ທວງ​ເງິນ​ຊື້​ຢາ​ບ້າ​ບໍ່​ໄດ້​ໃຊ້​ມີດ​ປາດ​ຄໍ

0
2027
ທວງ​ເງິນ​ຊື້​ຢາ​ບ້າ​ບໍ່​ໄດ້​ໃຊ້​ມີດ​ປາດ​ຄໍ
ທວງ​ເງິນ​ຊື້​ຢາ​ບ້າ​ບໍ່​ໄດ້​ໃຊ້​ມີດ​ປາດ​ຄໍ

ເຫດ­ການ​ຄາ­ຕະ­ກຳ​ສະ­ຫຍອງຂວັນ ຄົນ​ຮ້າຍ​ໃຊ້​ມີດ​ປາດ​ຄໍ​ຊາຍ​ໄວ 35  ປີ ເສຍ​ຊີ­ວິດ​ນອນ​ຈົມ​ກອງ​ເລືອດ​ສະ­ພາບ​ຂວ້ຳ​ໜ້າ​ຢ່າງ​ໜ້າ​ເວດ­ທະ­ນາຢູ່​ຕີນ​ຂັ້ນ­ໄດ​ຫໍ​ພັກ D16 ຂອງ​ບໍ­ລິ­ສັດ​ຊໍ​ການ​ຊ່າງ​ເຂື່ອນ​ໄຟ­ຟ້າ​ນ້ຳ­ຂອງ​ເຂດ​ບ້ານ​ຕາ​ລານ ເມືອງ​ໄຊ​ຍະ​ບູ​ລີ ແຂວງ​ໄຊ​ຍະ​ບູ​ລີ, ເຖິງ​ວ່າ​ເຫດ­ການ​ເກີດ​ຂຶ້ນມາ​ເກືອບ 2 ເດືອນ​ແລ້ວ​ກໍ​ຕາມ ແຕ່​ຍັງ​ເປັນ​ພາບ​ຕິດ​ຕາ​ຂອງ​ປະ­ຊາ­ຊົນ​ເຮືອນ​ໃກ້​ຄຽງ​ຜູ້​ເຫັນ​ເຫດ­ການ​ທີ່​ບໍ່ອາດ​ລືມ​ໄດ້ ຍ້ອນ​ການ​ກະ­ທຳ​ອັນ​ໂທດ​ຮ້າຍ​ຂອງ​ຄາ​ຕະ​ກອນ.

ເຫດ­ການ​ນີ້, ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 3 ກຸມ­ພາ 2014 ຜ່ານ​ມາ ຊຶ່ງ​ຜູ້​ເສຍ​ຊີ­ວິດ​ຊື່ ທ້າວ ພິມ ສອນ​ທະ­ນູ ອາ­ຍຸ 35 ປີ, ກຳ­ມະ­ກອນ​ບໍ­ລິ­ສັດ​ການ​ຊ່າງ​ເຂື່ອນ​ໄຟ­ຟ້ານ້ຳ­ຂອງ,ມີ​ບາດ­ແຜ​ຍາວ 10 ຊັງ​ຕີ​ແມັດ,  ກວ້າງ 5 ຊັງ​ຕີ​ແມັດ ຢູ່​ບໍ­ລິ­ເວນ​ຄໍ ເຈົ້າ​ໜ້າ­ທີ່​ຕຳ­ຫຼວດພະ​ແນກ​ສືບ­ສວນ-Œສອບ​ສວນ ປກສ ແຂວງ​ໄຊ​ຍະ​ບູ​ລີ ໃຊ້​ເວ­ລາ​ພຽງ 1 ວັນ  ກໍ​ສາ­ມາດ​ກັກ​ຕົວ​ຄາ​ຕະກອນ​ໂຫດ​ທີ່​ຄາ­ຕະ­ກຳ​ໃນ​ຄັ້ງ​ນີ້ ໄດ້ 3 ຄົນ​ຄື:  ທ້າວ ບີ່ ອາ­ຍຸ 19 ປີ, ບ້ານ​ຢູ່​ປະ­ຈຸ​ບັນ ບ້ານ​ປາກ​ຮຸ່ງ ເມືອງ​ໄຊ​ຍະ​ບູ​ລີ ແຂວງ​ໄຊ​ຍະ​ບູ​ລີ, ທ້າວ ວິ​ໄຊ ອາ­ຍຸ 21 ປີ  ແລະ ທ້າວ ບຸນ​ຊູ ອາ­ຍຸ 21 ປີ ທັງ​ສອງ​ຢູ່​ບ້ານ​ນາ​ມໍ້ ເມືອງ​ໝື່ນ ແຂວງ​ວຽງ​ຈັນ ຊຶ່ງ​ເປັນ​ກຳ­ມະ­ກອນ​ຢູ່​ບໍ­ລິ­ສັດ​ຊໍ​ການ​ຊ່າງ​ເຊັ່ນ​ດຽວ​ກັນ.

ຜ່ານ​ການ​ສືບ­ສວນŒສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່ ພວກ​ກ່ຽວ​ຮັບ​ສາ­ລະ­ພາບ​ວ່າ: ກ່ອນ​ເກີດ​ເຫດ​ເມື່ອ​ເວ­ລາ​ປະ­ມານ 8:00 ໂມງ ຂອງ​ວັນ​ທີ 3 ກຸມ­ພາ 2014, ພວກ​ກ່ຽວ​ທັງ​ສາມ ພ້ອມ​ດ້ວຍ​ໝູ່​ອີກ 5 ຄົນ, ພາ­ກັນ​ໄປ​ສ້າງ­ສັນ​ຊຸມ​ແຊວ​ກັນ​ຢູ່​ຫ້ອງ​ພັກ​ຂອງ ທ້າວ ປຸ ທີ່​ເປັນ​ໝູ່­ຄູ່​ເຮັດ​ວຽກ​ກຳ­ມະ­ກອນ​ນຳ​ກັນ  ແລະ ພາ­ກັນ​ດື່ມ​ເບຍ​ໝົດ​ປະ­ມານ 2 ລັງ, ຈິ່ງ​ແຍກ​ກັນ​ກັບ​ເມືອ​ຫ້ອງ​ນອນ​ຂອງ​ໃຜ­ລາວ ໃນ​ເວ­ລາ​ຍ່າງ​ອອກ​ຈາກ​ຫ້ອງ​ນອນ​ຂອງ ​ທ້າວ ປຸ  ນັ້ນ, ທ້າວ ວິ​ໄຊ ໄດ້​ຈັບ​ເອົາ​ມີດ​ດວງ​ໜຶ່ງ​ມາ​ໄວ້​ຫ້ອງ​ນອນ​ຂອງ​ຕົນ​ເອງ, ຕໍ່​ມາ​ທັງ​ສາມ​ຄົນ​ໄດ້​ອອກ​ເງິນ​ກັນ​ລວມ​ໄດ້​ເງິນ ຈຳ­ນວນ  550.000  ກີບ   ໃຫ້  ທ້າວ ພິມ ສອນ​ທະ­ນູ (ຜູ້​ເສຍ​ຊີ­ວິດ) ໄປ​ຊື້​ຢາ​ບ້າ​ມາ​ໃຫ້, ແຕ່​ປາ­ກົດ​ວ່າ​ຜູ້​ທີ່​ຖືກ​ໃຊ້​ໄປ​ຊື້​ບໍ່​ທັນ​ເອົາ​ຢາ​ບ້າ​ມາ​ໃຫ້​ຕາມ​ທີ່​ຕ້ອງ­ການ, ຮອດ​ເວ­ລາ​ປະ­ມານ 12 ໂມງ ຂອງ​ວັນ​ດຽວ​ກັນ. ທ້າວ ບຸນ​ຊູ ໄດ້​ອອກ​ໄປ​ເຮັດ​ວຽກ​ເປັນ​ຜູ້​ຊ່ວຍ​ຂັບ​ລົດ​ເຄນ​ຢູ່​ໜ້າ​ເຂື່ອນ​ເວ­ລາ​ນັ້ນ ທ້າວ ວິ​ໄຊ ແລະ ທ້າວ​ບີ່ ໄດ້​ອອກ​ເງິນ​ກັນ​ອີກ ລວມ​ເງິນ​ຈຳ­ນວນ 120.000 ກີບ ໃຫ້​ໝູ່​ໄປ​ຊື້​ຢາ​ບ້າ​ມາ​ໃຫ້​ຈຳ­ນວນ 6 ເມັດ ມາ​ເສບ​ຮ່ວມ​ກັນ​ຈົນ​ໝົດ.

ພໍ​ຮອດ​ເວ­ລາ 24 ໂມງ ທ້າວ ບຸນ​ຊູ ຈິ່ງ​ກັບ​ມາ​ຫ້ອງ ແລະ ໄດ້​ຊັກ​ຊວນ ທ້າວ ບີ່່, ທ້າວ ວິ​ໄຊ ໄປ​ຂ້າ ທ້າວ ພິມ ສອນ​ທະ­ນູ ຢູ່​ຫ້ອງ​ພັກ​ເບີ 16 ໂດຍ​ມີ​ການ​ວາງ​ແຜນ​ກັນ​ໃຫ້ ທ້າວ ວິ​ໄຊ ເຂົ້າ​ໄປ​ໃນ​ຫ້ອງ​ນອນ ສ່ວນ  ທ້າວ ບຸນ​ຊູ ແລະ ທ້າວ ບີ່ ເປັນ​ຜູ້​ຕິດ­ຕາມ​ຢູ່​ທາງ​ນອກ. ໃນ​ເວ­ລາ​ນັ້ນ, ທ້າວ ວິ​ໄຊ ໄດ້​ເຂົ້າ ໄປ​ຫາ​ແລ້ວ​ຖາມ​ເອົາ​ຢາ​ບ້າ​ນຳ ທ້າວ ພິມ ສອນ​ທະ­ນູ ແຕ່​ຜູ້­ກ່ຽວ​ຕອບ​ວ່າ: ໄດ້​ເອົາ​ເງິນ​ໃຫ້​ເຂົາ​ໄປ​ຊື້​ແລ້ວ­ແຕ່​ບໍ່​ທັນ​ໄດ້ ຈິ່ງ​ໄດ້​ຖາມ​ເອົາ​ເງິນ​ນຳ ທ້າວ ພິມ ຄືນ​ມາ​ແຕ່​ຕົກ­ລົງ​ກັນ​ບໍ່​ໄດ້ ຈິ່ງ​ເກີດ​ຜິດ​ຖຽງ​ກັນ.  ເມື່ອ​ທ້າວ ບີ່ ແລະ ທ້າວ ບຸນ​ຊູ ໄດ້​ຍິນ​ສຽງ​ຈິ່ງ​ເຂົ້າ​ໄປ​ໃນ​ຫ້ອງ​ພ້ອມ​ທັງ​ລົງ­ມື​ທຳ­ຮ້າຍ​ຮ່າງ­ກາຍ ທ້າວ ພິມ ໂດຍ ທ້າວ ບີ່ ເປັນ​ຜູ້​ຈັບ​ຂາ  ແລະ ທ້າວ ບຸນ​ຊູ ຈັບ​ແຂນ​ລ໋ອກ ມື​ໄຂວ​ຂ້າງ​ຫຼັງ, ສ່ວນ ທ້າວ ວິ​ໄຊ ໄດ້​ໃຊ້​ມີດ​ທີ່​ກຽມ​ມາ​ນຳ​ປາດ​ຄໍ ທ້າວ ພິມ 2 ບາດ ແຕ່​ບໍ່​ທັນ​ເສຍ​ຊີ­ວິດ ຈາກ​ນັ້ນ, ທັງ​ສາມ​ຄົນ​ໄດ້​ແລ່ນ​ລົງ​ຂັ້ນ­ໄດ​ອອກ​ຈາກ​ສະ­ຖານ­ທີ່​ເກີດ​ເຫດ ເວ­ລາ​ນັ້ນ, ທ້າວ ບຸນ​ຊູ ສັງ­ເກດ​ເຫັນ​ວ່າ ທ້າວ ພິມ ສອນ​ທະ­ນູ ແລ່ນ​ຕາມ​ຫຼັງ​ມາ, ຈິ່ງ​ກັບ​ຄືນ​ໄປ​ປາດ​ຄໍ​ຊ້ຳ​ຕື່ມ​ອີກ​ໜຶ່ງ​ບາດ ເມື່ອ​ແນ່​ໃຈ​ວ່າ​ຜູ້­ກ່ຽວ​ເສຍ​ຊີ­ວິດ​ແລ້ວ ຈິ່ງ​ພາ­ກັນ​ແຍກ​ທາງ​ກັບ​ຫ້ອງ​ນອນ​ຂອງ​ຕົນ ໂດຍ​ເຮັດ​ແບບ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນ ພາຍ­ຫຼັງ ເຈົ້າ​ໜ້າ­ທີ່ ປກສ ໄດ້​ຮັບ​ແຈ້ງ​ເຫດ ຈິ່ງ​ໄດ້​ລົງ​ກວດ­ກາ​ສະ­ຖານ­ທີ່​ເກີດ​ເຫດ ຈາກ​ການ​ເກັບ​ກຳ​ຂໍ້​ມູນ​ຫຼັກ​ຖານ​ຢ່າງ​ລະ­ອຽດ​ຖີ່​ຖ້ວນ​ກໍ​ສາ­ມາດ​ຂຶ້ນ​ເປົ້າ​ໝາຍ ມາ​ຮອດ​ວັນ​ທີ 4 ເມ​າ​ສາ 2014 ເຈົ້າ​ໜ້າ­ທີ່​ຕຳ­ຫຼວດ​ຈິ່ງ​ກັກ​ຕົວ​ພວກ​ກ່ຽວ​ມາ​ດຳ­ເນີນ​ຄະ­ດີ​ໄດ້​ໝົດ​ທຸກ​ຄົນ.

ປະ­ຈຸ​ບັນ​ຄະ­ດີ​ດັ່ງ­ກ່າວ​ແມ່ນ​ຢູ່​ໃນ​ລະຫວ່າງ​ການ​ສືບ­ສວນŒສອບ​ສວນ​ຂອງ​ເຈົ້າ​ໜ້າ­ທີ່ ເພື່ອ​ປະ­ກອບ​ສຳ­ນວນ​ສົ່ງ​ໃຫ້​ໄອ​ຍະ​ການ​ປະ­ຊາ­ຊົນ​ສັ່ງ​ຟ້ອງ​ສານ​ຕັດ­ສິນ​ຕາມ​ຂັ້ນ​ຕອນ​ຂອງ​ກົດ­ໝາຍ.

ທີ່ມາ http://www.sedthakid.la/khao/18649.spc