spot_img
Homeຂ່າວພາຍ​ໃນ3 ວັນຕໍ່ໜ້າ ຈະເກີດຝົນຕົກຟ້າຄະນອງ

3 ວັນຕໍ່ໜ້າ ຈະເກີດຝົນຕົກຟ້າຄະນອງ

Published on

20070826_rain

ກົມ​ອຸຕຸນິຍົມ ແລະ ອຸ​ທົກ​ກະ​ສາດ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ແລະ ສິ່ງແວດລ້ອມ ໄດ້​ແຈ້ງ​ສະພາບ​ອາກາດ 3 ວັນ​ລ່ວງ​ໜ້າ ນັບ​ແຕ່​ວັນ​ທີ 3-5 ເມສາ 2014 ຢູ່​ບາງ​ແຂວງ​ຈະ​ມີ​ຝົນ​ຟ້າ​ຄະນອງ​ບາງ​ບໍລິເວນ.

ສຳລັບ​ນະຄອນຫຼວງ​ວຽງ​ຈັນ: ອຸນຫະພູມ​ໄລຍະ 3 ວັນ​ຕ່ຳ​ສຸດ 25-26 ອົງສາ, ສູງ​ສຸດ 37-38 ອົງສາ. ເຊິ່ງ​ວັນ​ທີ 3 ເມສາ ຈະ​ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ, ວັນ​ທີ 4 ເມສາ ຈະ​ມີ​ຝົນຝອຍ​ຢູ່​ບາງ​ພື້ນ​ທີ່ ແລະ ວັນ​ທີ 5 ເມສາ ຈະ​ມີ​ຝົນຕົກ​ເປັນ​ບໍລິເວນ​ກວ້າງ.

ແຂວງ​ຊຽງ​ຂວາງ: ອຸນຫະພູມ​ຕ່ຳ​ສຸດ 15-16 ອົງສາ, ສູງ​ສຸດ 32-33 ອົງສາ, ໃນ​ວັນ​ທີ 3-4 ເມສາ ຈະ​ມີ​ຝົນຕົກ​ເປັນ​ບໍລິເວນ​ກວ້າງ ແລະ ວັນ​ທີ 5 ເມສາ ມີ​ຝົນຝອຍ​ຢູ່​ບາງ​ພື້ນ​ທີ່.

ແຂວງ​ຫຼວງ​ນ້ຳ​ທາ: ອຸນຫະພູມ​ຕ່ຳ​ສຸດ 15-16 ອົງສາ, ສູງ​ສຸດ 33-34 ອົງສາ ໃນ​ວັນ​ທີ 3-4 ເມສາ ມີ​ໝອກ​ປົກ​ຄຸມ​ທົ່ວ​ບໍລິເວນ, ສ່ວນ​ວັນ​ທີ 5 ເມສາ ຈະ​ມີ​ຝົນຝອຍ​ຢູ່​ບາງ​ພື້ນ​ທີ່.

ແຂວງ​ຫຼວງ​ພະ​ບາງ: ອຸນຫະພູມ​ຕ່ຳ​ສຸດ 19-20 ອົງສາ, ສູງ​ສຸດ 36-37 ອົງສາ, ວັນ​ທີ 3 ເມສາ ຈະ​ມີ​ເມກ​ປົກ​ຄຸມ​ເປັນ​ບາງ​ສ່ວນ, ວັນ​ທີ 4 ເມສາ ຈະ​ມີ​ໝອກ​ແຫ້ງ ແລະ ວັນ​ທີ 5 ເມສາ ມີ​ຝົນຝອຍ​ຢູ່​ບາງ​ພື້ນ​ທີ່.

ສຳລັບ​ແຂວງ​ພາກ​ໃຕ້​ຄື: ແຂວງ​ສະຫວັນ​ນະ​ເຂດ ອຸນຫະພູມ​ຕ່ຳ​ສຸດ 25 ອົງສາ ແລະ ສູງ​ສຸດ 37-39 ອົງສາ. ວັນ​ທີ 3 ເມສາ ຈະ​ມີ​ຝົນ​ຟ້າ​ຄະນອງ​ປານ​ກາງ, ວັນ​ທີ 4-5 ເມສາ ມີ​ຝົນຝອຍ​ຢູ່​ບາງ​ພື້ນ​ທີ່.

ເມືອງ​ປາກ​ເຊ ແຂວງ​ຈຳປາ​ສັກ: ອຸນຫະພູມ​ຕ່ຳ​ສຸດ 22-23 ອົງສາ ແລະ ສູງ​ສຸດ 36-37 ອົງສາ, ວັນ​ທີ 3 ເມສາ ຈະ​ມີ​ຝົນ​ຟ້າ​ຄະນອງ​ປານ​ກາງ​ຢູ່​ບາງ​ບ່ອນ, ວັນ​ທີ 4 ເມສາ ຈະ​ມີ​ຝົນຝອຍ​ຢູ່​ບາງ​ແຫ່ງ ແລະ ວັນ​ທີ 5 ເມສາ ມີ​ເມກ​ປົກ​ຄຸມ​ຢູ່​ບາງ​ບໍລິເວນ

 

ທີ່ມາ http://www.vientianemai.net/teen/khao/1/11491

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...