spot_img
Homeຂ່າວຕ່າງປະເທດລົດໄຟໃຕ້ດິນ ຕຳກັນ ທີ່ເກົາຫຼີໃຕ້ ບາດເຈັບ170 ຄົນ (ເບິ່ງວີດີໂອ)

ລົດໄຟໃຕ້ດິນ ຕຳກັນ ທີ່ເກົາຫຼີໃຕ້ ບາດເຈັບ170 ຄົນ (ເບິ່ງວີດີໂອ)

Published on

ລົດໄຟໃຕ້ດິນ ຕຳກັນ ທີ່ເກົາຫຼີໃຕ້
ລົດໄຟໃຕ້ດິນ ຕຳກັນ ທີ່ເກົາຫຼີໃຕ້

ບັນດາ​ເຈົ້າ​ໜ້າ​ທີ່ ​ໃນ​ນະຄອນ​ຫລວງໂຊລ​ຂອງເກົາຫລີ​ໃຕ້ ກ່າວ​ວ່າ ລົດ​ໄຟ​ໃຕ້​ດິນຂະບວນນຶ່ງ ​ໄດ້ຕຳ​ກັນ​ກັບ​ລົດ
ໄຟ​ອີກ​ຂະບວນ​ນຶ່ງ ​ເຮັດ​ໃຫ້​ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ 170 ຄົນ ແຕ່ບໍ່ມີຜູ້ໃດໄດ້ຮັບ​ບາດ​ເຈັບ​ສາຫັດ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ອຸປະຕິ​ເຫດດັ່ງກ່າວ ​ໄດ້​ເກີດ​ຂື້ນ​ໃນ​ວັນ​ສຸກມື້ນີ້ ໃກ້​ກັບ​ສະຖານີ Sangwangsimni
ຢູ່​ທາງພາກ​ຕາ​ເວັນ​ອອກ​ຂອງ​ໂຕເມືອງ.

ລົດ​ໄຟ​ຕູ້​ນຶ່ງ​ໄດ້​ຕົກ​ລາງ ​ເວລາ​ລົດ​ໄຟຂະບວນດັ່ງກ່າວແລ່ນ​ຕຳ​ກົ້ນ​ລົດ​ໄຟ​ອີກຂະບວນນຶ່ງ ທີ່​ພວມຈອດຢູ່​
ສະຖານີ​ລົດໄຟ.

ເບິ່ງວີດີໂອ

ບັນດາ​ເຈົ້າ​ໜ້າ​ທີ່ກຳລັງ​ສືບສວນ​ວ່າ ​ແມ່ນຫຍັງ​ອາດເປັນສາ​ເຫດທີ່ພາໃຫ້ເກີດ​ການ​ຕຳ​ກັນດັ່ງກ່າວ.

​ໂທລະພາບ YTN ລາຍ​ງານ​ວ່າ ຜູ້ໄດ້ຮັບ​ບາດ​ເຈັບສ່ວນໃຫຍ່ແມ່ນເກີດ​ຂື້ນ​ເວລາ​ຜູ້​ໂດຍສານ​ໂຕນອອກ​ຈາກ​ລົດ​ໄຟ ​ແລ້ວພາກັນ​ຍ່າງ​ໄປຫາສະຖານີທີ່ຢູ່ໃກ້ໆນັ້ນ.

ອົງ​ການ​ຂ່າວຣອຍ​ເຕີ້ ລາຍ​ງານ​ວ່າ ການປະກາດໃນຂັ້ນຕົ້ນ ​ບອກໃຫ້ບັນດາ​ຜູ້ໂດ​ຍສານພາກັນ​ຢູ່​ໃນ​ລົດ ​ແຕ່​ວ່າ ສ່ວນ​ໃຫຍ່​ຂອງ​ຜູ້​ໂດຍສານ​ພາກັນ​ບໍ່​ຫົວຊາ ງັດ​ໃຫ້​ປະຕູ​ເປີດ​ອອກ ແລ້ວ​ໂດດ​ລົງ​ໄປ​ໃສ່ລາງລົດ​ໄຟ.

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...