ປະທານປະເທດຂອງເກົາຫລີໃຕ້ໄດ້ລາອອກ! ເພື່ອຮັບຜິດຊອບເຮືອເຊວອນຂວ້າມ

news05-1

ອົງການຂ່າວ ຕ່າງປະເທດ ລາຍງານ ນາຍົກລັດຖະ ມົນຕີ ຂອງເກົາຫລີໃຕ້ ປະກາດ ລາອອກ ຈາກຕຳແໜ່ງເພື່ອສະແດງ ຄວາມຮັບຜິດຊອບເລື່ອງເຮືອເຟີຣີ່ເຊວອນຂວ້າມ ນອກຊາຍຝັ່ງທາງພາກຕາເວັນອອກສ່ຽງໃຕ້ ເມື່ອວັນທີ16ເມສາທີ່ຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ200ຄົນເຊິ່ງສ່ວນໃຫຍ່ເປັນນັກຮຽນ.

ສະຖານນີໂທລະທັດທ້ອງຖິ່ນຂອງປະເທດເກົາຫລີໃຕ້ໃດ້ເປິດເຜີຍວ່າ ທ່ານຊອງ ຮົງວອນ ນາຍຍົກລັດຖະມົນຕີເກົາຫລີໃຕ້ໃດ້ ປະກາດລາອອກຈາກຕຳແຫນ່ງຜ່ານນັກຂ່າວທົ່ວປະເທດ ເພື່ອສະແດງຄວາມຮັບຜິດຊອບຕໍ່ເຮືອເຟີຣີ່ເຊວອນຂວ້າມ ທ່າມກາງສຽງວິຈານເລື່ອງການໃຫ້ຄວາມຊ່ວຍເຫລືອລ່າຊ້າ.

ທ່ານຊອງ ຮົງວອນ ເປິດເຜີຍວ່າ ຮູ້ສຶກເສຍໃຈກັບເຫດການທີ່ເກິດຂື້ນ ພ້ອມກັບຂໍໂທດແທນລັດຖະບານທີ່ດຳເນີນການຊ່ວຍ

ເຫລືອຜູ້ປະສົບໄພໃດ້ຢ່າງລ່າຊ້າ ເຫດທີ່ເກິດຂື້ນເຮັດໃຫ້ຮູ້ສຶກເປັນກັງວົນແລະນອນບໍ່ຫຼັບ ທັ້ງຍັງວິງວອນຂໍໃຫ້ປະຊາຊົນຍົກໂທດໃຫ້

ທ່ານຊອງ ຮົງວອນ ຍັງບອກວ່າ ມີຄວາມຄິດຈະລາອອກຈາກຕຳແໜ່ງຕັ້ງແຕ່ເກິດເຫດ ແຕ່ຍັງຂໍດຳລົງຕຳແໜ່ງເພື່ອຊ່ວຍເຫຼືອ ປະຊາຊົນກ່ອນ.

ສ່ວນຄວາມຄືບໜ້າປະຕິບັດການຄົ້ນຫາຜູ້ລອດຊີວິດຈາກເຮືອເຟີຣີ່ເຊວອນ ເຈົ້າໜ້າທີ່ກູ້ໄພຍັງຄົ້ນຫາລ່າງຜູ້ເສຍຊີວິດໃດ້ແລ້ວ

187ຄົນແລະຍັງສູນຫາຍອີກ115ຄົນ ສ່ວນຄວາມຄືບໜ້າກ່ຽວກັບການດຳເນີນຂະດີລູກເຮືອເຊວອນທາງໄອຍະການ

ໃດ້ຕຽມຕັ້ງຂໍ້ຫາຫຼາຍຢ່າງໃຫ້ແກ່ ທ້າວລີຈຸນຊອກ ກັບຕັນເຮືອເຊວອນແລະລູກເຮືອອີກ10ຄົນ ຂໍ້ຫາຕົ້ນໆຄື ຖີ້ມຜູ້ໂດຍສານແລະ

ກະທຳການໂດຍປະໝາດຈົນເປັນເຫດໃຫ້ຜູ້ອື່ນເສຍຊີວິດ.

 

ແປໂດຍ: ກຸ້ງຄຳ ແສນມະນີ