ພາກ​ທຸລະ​ກິດ​ຫາລື​ຄວາມ​ພ້ອມ​ເຂົ້າ​ AEC

0
1969
ພາກ​ທຸລະ​ກິດ​ຫາລື​ຄວາມ​ພ້ອມ​ເຂົ້າ​ AEC
ພາກ​ທຸລະ​ກິດ​ຫາລື​ຄວາມ​ພ້ອມ​ເຂົ້າ​ AEC

ກອງ​ປະຊຸມ​ໜ່ວຍ​ງານ​ຂະ​ແໜງ​ການ​ຄ້າ ​ແລະ ພາກ​ທຸລະ​ກິດ ຄັ້ງທີ 5 ​ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 14 ພຶດສະພາ​ນີ້ ຢູ່​ໂຮງ​ແຮມ​ລາວ​ພລາຊາ ນະຄອນຫລວງ​ວຽງ​ຈັນ ​ເພື່ອ​ທົບ​ທວນ​ບັນດາ​ຂະ​ບວນການຈັດຕັ້ງປະຕິບັດ​ວິ​ໄຈ​ການ​ເຊື່ອມ​ໂຍງ​ເຂົ້າກັບ​ສາກົນ​ດ້ານ​ການ​ຄ້າ, ຄວາມ​ຄືບ​ໜ້າ​ຂອງ​ແຜນ​ງານ ​ເພື່ອ​ພັດທະນາ​ດ້ານ​ການ​ພັດທະ ນາ​ຂະ​ແໜງ​ການ​ຄ້າ ແລະ ພາກ​ທຸລະ​ກິດ ທັງ​ປຶກ ສາ​ຫາລື​ກ່ຽວ​ກັບ​ຄວາມ​ພ້ອມ​ຂອງ ສປປ ລາວ ​ໃນ​ການ​ເຂົ້າສູ່​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ​ນາງ ​ເຂັມ​ມະນີ ພົນ​ເສນາ ລັດ ຖະມົນຕີ​ວ່າການ​ກະຊວງ​ອຸດ ສາຫະກຳ ​ແລະ ການ​ຄ້າ, ທ່ານ ມີ​ແຊນ ​ໂກ​ແຟງ ອຸປະ​ທູດ​ສຳນັກ ງານ​ຜູ້ຕາງໜ້າ​ສະຫະພາບ​ເອີ ຣົບປະຈຳ​ລາວ ​ແລະ ຕົວ​ແທນ​ຈາກ​ພາກສ່ວນ​ກ່ຽວຂ້ອງ​ເຂົ້າ ຮ່ວມ​ກວ່າ 100 ທ່ານ.

 

ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການຄ້າ ກ່າວ​ວ່າ: ສະພາບ​ທີ່​ເອື້ອອຳນວຍ​ທາງ​ດ້ານ​ການ​ຄ້າ ແລະ ການ​ລົງທຶນ​ທັງ​ພາຍ​ໃນ ແລະ ຕ່າງປະ​ເທດ​ໄດ້​ສ້າງ​ຂຶ້ນ​ເພື່ອ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ການ​ຄ້າ​ພາກພື້ນ ​ແລະ ສາກົນ ເຊິ່ງລວມມີ​ນະ​ໂຍບາຍ​ການ​ຄ້າ​ໃນ​ການຈັດຕັ້ງປະຕິບັດ​ພັນທະ​ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ ແລະ ພັນທະ ພາຍຫລັງ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ; ສະພາບ​ແວດ​ລ້ອມ​ທາງ​ດ້ານ​ທຸລະ​ກິດ​ໄດ້​ຮັບ​ການ​ປັບປຸງ ສ້າງ​ໂອກາດ​ທີ່​ເທົ່າ​ທຽມ​ກັນ​ສຳລັບ​ບັນດາ​ທຸລະ​ກິດ ​ແລະ ການ​ປັບ ປຸງ​ວຽກ​ປົກ​ປ້ອງ​ຜູ້​ຊົມ​ໃຊ້; ການ​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຄ້າ​ໃຫ້​ມີ​ລະບົບ​ທີ່​ງ່າຍດາຍ​ຂຶ້ນ ​ແລະ ມີ​ຄວາມ​ປອດ​ໃສ, ຂັ້ນ ຕອນ​ການ​ນຳ​ເຂົ້າ-ສົ່ງ​ອອກ ມີ ຄ່າ​ໃຊ້​ຈ່າຍ​ທີ່​ຖືກ​ລົງ, ຂັ້ນຕອນ ແລະ ລະບົບ​ຜ່ານ​ແດນ​ຕ່າງໆ​ໄດ້​ຮັບ​ການ​ພັດທະນາ ​ແລະ ຈັດຕັ້ງ ປະຕິບັດ​ໂດຍ​ການ​ຮ່ວມ​ມື​ຂອງ​ພາກ​ເອກະ​ຊົນ. ຄວາມ​ໄດ້​ປຽບ​ໃນ​ການ​ແຂ່ງຂັນ ​ແລະ ຄຸນ​ນະພາ​ບ ຂອງ​ທຸລະ​ກິດ​ກະສິກຳ, ອຸດສາ ຫະກຳ​ປຸງ​ແຕ່ງ, ການ​ບໍລິການ​ກໍ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ ​ໂດຍ​ສະ​ເພາະ​ຄວາມ​ສາມາດ​ໃນ​ການ​ແຂ່ງຂັນ​ລະດັບ​ບໍລິສັດ, ການ​ຊ່ວຍ​ເຫລືອ​ສະ​ເພາະ​ຂະ​ແໜງ​ການ ​ແລະ ການ​ດັດສົມ​ຂະ​ແໜງ​ຊັບພະຍາກອນ​ທຳ​ມະ​ຊາດ, ສ່ວນ​ວຽກ​ງານ​ການ​ຄຸ້ມ​ຄອງ​ການ​ຊ່ວຍ​ເຫລືອ​ເພື່ອ​ການ​ຄ້າ ເພື່ອ​ຍົກ​ສູງ​ບົດບາດ​ການ​ພັດທະ ນາ​ການ​ຄ້າ ​ແລະ ພາກ​ທຸລະ​ກິດ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ ​ໂດຍ​ສະ​ເພາະ​ການ​ຄ້າ​ແບບ​ຍືນ​ຍົງ, ການ​ພັດທະນາ​ຂີດ​ຄວາມ​ສາ ມາດ​ການ​ຄຸ້ມ​ຄອງ​ຈັດການ ​ແລະ ອື່ນໆ.

ປັດຈຸບັນ, ສປປ ລາວ ​ໄດ້​ສຳ​ເລັດ​ການ​ທົບ​ທວນຄືນ​ຜົນສຳ​ເລັດ​ກາງ​ສະ​ໄໝ ​ໃນ​ການຈັດຕັ້ງ ປະຕິບັດ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ທັງ​ໄດ້​ປະກອບສ່ວນ​ຂໍ້​ຄິດ​ເຫັນ​ໃຫ້​ກັບ​ຂະ​ບວນການ​ແຜນ​ພັດທະນາ​ໄລຍະ​ຍາວ ​ເຊິ່ງລວມ ມີ​ວິ​ໄທ​ສັດ​ສຳລັບ​ປີ 2030, ຍຸດ​ທະ​ສາດ​ການ​ພັດທະນາ​ແຕ່​ປີ 2016-2025 ​ແລະ ​ແຜນ​ພັດທະນາ​ເສດຖະກິດ-ສັງ ຄົມ 5 ປີ ຄັ້ງທີ VIII ​ແຕ່​ປີ 2016- 2020. ສຳລັບ​ແຜນ​ພັດທະນາ​ໄລ ຍະ​ກາງ ​ແລະ ຍາວ ຈະ​ເປັນ​ການ​ສ້າງ​ໂອກາດ​ອັນ​ດີ ​ເພື່ອ​ຊີ້​ໃຫ້​ເຫັນ​ສິ່ງ​ທີ່​ສາມາດ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແລະ ສາມາດ​ລະບຸ​ໄດ້​ບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ ເພື່ອ​ບັນລຸ​ຜົນ​ໃນຕໍ່ໜ້າ. ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາ ຫະກຳ ​ແລະ ການ​ຄ້າ ​ໄດ້​ຮຽກ ຮ້ອງ​ໃຫ້​ບັນດາ​ຕົວ​ແທນ​ຂອງ​ພາກ​ລັດ, ຄູ່​ຮ່ວມ​ພັດທະນາ ​ແລະ ບັນດາ​ສະມາຄົມ​ນັກທຸລະກິດ​ເຂົ້າຮ່ວມ​ຂະ​ບວນການ​ປຶກສາ​ຫາລື​ດ້ານ​ນະ​ໂຍບາຍ​ຢ່າງ​ຕັ້ງ ໜ້າ ​ເພື່ອ​ກຳນົດ​ທິດ​ທາງ​ການ​ພັດ ທະນາ​ພາກ​ທຸລະ​ກິດ ​ແລະ ແກ້​ໄຂ​ສິ່ງ​ທີ່​ກີດຂວາງ​ດ້ານ​ການ​ຄ້າ​ໃຫ້​ໄດ້​ຮັບ​ຜົນ​ດີ.

ທ່ານ Robort von Rimscha ເອກ​ອັກຄະ​ລັດຖະທູດ​ເຢຍລະ​ມັນປະຈຳ​ລາວ ກໍ​ໄດ້​ຮຽກຮ້ອງ​ໃຫ້​ມີ​ການ​ປະສານ​ງານ​ທີ່​ດີກ​ວ່າ​ເກົ່າ ລະຫວ່າງ​ພາກ​ລັດ ​ແລະ ພາກ​ທຸລະ​ກິດ ທັງ​ມີ​ຄວາມ​ຈຳ​ເປັນ​ຫລາຍ​ທີ່​ຈະ​ມີ​ກອງ​ປະຊຸມ​ພົບ​ປະ​ກັບ​ນັກທຸລະກິດ​ລາວ​ໃຫ້​ຫລາຍ​ຂຶ້ນ ​ເພື່ອ​ຕິດຕາມ​ແກ້​ໄຂ​ບັນດາ​ຂໍ້​ສະ​ເໜີ​ຕ່າງໆ. ທ່ານ​ກ່າວ​ຕື່ມ​ວ່າ: ບັນດາ​ຜູ້​ລົງທຶນ​ໃນ​ຂະ​ແໜງ​ການ​ທີ່​ນຳ​ໃຊ້​ຊັບພະ ຍາກອນ​ທຳ​ມະ​ຊາດ​ຄວນ​ຮັບຜິດຊອບ​ພາລະ​ດ້ານ​ອາກອນ​ໃນ​ສັດ ສ່ວນ​ທີ່​ຍຸຕິ​ທຳ, ​ໃນ​ຂະນະ​ທີ່​ຜູ້​ປະກອບ​ການ​ທີ່​ປະກອບ ສ່ວນ​ສ້າງ​ຄວາມ​ຫລາກ​ຫລາຍ​ທາງ​ດ້ານ​ເສດຖະກິດ ​ໂດຍ​ສະ​ເພາະ​ການ​ລົງທຶນ​ໂຮງ​ຈັກ-​ໂຮງງານ​ບໍ່​ຄວນ​ໄດ້​ຮັບ​ພາລະ​ດ້ານ​ອາ ກອນ, ຄ່າ​ທຳນຽມ ຫລື ກົດ​ລະບຽບ​ເພີ່ມ​ຕື່ມ.

ທີ່ມາ http://laophatthananews.blogspot.com/2014/05/aec.html