ສະພາ​ແຫ່ງ​ຊາດ​ ລາວ-ສ.​ເກົາຫລີ ສືບ​ຕໍ່ການ​ຮ່ວມ​ມື

ຂປລ. ​ໃນ​ວັນ​ທີ 14 ມັງກອນ 2014 ທີ່​ຫ້ອງວ່າການ​ສະພາ​ແຫ່ງ​ຊາດ ທ່ານ ນາງ ປາ​ນີ ຢາ​ທໍ່​ຕູ້ ປະທານ​ສະພາ​ແຫ່ງ​ຊາດ ​ໄດ້​ໃຫ້​ກຽດ​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຂ່ຳນັບ ຂອງ ທ່ານ ອານ ຮົງ ຈູ​ນ ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ​ເຕົ້າ​ໂຮມ​ຊາດ​ເກົາຫລີ ສະພາ​ແຫ່ງ​ຊາດ​ແຫ່ງ ສ.​ເກົາ ຫລີ ພ້ອມ​ດ້ວຍ​ຄະນະ ​ໃນ​ໂອກາດ​ທີ່​ທ່ານ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ ​ແຕ່​ວັນ​ທີ 13-16 ມັງກອນ 2014.

ທ່ານ  ປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍິນດີຕ້ອນຮັບພ້ອມທັງຕີລາຄາສູງຕໍ່ ທ່ານ ອານ ຮົງ ຈູ​ນ  ພ້ອມດ້ວຍຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້. ​ເພື​່ອ ​​​ສືບ​ຕໍ່​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ມີ​ປະສິດທິ​ຜົນ​ກວ່າ​ ເກົ່າ ​ແລະ ທັງ​ເປັນ​ການ​ຜັນ​ຂະ ຫຍາຍ​ຜົນ​ສຳ​ເລັດ​ຂອງ​ການ​ແລກປ່ຽນ​ເຄື່ອນ​ໄຫວ​ຢ້ຽມຢາມ​ກັນລະຫວ່າງ​ປະມຸກ​ລັດ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ສອງປະ​ເທດ​ໃນ​ຊຸມ​ປີຜ່ານມາ, ພ້ອມນີ້ຍັງເປັນການປະກອບສ່ວນ ສຳຄັນເຂົ້າໃນການ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່​ດີ​ລະຫວ່າງ​ສອງ​ປະ​ເທດ ສປປ ລາວ -ສ.​ເກົາຫລີ​ ເວົ້າ​ລວມ,​ເວົ້າ​ສະ​ເພາະ​ແມ່ນ​ລະຫວ່າງ​ສອງ​ອົງການ​ນິຕິບັນຍັດ ​ແລະ ສອງ​ກຳມາ​ທິການ​ຕ່າງປະ​ເທດ ໃຫ້ນັບມື້ກ້າວໜ້າຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
ໂອກາດນີ້ ທ່ານ  ອານ ຮົງ ຈູ​ນ   ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ ທ່ານ ປະທານສະ ພາ ແຫ່ງຊາດ ທີ່ໄດ້ໃຫ້ກຽດຕ້ອນຮັບອັນອົບອຸ່ນ ແລະ ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການເດີນທາງ ມາຢ້ຽມຢາມ ລາວ ແລະ ເຮັດວຽກໃນຄັ້ງນີ້. ​ເພື່ອສືບ​ຕໍ່ຊຸກ​ຍູ້ການພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ໃຫ້​ມີ​ປະ ສິດທິ​ຜົນ​ກວ່າ​ເກົ່າ ​ແລະ ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ສູ່​ປະຊາຊົນ​ສອງ​ຊາດ​ຢ່າງ​ເປັນ​ປົກ​ກະຕິ​ ຕະຫລອດ​ມາ.​ອັນ​ສຳຄັນ​ແມ່ນ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ລາວ ​ແລະ ສູນ​ຄົ້ນ​ຄວ້າ-ສະໜອງ​ຂໍ້​ມູນ​ຂອງ​ສະພາ​ແຫ່ງ​ຊາດ​ ສ.​ເກົາຫລີ​ ໄດ້​ລົງ​ນາມ​ບົດ​ບັນທຶກ​ຊ່ວຍ​ຈຳ​ວ່າ​ດ້ວຍ​ການ​ຮ່ວມມື​ນຳ​ກັນ.
ໃນ​ວັນ​ດຽວ​ກັນ​ກໍ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ລະຫວ່າງ ທ່ານ ສຈ.ດຣ.ບຸນ​ຍົງ ບຸບຜາ ຮອງ​ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ ສະພາ​ແຫ່ງ​ຊາດ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍ​ຄະນະ ​​ແລະ  ທ່ານ ອານ ຮົງ ຈູ​ນ ປະທານ​ກຳມາ​ທິການ​ການ​ຕ່າງປະ​ເທດ ​ແລະ ​ເຕົ້າ​ໂຮມ​ຊາດ​ເກົາຫລີ ສະພາ​ແຫ່ງ​ຊາດ ​ແຫ່ງ ສ.​ເກົາຫລີ ພ້ອມ​ດ້ວຍ​ຄະນະ.

​ ການ ​ພົບ​ປະສອງ​ຝ່າຍ​ຄັ້ງນີ້​​ເພື່ອ​ເປັນ​ການ​ສືບ​ຕໍ່​ຜັນ​ຂະຫຍາຍ ​ແລະ ຍົກ​ລະດັບ​ການ​ຮ່ວມ​ມື ລະຫວ່າງ ​ສອງປະ​ເທດ ກໍ​ຄື​ສອງ​ອົງການ​ນິຕິບັນຍັດ​ ລາວ-ສ.​ເກົາຫລີ ​ໃຫ້​ມີ​ຄຸນ​ນະພາ​ບ​ໃໝ່, ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຊົນ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຫລາຍ​ຂຶ້ນ. ພ້ອມ​ນີ້​ທັງ​ສອງ​ຝ່າຍ​ຍັງ​ໄດ້​ສະ​ເໜີ​ບາງ​ທິດ​ທາງ​ການ​ຮ່ວມ​ມື​ໃນ​ຕໍ່​ ໜ້າຕາມ​ເນື້ອ​ໃນ​ຈິດໃຈ​ທີ່​ສອງ​ປະທານ​ສະພາ​ແຫ່ງ​ຊາດ​ ລາວ ​ແລະ ສ.​ເກົາຫລີ ​ໃຫ້​ເຫັນ​ດີ​ນຳ​ກັນ​ສືບ​ຕໍ່​ແລກປ່ຽນ​ການ​ຢ້ຽມຢາມ​ຖອດຖອນ​ບົດຮຽນ​​ເຊິ່ງກັນ ​ແລະ ກັນ ​ໃນ​ລະດັບ​ຕ່າງໆ​ຂອງ​ສະພາ​ແຫ່ງ​ຊາດ, ​ຊຸກ​ຍູ້​ການຈັດ​ຕັ້ງ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສູນ​ຄົ້ນ​ຄ້ວາ ​ແລະ ສະ​ໜອງຂໍ້​ມູນ​ຂອງ​ສະພາ​ແຫ່ງ​ຊາດ ສ.​ເກົາຫລີ ​ແລະ ສູນ​ຝຶກ​ອົບຮົມ​ຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ແຫ່ງ ສປປ ລາວ ​ໃຫ້​ເກີດ​ດອກ​ອອກ​ຜົນ​​ຕາມ​ກອບ​ເນື້ອ​ໃນ​ທີ່​ສອງ​ຝ່າຍ​ໄດ້​ລົງ​ນາມ​ຮ່ວມ​ ກັນ​ໃນ​ວັນ​ທີ 7 ທັນວາ 2010 ​ໂດຍ​ສະ​ເພາະ​ແມ່ນ​ຊ່ວຍ​ຊຸກ​ຍູ້​ໃຫ້​ມີ​ການ​ແລກ​ປ່ຽນ​ຂໍ້​ມູນ-ຂ່າວ ສານ​ດ້ານ​ກົດໝາຍ, ການ​ຮ່ວມ​ມື​ລະຫວ່າງ​ສະ​ຖາ​ບັນ​ຄົ້ນຄວ້າ​ວິທະຍາສາດ-ສັງຄົມ ສ.​ເກົາຫລີ ກັບ​ສູນ​ອົບຮົມ​ຂອງ​ສະພາ​ແຫ່ງ​ຊາດ​ລາວ ຫລື ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາ​ດ້ານ​ວິຊາ​ການ ພາຍ​ໃຕ້​ຫົວ​ຂໍ້​ໃດ​ໜຶ່ງ​ທີ່​ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ ​ແລະ ​ເປັນ​ປະ​ໂຫຍດຮ່ວມ​ກັນ, ສືບ​ຕໍ່​ຊຸກ​ຍູ້​ບັນດາ​ນັກ​ລົງ ທຶນ​ຕາມ​ຂະ​ແໜງ​ການ​ທີ່​ທັງ​ສອງ​ຝ່າຍ​ມີ​ທ່າ​ແຮງ ​ແລະ ທັງ​ສອງ​ສະພາ​ແຫ່ງ​ຊາດ​ຂອງ​ສອ​ງປະ​ເທດ ສືບ​ຕໍ່​ຮ່ວມ​ມື​ກັນ​ໃນ​ເວທີ​ພາກ​ພື້ນ ​ແລະ ສາກົນ​ໂດຍ​ສະ​ເພາະ​ໃນ​ກອບ​ການ​ຮ່ວມ​ມື​ອາ​ຊຽນ, ອົງການ​ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນ, ກອບ​ການ​ຮ່ວມ​ມື​ໃນ​ອົງການ​ສະຫະ​ປະຊາ​ຊາດ, ສະ ຫະພັນ​ລັດຖະສະພາ​ສາກົນ IPU ​ແລະ ອື່ນໆ​.ເພື່ອ​ນຳ​ເອົາ​ຜົນ​ປະ​ໂຫຍ​ດຕົວ​ຈິງ​ມາ​ສູ່​ປະຊາຊົນ​ສອງ​ຊາດ.

ທີ່ມາ http://www.kpl.net.la/lao/news/dnl%201.htm