spot_img
Homeຂ່າວພາຍ​ໃນລະເບີດຕົກຄ້າງ ຍັງເປັນອຸປະສັກຕໍ່ການພັດທະນາ

ລະເບີດຕົກຄ້າງ ຍັງເປັນອຸປະສັກຕໍ່ການພັດທະນາ

Published on

ລະເບີດຕົກຄ້າງ ຍັງເປັນອຸປະສັກຕໍ່ການພັດທະນາ

ສປປ ລາວ ເປັນ​ປະເທດ​ໜຶ່ງ​ທີ່​ຖືກ​ຖິ້ມ​ລະເບີດ​ຫຼາຍ​ທີ່​ສຸດ ໃນ​ປະຫວັດສາດ​ຂອງ​ໂລກ ນັບ​ແຕ່​ປີ 1964 ເຖິງ​ປັດຈຸບັນ​ມີ​ປະຊາຊົນ​ລາວ​ບັນດາເຜົ່າ 50 ພັນ​ກວ່າ​ຄົນ ໄດ້​ຮັບ​ບາດເຈັບ ແລະ ເສຍ​ຊີວິດ​ຍ້ອນ​ບັນຫາ​ລູກ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ໃນ​ນີ້ ລວມ​ມີ​ລະເບີດ​ລູກ​ຫວ່ານ ປະມານ 30 ພັນ​ກວ່າ​ຄົນ ເຊິ່ງ​ຖືກ​ເຄາະ​ຮ້າຍ​ໃນ​ສົງຄາມ​ອິນດູຈີນ ແລະ 20 ພັນ​ກວ່າ​ຄົນ ໄດ້​ຮັບ​ເຄາະ​ຮ້າຍ​ແຕ່​ປີ 1973-2012 ເຊິ່ງ​ໃນ​ປີ 2011 ມີ​ຜູ້​ເຄາະ​ຮ້າຍ​ຈາກ​ລະເບີດ​ບໍ່​ທັນ​ແຕກ ຈຳນວນ 99 ຄົນ ໃນ​ນັ້ນ ເປັນ​ເດັກນ້ອຍ 40%.

ຕໍ່​ກັບ​ບັນຫາ​ດັ່ງກ່າວ ພັກ ແລະ ລັດຖະບານ​ລາວ ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ຂະ​ບວນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ກວດ​ກູ້​ລະເບີດ​ບໍ່​ທັນ​ແຕກ ຕົກ​ຄ້າງ​ຢູ່​ໃນ 10 ແຂວງ​ທົ່ວ​ປະເທດ ທີ່​ມີ​ຜົນ​ກະທົບ​ສູງ ປະກອບ​ມີ: ແຂວງ​ຫົວພັນ ຊຽງ​ຂວາງ ຫຼວງ​ພະ​ບາງ ບໍ​ລິ​ຄຳ​ໄຊ ຄຳ​ມ່ວນ ສະຫວັນ​ນະ​ເຂດ ຈຳປາ​ສັກ ສາລະ​ວັນ ເຊ​ກອງ ແລະ ແຂວງ​ອັດ​ຕະ​ປື ໂດຍ​ລັດຖະບານ ໄດ້​ຊອກ​ຫາ​ແຫຼ່ງ​ທຶນ​ທັງ​ພາຍ​ໃນ-ຕ່າງປະເທດ ເພື່ອ​ສຸມ​ໃສ່​ກວດ​ກູ້​ເນື້ອທີ່​ດິນ ເຊິ່ງ​ປີ 2013 ຂະແໜງການ​ແກ້​ໄຂ​ບັນຫາ​ລະເບີດ​ບໍ່​ທັນ​ແຕກ​ຕົກ​ຄ້າງ ສາມາດ​ລະດົມ​ທຶນ​ຈາກ​ຕ່າງປະເທດ​ໄດ້​ທັງ​ໝົດ 420 ຕື້​ກີບ (ປະມານ 46,62 ລ້ານ​ໂດ​ລາ​ສະຫະລັດ) ເພີ່ມ​ຂຶ້ນ 16 ລ້ານ​ໂດ​ລາ​ສະຫະລັດ ທຽບໃສ່​ປີ 2012 ພ້ອມ​ນັ້ນ ຍັງ​ສາມາດ​ເກັບ​ກູ້​ລະເບີດ​ໄດ້​ທັງ​ໝົດ 82,917 ໜ່ວຍ ໃນ​ນັ້ນ ມີ​ລູກ​ບົມ​ໃຫຍ່ 73 ໜ່ວຍ ກວດ​ກູ້​ເນື້ອທີ່​ດິນ​ໄດ້​ຈຳນວນ 10.514 ເຮັກຕາ ເຊິ່ງ​ມີ​ເນື້ອທີ່​ການ​ຜະລິດ ຈຳນວນ 3.320 ເຮັກຕາ.

ທີ່ມາ: http://www.vientianemai.net/teen/khao/1/11444

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...