ທ່ຽວວັດພະບາດ ນະມັດສະການພະທາດຄູ່ເມືອງ

156450_472475186187295_1200643663_n                  

ໂດຍ: ຊຽງກະເລັນ ບ້ານນາ

 

ວັດ​ພະ​ບາດ ເມືອງ​ທ່າ​ພະ​ບາດ ແຂວງ​ບໍ​ລິ​ຄຳ​ໄຊ ເປັນ​ວັດ​ເກົ່າ​ແກ່​ມີ​ຊື່​ສຽງ​ແຫ່ງ​ໜຶ່ງ ໃນ​ຈຳ­ນວນ​ບັນ­ດາ​ວັດ​ທີ່​ ຕັ້ງ​ຢູ່​ລຽບ​ແຄມ​ທາງ​ເລກ​ທີ 13 ໃຕ້ ໄກຈາກນະຄອນຫຼວງລົງໄປທາງໃຕ້ປະມານ 80 ກິໂລແມັດ ຄວາມ​ມີ​ຊື່​ສຽງ​ທີ່​ພຸດ​ທະ​ສາສະ​ນິ​ກະ​ຊົນ​ນິ­ຍົມ​ສັດ­ທາ ບໍ່​ສະ­ເພາະ​ແຕ່​ໃນ​ ແຂວງ​ບໍ​ລິ​ຄຳ​ໄຊ ແລະ ນະ­ຄອນ­ຫຼວງ​ເທົ່າ​ນັ້ນ ແຕ່​ຢູ່​ທາງ​ລຽບ​ຝັ່ງ​ຂອງ ເບື້ອງ​ປະ­ເທດ​ໄທ ກໍ​ຖື​ວ່າ​ເຫຼື້ອມ​ໃສ​ສັດ­ທາ ຕໍ່​ວັດ​ພະ​ບາດ ເໝືອນ​ກັນ. ສິ່ງສຳຄັນພາຍໃນວັດມີ ຮອຍພະພຸດທະບາດ(ຮອຍຕີນພະພຸດທະເຈົ້າ), ອາຄານສະຖານທີ່ເກົ່າແກ່ ແລະອົງພະທາດ ເຊິ່ງຖືວ່າເປັນພະທາດສັກສິດຄູ່ບ້ານຄູ່ເມືອງຂອງແຂວງບໍລິຄຳໄຊກໍວ່າໄດ້.

10003902_472475032853977_648669051_n

ວັດພະບາດຕັ້ງ​ຢູ່​ເທິງ​ໂນນ​ຫີນ​ສູງ ໃນ​ເນື້ອ­ທີ່ 12 ເຮັກ­ຕາ ທຸກ​ສິ່ງ​ປຸກ​ສ້າງ​ນັບ​ແຕ່​ອາ​ຮາມ ຮອຍ​ພະ​ບາດ,​ພະທາດ, ຫໍ​ພະ­ນອນ, ຫໍ­ແຈກ, ກຸ​ຕິ, ຫໍລະຄັງ, ບ່ອນ​ປະ­ຕິ­ບັດ​ທຳ​ຂອງພະ​ພິກ­ຂຸ ລ້ວນ​ແຕ່​ຖືກ​ປຸກ​ສ້າງ​ໃສ່​ເທິງ​ພະ​ລານ​ຫີນ​ທັງ​ນັ້ນ(ປັດຈຸບັນບູຊະນິຍະສະຖານຕ່າງໆ ພາຍໃນວັດແມ່ນມີຄວາມເກົ່າແກ່ແລະເປັນເອກະລັກສະເພາະບໍ່ຄືໃຜ). ດັ່ງ­ນັ້ນ ສິ່ງ​ທີ່​ເປັນ​ຖາ­ວອນ​ວັດ­ຖຸ​ໃນ​ວັດຈຶ່ງ​ເກີດ​ຂຶ້ນ​ຈາກ​ແຮງ​ສັດ­ທາ ຫຼື​ການ​ບໍ­ລິ­ຈາກ ຈາກ​ຜູ້​ໃຈ​ບຸນ​ທັງ­ຫຼາຍ ແລະ ກ່ວ​າ​ຈະ​ສຳ­ເລັດ​ແຕ່​ລະ​ຫຼັງ ທີ່­ຢູ່​ເທິງ​ພະ​ລານ​ຫີນ ບັນ­ດາ​ນາຍ​ຊ່າງກໍ​ສູ້​ຊົນ​ຜ່ານ​ຜ່າ ເຈາະ​ສີ່ວ​ຫີນ​ເຫຼົ່າ­ນັ້ນ ເພື່ອ​ການ​ກໍ່­ສ້າງ​ອັນ​ແສນ​ລຳ­ບາກ ຈົນ​ສຳ­ເລັດ. ແຕ່​ເຖິງ​ແນວ­ໃດ​ກໍ​ດີ ຄວາມ​ພະ­ຍາ­ຍາມ​ທັງ­ຫຼາຍ​ທັງ​ປວງ ຍ່ອມ​ເກີດ​ຜົນ­ສຳ­ເລັດ​ໄດ້ ເມື່ອ​ຜູ້​ມີ​ຈິດ­ໃຈ​ພະ­ຍາ­ຍາມ ຍ້ອນ​ແນວ​ນັ້ນ ວັດ​ພະ​ບາດ ຈຶ່ງ​ມີ​ແຕ່​ສິ່ງ​ປຸກ​ສ້າງ ທີ່­ຢູ່​ເທິງ ໂງ່ນ​ພະ​ລານ​ຫີນ​ທັງ​ນັ້ນ ແລະ ກາຍ­ເປັນ​ຂໍ້​ຄິດ​ໜຶ່ງ ຕໍ່​ຜູ້​ພົບ​ເຫັນ.

540024312_d126e7a774_o

ຕາມ​ຕຳ­ນານ​ກ່າວໄວ້ວ່າ ກ່ອນ ພສ 35 ປີ ພະພຸດທະເຈົ້າໄດ້ປະພາດໃນບໍລິເວນນີ້ ພະຍານາກຕົນໜຶ່ງຊື່ ສຸຄະຫັດຖີ (ມີຮູບປັ້ນຢູ່ວັດໂພນສັນ) ຈຶ່ງໄດ້ຂໍໃຫ້ພະພຸດທະເຈົ້າປະທັບຮອຍພະບາດ(ຮອຍຕີນ)ໄວ້ເພື່ອເປັນສິລິມຸງຄຸນແລະເປັນທີ່ສັກກາລະບູຊາຂອງຜູ້ເລື່ອມໃສໃນພຸດທະສາດສະໜາ. ຮອຍພະບາດຖືກຄົ້ນພົບໃນເດືອນ​ມີ­ນາ ປີ 1933 ຫຼັງ​ຈາກ​ນັ້ນ ຈຶ່ງ​ສ້າງ​ຕັ້ງວັດໃສ່ໃນບໍລິເວນນັ້ນໃນໂອກາດ​ຕໍ່​ມາ. ຮອຍ​ພະ​ບາດ ເປັນ​ຮອຍ​ພະ​ບາດ​ເບື້ອງ​ຂວາ ເລິກ 46 ຊັງ​ຕີ​ແມັດ ກ້ວ​າງ 120 ຊັງ​ຕີ​ແມັດ ຍາວ 240 ຊັງ​ຕີ​ແມັດ ປິ່ນ​ໄປ​ທາງ​ທິດ­ຕາ­ເວັນ­ອອກ ກົງ­ຈັກ​ພື້ນ​ພະ​ບາດ ມີ​ຮູບ​ສັດ 108 ຊະ­ນິດ ຊຶ່ງ​ກາຍ­ເປັນ​ພຸດ​ທະ​ສະ­ຖານ ທີ່​ໜ້າ​ສົນ­ໃຈ​ທີ່​ສຸດ​ແຫ່ງ​ໜຶ່ງ ຕາມ​ການ​ບອກ​ເລົ່າ​ຂອງປະຊາຊົນໃນເຂດນັ້ນ ໃຫ້​ຮູ້​ວ່າ ວັດ​ແຫ່ງ​ນີ້ ໄດ້​ມີ​ພະ​ພິກ­ຂຸ​ສາ­ມະ­ເນນ ອອກ​ຕົນ​ຍາດ​ໂຍມມາ​ປະ­ຕິ­ບັດ​ທຳ​ບໍ່​ຂາດ ພ້ອມ​ດຽວ​ກັນ ກໍ​ມີ​ເຈົ້າ​ສັດ­ທາ​ໃຫ້­ການ​ອຸ­ປະ­ຖຳ​ບໍ່​ຂາດ​ເຊັ່ນ​ກັນ. ຢູ່​ບໍ­ລິ­ເວນ​ວັດ ຈະ​ມີ​ຮູບ​ປັ້ນ​ ສັດ­ສາ​ວາ​ສິ່ງ ຕ່າງໆ ຕະ­ຫຼອດ​ເຖິງ​ຄະ­ຕິ​ເຕືອນ­ໃຈ ຕໍ່​ບາບ​ບຸນ­ຄຸນ​ໂທດ ແລະ ພຸດ​ທະ​ພາ­ສິດ​ຕ່າງໆ ເພື່ອ​ຕັກ­ເຕືອນ​ ຜູ້​ຄົນ ໃຫ້​ດຳ­ລົງ​ຊີ­ວິດ​ທີ່​ຖືກ­ຕ້ອງ ປາ­ສະ­ຈາກ​ການ​ທຳ​ບາບ ລະ​ເວັ້ນ​ກິເລດ​ຕັນ­ຫາ ຊຶ່ງ​ນຳ­ພາ​ໄປ​ສູ່​ຄວາມ­ທຸກ ໃນ​ບັ້ນ​ປາຍ​ຂອງ​ຊີ­ວິດ.

10006439_472475232853957_102993901_n

ໃນ​ທຸກໆ​ປີ ເພິ່ນ​ຈັດ​ບຸນ​ນະ­ມັດ­ສະ­ການ​ພະ​ບາດ ກົງ​ກັບ​ວັນ­ເພັງ 15 ຄໍ່າ ເດືອນ 2 ເຊິ່ງ​ມີ​ອອກ​ ຕົນ​ຍາດ​ໂຍມ ມາ​ຮ່ວມ​ທຳ­ບຸນ​ຢ່າງ​ຫຼວງ­ຫຼາຍ ບຸນ​ພະ​ບາດ ນອກ­ຈາກ​ໄຫວ້​ພະ ບາດ ໄຫວ້​ພະ­ທາດ​ແລ້ວ ຍັງ​ຕິດ​ພັນ​ກັບ​ການ​ເຮັດ­ບຸນ​ພະ​ເຫວດ ປະ­ຈຳ​ປີ​ອີກ​ດ້ວຍ ພ້ອມໆ​ກັບ​ເຮັດ­ບຸນ​ວັດ​ພະ​ບາດ ເພິ່ນ​ກໍ​ຈັດ​ບຸນ​ວັດ​ໂພນ​ສັນທີ່​ຕັ້ງ​ຢູ່​ຕິດ​ກັບ​ນ້ຳ­ຂອງ ຫ່າງ ຈາກ​ທາງ​ເລກ 13 ປະ­ມານ 3 ກິ­ໂລ­ແມັດ ໃສ່​ວັນ​ດຽວ​ກັນ ເຊິ່ງຫຼາຍ​ຄົນ​ມັກ​ເອີ້ນ​ລວມວ່າ ພະ​ບາດ​ໂພນ​ສັນ.

1979538_472475096187304_2132328640_n

539968392_48833717bc_o

1979538_472475109520636_244911456_n

 

1507988_472475132853967_662115148_n

 

540039151_77a2dacb7a_o

1981956_472475156187298_1877926149_n

1926924_472475072853973_1294909796_n

1911782_472475219520625_1514282567_n