ສສຊ ຮັບຮອງກົດໝາຍວ່າດ້ວຍອາຊີວະສຶກສາ ເປັນກົດໝາຍໃໝ່

ວັນ​ທີ 23 ທັນວາ 2013 ໄດ້​ສືບຕໍ່​ການ​ດຳເນີນ​ກອງ​ປະຊຸມ​ສະໄໝ​ສາມັນ​ເທື່ອ​ທີ 6 ຂອງ​ສະພາ​ແຫ່ງ​ຊາດ ຊຸດ​ທີ 7 ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ (​ສສຊ) ຫຼາຍ​ທ່ານ​ໄດ້​ເອົາໃຈໃສ່​ຢ່າງ​ຕັ້ງໜ້າ ເຂົ້າ​ໃນ​ການ​ປະກອບ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ ພ້ອມ​ທັງ​ເຫັນ​ດີ​ຮັບຮອງ​ເອົາ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາຊີວະ​ສຶກ​ສາ ດ້ວຍ​ຄະແນນ​ສຽງ​ສ່ວນ​ຫຼາຍ ກອງ​ປະຊຸມ​ເປັນ​ປະທານ​ໂດຍ​ທ່ານ ​ດຣ. ໄຊ​ສົມ​ພອນ ພົມວິຫານ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ລາວ ມີ​ສະມາຊິກ​ສະພາ ແລະ ບັນດາ​ລັດຖະມົນຕີ​ວ່າການ-ຊ່ວຍ​ວ່າການ​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ທ່ານ ​ດຣ. ພັນ​ຄຳ ວິພາ​ວັນ ລັດຖະມົນຕີ​ວ່າການ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ໄດ້​ຂຶ້ນ​ສະເໜີ​ຜ່ານ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາຊີວະ​ສຶກ​ສາ ຕໍ່​ກອງ​ປະຊຸມ​ດັ່ງກ່າວ​ວ່າ: ໂດຍ​ປະຕິບັດ​ຕາມ​ແຜນ​ຍຸດ​ທະ​ສາດ ແລະ ແຜນ​ແມ່​ບົດ ການ​ພັດທະນາ​ອາຊີວະ​ສຶກ​ສາ ແຕ່​ນີ້​ຮອດ​ປີ 2015 ພັກ-ລັດຖະບານ ກໍ່​ຄື​ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ກໍ່​ໄດ້​ເອົາໃຈໃສ່​ລົງທຶນ​ເຂົ້າ​ໃນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ ແລະ ປະກອບ​ອຸປະກອນ​ເຕັກນິກ ໃຫ້​ແກ່​ສະຖານ​ອາຊີວະ​ສຶກ​ສາ​ພາກ​ລັດ ແລະ ຊຸກຍູ້​ສົ່ງເສີມ​ໃຫ້​ພາກ​ເອກະ​ຊົນ​ມາ​ລົງທຶນ​ໃສ່​ວຽກ​ງານ​ນີ້ ເຮັດ​ໃຫ້​ວຽກ​ງານ​ອາຊີວະ​ສຶກ​ສາ ມີ​ການ​ຂະຫຍາຍຕົວ​ຂຶ້ນ​ເທື່ອ​ລະ​ກ້າວ ທັງ​ດ້ານ​ປະລິມານ ແລະ ຄຸນ​ນະ​ພາບ​ທຸກ​ແຂວງ​ໃນ​ທົ່ວ​ປະເທດ ມີ​ໂຮງຮຽນ​ວິຊາ​ຊີບ​ຂອງ​ລັດ​ຢ່າງ​ໜ້ອຍ 1 ແຫ່ງ ຊຶ່ງ​ໃນ​ສົກຮຽນ 2012-2013 ມີ​ສະຖານ​ອາຊີວະ​ສຶກ​ສາ​ພາກ​ລັດ​ທັງ​ໝົດ 22 ແຫ່ງ ແລະ ພາກ​ເອກະ​ຊົນ​ຈຳນວນ 73 ແຫ່ງ ມີ​ນັກຮຽນ​ທີ່​ກຳລັງ​ຮຽນ​ຢູ່​ໃນ​ວິທະຍາໄລ ແລະ ໂຮງຮຽນ​ເຕັກນິກ-ວິຊາ​ຊີບ​ພາກ​ລັດ ຈຳນວນ 20.886 ຄົນ ຍິງ 7.717 ຄົນ ແລະ ພາກ​ເອກະ​ຊົນ ຈຳນວນ 40.198 ຄົນ ຍິງ 20.055 ຄົນ ມີ​ພະນັກງານ​ຄູ-ອາຈານ ຢູ່​ໃນ​ວິທະຍາໄລ ແລະ ໂຮງຮຽນ​ເຕັກນິກ-ວິຊາ​ຊີບ​ພາກ​ລັດ ຈຳນວນ 2.073 ຄົນ ແລະ ພາກ​ເອກະ​ຊົນ 3.342 ຄົນ.

ເຖິງ​ແມ່ນ​ວ່າ​ຈະ​ມີ​ກົດໝາຍ​ວ່າ​ດ້ວຍ​ການ​ສຶກ​ສາ ກົດໝາຍ​ວ່າ​ດ້ວຍ​ແຮງ​ງານ ດຳລັດ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ພັດທະນາ​ອາຊີວະ​ສຶກ​ສາ ແລະ ການ​ເຝິກອົບຮົມ​ວິຊາ​ຊີບ ດຳລັດ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ສ້າງ ແລະ ພັດທະນາ​ສີມື​ແຮງ​ງານ ແລະ ນິຕິ​ກຳ​ອື່ນໆ​ທີ່​ກ່ຽວຂ້ອງ​ຈຳນວນ​ໜຶ່ງ ເຊິ່ງ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການຈັດຕັ້ງ​ປະຕິບັດ ການ​ຄຸ້ມ​ຄອງ​ວຽກ​ງານ​ອາຊີວະ​ສຶກ​ສາ ແລະ ການ​ເຝິກອົບຮົມ​ວິຊາ​ຊີບ​ນັ້ນ ກໍ່​ຍັງ​ເປັນ​ອັນ​ລວມ​ຢູ່ ບໍ່​ຄົບ​ຖ້ວນ ບໍ່​ຮັດກຸມ ແລະ ມີ​ຫຼາຍ​ດ້ານ​ບໍ່​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ແຫ່ງ​ການ​ພັດທະນາ ແລະ ໂຄງ​ປະກອບ​ເສດຖະກິດ​ຂອງ​ປະເທດ ກໍ່​ຄື​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາກົນ ອັນ​ເປັນ​ສາເຫດ​ເຮັດ​ໃຫ້​ວຽກ​ງານ​ອາຊີວະ​ສຶກ​ສາ ແລະ ການ​ເຝິກອົບຮົມ​ວິຊາ​ຊີບ​ມີ​ຄຸນ​ນະ​ພາບ​ຕ່ຳ ການ​ສະໜອງ​ການ​ສຶກ​ສາ​ວິຊາ​ຊີບ ຍັງ​ບໍ່​ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ ຂອງ​ການ​ພັດທະນາ​ເສດຖະກິດ-ສັງຄົມ​ໃນ​ປັດຈຸບັນ ການ​ສ້າງ​ກຳລັງ​ແຮງ​ງານ ໃນ​ແຕ່​ລະ​ຂະແໜງການ​ມີ​ລັກສະນະ​ເຫຼືອ​ບໍ່​ພໍ ການ​ມີ​ສ່ວນ​ຮ່ວມ​ຂອງ​ທົ່ວ​ປວງ​ຊົນ​ກໍ່​ຍັງ​ບໍ່​ເຂັ້ມແຂງ ດ້ວຍ​ເຫດຜົນ ແລະ ຄວາມ​ຈຳເປັນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນີ້ ຈຶ່ງ​ໄດ້​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາຊີວະ​ສຶກ​ສາ​ສະບັບ​ນີ້ ເຊິ່ງ​ຮ່າງ​ກົດໝາຍ​ສະບັບ​ດັ່ງກ່າວ ປະກອບ​ມີ 13 ພາກ 107 ມາດຕາ.

ຮ່າງ​ກົດໝາຍ​ວ່າ​ດ້ວຍ​ອາຊີວະ​ສຶກ​ສາ ໄດ້​ຮັບ​ການ​ຮັບຮອງ ແລະ ປະກາດ​ໃຊ້​ແມ່ນ​ຈະ​ໄດ້​ຮັບ​ຜົນ​ປະໂຫຍດ ໃຊ້​ເປັນ​ບ່ອນ​ອີງ​ພື້ນຖານ​ທາງ​ດ້ານ​ນິຕິ​ກຳ ໃນ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ອາຊີວະ​ສຶກ​ສາ​ຂອງ ​ສປປ ລາວ ກໍ່​ຄື​ການ​ປະຕິ​ຮູບ​ລະບົບ​ການ​ສຶກ​ສາ​ແຫ່ງ​ຊາດ ໃຫ້​ສອດຄ່ອງ​ກັບ​ຍຸດ​ທະ​ສາດ​ການ​ພັດທະນາ ແລະ ໂຄງ​ປະກອບ​ເສດຖະກິດ​ຂອງ​ປະເທດ ກໍ່​ຄື​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ເຊື່ອມ​ໂຍງ​ກັບ​ພາກ​ພື້ນ ແລະ ສາກົນ ແລະ ຂະແໜງການ​ກ່ຽວຂ້ອງ​ສາຍ​ຕັ້ງ ສາຍ​ຂວາງ ຂັ້ນ​ສູນ​ກາງ ແລະ ທ້ອງຖິ່ນ ຕະຫຼອດ​ຮອດ​ອົງການ​ປົກຄອງ​ແຕ່​ລະ​ຂັ້ນ ຫົວໜ່ວຍ​ແຮງ​ງານ ມີ​ຄວາມ​ເຂົ້າໃຈ​ຖືກຕ້ອງ​ເປັນ​ເອກະ​ພາບ​ກັນ ໃນ​ຂອບ​ເຂດ​ທົ່ວ​ປະເທດ ແລະ ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ຈັດ​ຕັ້ງ​ປະຕິບັດ​ກົດໝາຍ​ສະບັບ​ນີ້ ຢ່າງ​ຖືກຕ້ອງ ແລະ ມີ​ປະສິດທິພາບ.

ຜ່ານ​ການ​ສະເໜີ​ຂອງ​ທ່ານ​ລັດຖະມົນຕີ​ວ່າການ ກະຊວງ​ສຶກ​ສາ​ທິ​ການ ແລະ ກີລາ ບັນດາ​ສະມາຊິກ​ສະພາ ກໍ່​ໄດ້​ເອົາໃຈໃສ່​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ຕັ້ງໜ້າ ເພື່ອ​ເຮັດ​ໃຫ້​ຮ່າງ​ກົດໝາຍ​ດັ່ງກ່າວ​ສົມບູນ​ຍິ່ງ​ຂຶ້ນ ແລະ ໄດ້​ພ້ອມ​ກັນ​ເຫັນ​ດີ​ພິຈາລະນາ​ຮັບຮອງ​ເອົາ ກົດໝາຍ​ວ່າ​ດ້ວຍ​ອາຊີວະ​ສຶກ​ສາ ດ້ວຍ​ສຽງ​ສ່ວນ​ຫຼາຍ.

ທີ່ມາhttp://www.vientianemai.net