມ​ຄຳ​ສັ່ງ​ແນະນຳ ກ່ຽວ​ກັບ​ການ​ກວດກາ​ເອກະສານ​ຢັ້ງຢືນ​ການ​ສຶກ​ສາ, ໃບ​ປະກາສະນີຍະບັດ ແລະ ວຸດ​ທິ​ການ​ສຶກ​ສາ ໃນ​ຂອບ​ເຂດ​ທົ່ວ​ປະເທດ ຂອງ​ລັດຖະມົນຕີ​ວ່າການ ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ ລະບຸ​ວ່າ: ໂດຍ​ຮຽກຮ້ອງ​ໃຫ້​ພະນັກງານ​ໃໝ່​ເຂົ້າ​ສັງກັດ​ອົງການ​ຂອງ​ຕົນ ໃຫ້​ເອົາໃຈໃສ່​ກວດກາ​ຢ່າງ​ເຂັ້ມ​ງວດ ຕໍ່​ຄວາມ​ຖືກຕ້ອງ​ຂອງ​ເອກະສານ​ຢັ້ງຢືນ ບໍ່​ໃຫ້​ມີ​ຄົນບໍ່​ດີ​ ນຳ​ໃຊ້​ການ​ປອມ​ແປງ​ເອກະສານ​ຂ້າງ​ເທິງ ສັງກັດ​ອົງການ​ຂອງ​ຕົນ. ຄຽງ​ຄູ່​ກັນ​ນັ້ນ, ສະ​ຖາ​ບັນ​ການ​ສຶກ​ສາ​ທຸກ​ຊັ້ນ, ທຸກ​ສາຍ ນັບ​ທັງ​ພາກ​ລັດ ແລະ ເອກະ​ຊົນ ທີ່​ຈະ​ຮັບ​ນັກ​ສຶກ​ສາ​ເຂົ້າ​ຮຽນ ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ຂອງ​ຕົນ ກໍ່​ຕ້ອງ​ໄດ້​ມີ​ການ​ກວດກາ​ຢ່າງ​ເຂັ້ມ​ງວດ ຄວາມ​ຖືກຕ້ອງ​ຂອງ​ເອກະສານ​ຢັ້ງຢືນ​ການ​ສຶກ​ສາ ເພື່ອ​ຮັບປະກັນ​ບໍ່​ໃຫ້​ມີ​ນັກຮຽນ-ນັກ​ສຶກ​ສາ ນຳ​ໃຊ້​ເອກະສານ​ປອມ​ເຂົ້າ​ມາ​ຮຽນ ຢູ່​ໃນ​ສະ​ຖາ​ບັນ​ການ​ສຶກ​ສາ​ຂອງ​ຕົນ. ທັງ​ນີ້, ນັບ​ແຕ່​ໄລຍະ​ເລີ່ມ​ດຳເນີນ​ການ​ປະຕິ​ຮູບ​ລະບົບ​ການ​ສຶກ​ສາ​ແຫ່ງ​ຊາດ​ມາ​ນີ້ ໄດ້​ເກີດ​ມີ​ປາກົດການ​ປອມ​ແປງ​ໃບຢັ້ງຢືນ​ການ​ສຶກ​ສາ ແລະ ປະກາສະນີຍະບັດ​ຊັ້ນ​ຕ່າງໆ​ຫຼາຍ​ສົມຄວນ. ສະນັ້ນ, ຈຶ່ງ​ສະເໜີ​ໃຫ້​ບັນດາ​ອົງ​ການຈັດຕັ້ງ​ຂອງ​ພັກ, ຂອງ​ລັດ, ອົງ​ການຈັດຕັ້ງ​ມະຫາຊົນ, ສັງຄົມ​ນັບ​ທັງ​ພາກ​ລັດ ແລະ ເອກະ​ຊົນ ກວດກາ​ຄືນ​ຢ້ອນ​ຫຼັງ ພະນັກງານ​ທີ່​ເຂົ້າ​ສັງກັດ​ອົງການ​ຂອງ​ຕົນ ນັບ​ແຕ່​ປີ 2006 ເປັນຕົ້ນ​ມາ, ແຕ່​ຖ້າ​ຫາກ​ມີ​ກໍລະນີ​ລະ​ແວງ​ສົງໄສ ແມ່ນ​ໃຫ້​ພົວພັນ​ກັບ​ກົມ​ກວດກາ, ກົມ​ວິຊາ​ການ​ກ່ຽວຂ້ອງ​ຂອງ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ, ໂຮງຮຽນ ຫຼື ສະ​ຖາ​ບັນ​ການ​ສຶກ​ສາ​ຕົ້ນ​ສັງກັດ​ຂອງ​ຜູ້ກ່ຽວ ຕາມ​ຄວາມ​ເໝາະ​ສົມ.

ໃນ​ກໍລະນີ​ກວດ​ພົບ​ບຸກຄົນ​ທີ່​ໄດ້​ປອມ​ແປງ​ເອກະສານ​ຢັ້ງຢືນ​ການ​ສຶກ​ສາ, ປະກາສະນີຍະບັດ ແລະ ວຸດ​ທິ​ການ​ສຶກ​ສາ ແມ່ນ​ໃຫ້​ແຈ້ງ​ເປັນ​ທາງ​ການ (ເປັນ​ລາຍ​ລັກ​ອັກສອນ) ມາ​ຍັງ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ເພື່ອ​ຈະ​ປະກາດ​ລຶບລ້າງ​ເອກະສານ​ດັ່ງກ່າວ, ພ້ອມ​ກັນ​ນັ້ນ ກໍ່​ໃຫ້​ດຳເນີນ​ການ​ປະຕິບັດ​ວິໄນ​ຕາມ​ລະບຽບ​ການ ແລະ ລົງໂທດ​ຕາມ​ລະບຽບ​ກົດໝາຍ​ຢ່າງ​ເຂັ້ມ​ງວດ. ສະນັ້ນ, ຈຶ່ງ​ມອບ​ໃຫ້​ກົມ​ວິຊາ​ກາ​ຂອງ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ແລະ ສະ​ຖາ​ບັນ​ການ​ສຶກ​ສາ​ທີ່​ກ່ຽວຂ້ອງ ອອກ​ຄຳ​ສັ່ງ​ແນະນຳ​ລະອຽດ​ຕື່ມ​ອີກ ແລ້ວ​ແຈ້ງ​ໃຫ້​ສັງຄົມ​ຮັບ​ຊາບ​ຢ່າງ​ກວ້າງຂວາງ ແລະ ມີ​ສ່ວນ​ຮ່ວມ​ໃນ​ການຈັດຕັ້ງ​ປະຕິບັດ​ໃຫ້​ໄດ້​ຮັບ​ຜົນ​ດີ.

ເຖິງ​ແມ່ນ​ວ່າ​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ໄດ້​ເອົາໃຈໃສ່​ປາບ​ປາມ​ການ​ປອມ​ແປງ​ໃບຢັ້ງຢືນ​ການ​ສຶກ​ສາ ແຕ່​ກໍ່​ບໍ່​ສາມາດ​ສະກັດ​ກັ້ນ​ໄດ້​ໝົດ, ດັ່ງນັ້ນ ທຸກ​ພາກສ່ວນ​ທັງ​ພາກ​ລັດ ແລະ ເອກະ​ຊົນ ຄວນ​ຮ່ວມ​ມື​ກັນ ແລະ ເອົາ​ຈິງ​ຕໍ່​ການ​ສະກັດ​ກັ້ນ​ປາກົດການ​ດັ່ງກ່າວ ເພື່ອ​ເຮັດ​ໃຫ້​ຄຸນ​ນະ​ພາບ​ຂອງ​ຊັບພະຍາກອນ​ມະນຸດ ນັບ​ມື້​ມີ​ການ​ພັດທະນາ​ຄວາມ​ສາມາດ ໃຫ້​ທຽບ​ເທົ່າ​ກັບ​ລະດັບ​ພາກ​ພື້ນ ແລະ ສາກົນ ໂດຍ​ສະເພາະ ຮອງ​ຮັບ​ການ​ເຂົ້າ​ເປັນ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ໃນ​ປີ 2015 ນີ້.

 

ຂອບໃຈຂ່າວຈາກ: ໜັງສືພິມວຽງຈັນໃໝ່