spot_img
Homeຂ່າວພາຍ​ໃນບັນຈຸພາສາລາວ ໃນລະບົບໂທລະສັບມືຖື

ບັນຈຸພາສາລາວ ໃນລະບົບໂທລະສັບມືຖື

Published on

ບັນຈຸພາສາລາວ ໃນລະບົບໂທລະສັບມືຖື

ພິທີການ​ເຊັນ​ສັນຍາ​ຮ່ວມ​ມື ໃນ​ການ​ພັດທະນາ​ພາສາ​ລາວ ໃນ​ລະບົບ​ໄອ​ຊີ​ທີ ໄດ້​ຈັດ​ຂຶ້ນ​ວັນ​ທີ 25 ມີນາ 2014 ທີ່​ໂຮງແຮມ​ລາວ​ພລາ​ຊາ ລະຫວ່າງ​ທ່ານ ບຸນ​ສະເຫຼີມ​ໄຊ ເຄນ​ນາ​ວົງ ຫົວໜ້າ​ຫ້ອງການ ທັງ​ເປັນ​ຜູ້ຕາງໜ້າ​ກະຊວງ​ໄປສະນີ ໂທລະ​ຄົມມະນາຄົມ ແລະ ການ​ສື່ສານ ​ສປປ ລາວ ແລະ ທ່ານ ຖັນ​ເດ​ກວາງ (TRAN THE CUONG) ອຳນວຍ​ການ​ບໍລິສັດ ICT ຫວຽດ​ເທວ ​ສສ.ຫວຽດນາມ ເຊິ່ງ​ເປັນ​ບໍລິສັດ​ໃນ​ເຄືອ​ຂອງ​ບໍລິສັດ ຫວຽດ​ເທວກ​ຣຸບ ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ສັກຂີ​ພິຍານ​ຂອງ​ທ່ານ ທັນ​ສະໄໝ ກົມ​ມະ​ສິດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ໄປສະນີ ຄົມມະນາຄົມ ແລະ ການ​ສື່ສານ ພ້ອມ​ດ້ວຍ​ແຂກ​ທີ່​ຖືກ​ເຊີນ​ທັງ​ສອງ​ພາກສ່ວນ​ກໍ່​ເຂົ້າ​ຮ່ວມ.

ພາຍ​ໃຕ້​ການ​ເຊັນ​ສັນຍາ​ສະບັບ​ດັ່ງກ່າວ ບໍລິສັດ ຫວຽດ​ເທວກ​ຣຸບ ຈະ​ໄດ້​ໃຫ້ການ​ຊ່ວຍເຫຼືອ​ລ້າ ໃນ​ມູນ​ຄ່າ 500.000 ໂດ​ລາ​ສະຫະລັດ ໃນ​ການ​ຄົ້ນຄວ້າ​ພັດທະນາ ບັນຈຸ​ຟອນ ແລະ ແປ້ນ​ພິມ​ພາສາ​ລາວ​ໃນ​ລະບົບ​ມື​ຖື ເປັນຕົ້ນ​ລະບົບ IOS Android Windows Phone ແລະ ໃນ​ລະບົບ​ຄອມ​ພິວ​ເຕີ Microsoft Windows ພ້ອມ​ນັ້ນ ກໍ່​ຈະ​ເຮັດ​ການ​ຈັດ​ຝຶກ​ອົບຮົມ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ ໃຫ້​ແກ່​ນັກວິຊາການ​ລາວ ໃຫ້​ສາມາດ​ດຳເນີນ​ການ​ຄົ້ນຄວ້າ ແລະ ພັດທະນາ​ເອງ​ໄດ້​ໃນ​ອະນາຄົດ ຊຶ່ງ​ຈະ​ໃຊ້​ເວລາ​ໃນ​ການຈັດຕັ້ງ​ປະຕິບັດ 1 ປີ ໂດຍ 3 ເດືອນ​ທຳ​ອິດ​ແມ່ນ​ຈະ​ໃຫ້​ສຳເລັດ​ໃນ​ລະບົບ​ມື​ຖື​ກ່ອນ​ຈະ​ເປັນ​ຄອມ​ພິວ​ເຕີ ແລະ ນຳ​ເຜີຍແຜ່​ແກ່​ສັງຄົມ​ຮັບ​ຮູ້.

ທ່ານ ທັນ​ສະໄໝ ກົມ​ມະ​ສິດ ກ່າວ​ວ່າ: ການ​ນຳ​ໃຊ້​ຟອນ​ພາສາ​ລາວ​ເຂົ້າ​ໃນ​ລະບົບ​ໄອ​ຊີ​ທີ ມັນ​ແມ່ນ​ຄວາມ​ຈຳເປັນ​ໃນ​ການ​ພັດທະນາ​ພາສາ​ລາວ ເພາະ​ຜ່ານ​ມາ ບໍ່​ສາມາດ​ນຳ​ໃຊ້​ພາສາ​ລາວ​ໃນ​ລະບົບ​ດັ່ງກ່າວ​ແບບ​ເອກະ​ພາບ ແລະ ຖາວອນ ເປັນ​ສິ່ງ​ກີດຂວາງ​ໃນ​ການ​ພັດທະນາ ແລະ ຂະຫຍາຍ​ໄອ​ຊີ​ທີ​ໄປ​ສູ່​ເຂດ​ຊົນນະບົດ ລັດຖະບານ​ລາວ​ເຫັນ​ໄດ້​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ດັ່ງກ່າວ ຈຶ່ງ​ໄດ້​ຖື​ເອົາ​ເປັນ​ບຸລິມະສິດ​ໜຶ່ງ ເພື່ອ​ໃຫ້​ເກີດ​ປະໂຫຍດ​ແກ່​ສັງຄົມ ແລະ ກາຍເປັນ​ອຸດ​ສະຫະ​ກຳ​ທີ່​ທັນ​ສະໄໝ ຕາມ​ນະໂຍບາຍ​ຂອງ​ລັດຖະບານ​ລາວ.

ທີ່ມາ : http://www.vientianemai.net/teen/khao/1/11443

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...