spot_img
Homeຂ່າວພາຍ​ໃນອົງການກວດກາ ແຫ່ງລັດ ພົບເຫັນ ການສໍ້ລາດ ມູນຄ່າ ມະຫາສານ

ອົງການກວດກາ ແຫ່ງລັດ ພົບເຫັນ ການສໍ້ລາດ ມູນຄ່າ ມະຫາສານ

Published on

ຂ່າວ: 29.11.2013 ຊົງຣິດ ໂພນເງິນ     1450336_545916585483737_1030010498_n

ອົງການກວດກາ ແຫ່ງລັດ ພົບເຫັນ ການສໍ້ລາດ ມູນຄ່າ ມະຫາສານ ປະຊາຊົນ ເດີນຂະບວນຕໍ່ຕ້ານການສໍ້ລາດບັງຫຼວງ ໃນນະຄອນ ຫຼວງວຽງຈັນ ອົງການກວດກາແຫ່ງລັດ ກວດພົບການສໍ້ລາດບັງຫຼວງ ທີ່ເຮັດ ໃຫ້ເກີດການຮົ່ວໄຫຼ ຂອງລາຍຮັບງົບປະມານ ຢ່າງຫຼວງຫຼາຍ ໂດຍສະເພາະແມ່ນໃນໂຄງການພັດທະນາຕ່າງໆ ຂອງລັດຖະ ບານລາວ. ຟັງລາຍງານ ກ່ຽວກັບອົງການກວດກາແຫ່ງລັດ ຂອງລາວ ທ່ານທອງສີ ອ້ວນລາສີ ຮອງປະທານອົງການກວດກາແຫ່ງລັດ ຖະແຫຼງຢືນຢັນວ່າ ໄດ້ມີການກວດກາພົບການປະຕິບັດໜ້າທີ່ ໂດຍບໍ່ສຸດຈະລິດຂອງບັນດາພະນັກງານຂອງລັດຖະບານລາວ ທີ່ເຮັດໃຫ້ເກີດການເສຍຫາຍທາງດ້ານລາຍຮັບງົບປະມານຂອງລັດ ຖະບານລາວ ຫຼາຍຂຶ້ນຢ່າງຕໍ່ເນື່ອງ ຕົວຢ່າງເຊັ່ນການກວດພົບ ການລັກລອບຕັດໄມ້ຫວງຫ້າມ ເຊັ່ນໄມ້ຄະຍຸງ 1,400 ກວ່າແມັດກ້ອນ ໃນແຂວງສະຫວັນນະເຂດ ເມື່ອປີ 2007 ທີ່ມີເຈົ້າໜ້າທີ່ລັດຖະບານ 11 ຄົນ ໄດ້ຮ່ວມມືກັບບັນດານາຍທຶນດ້ວຍ ທັງຍັງ ໄດ້ ກວດພົບ ການຍັກຍອກເງິນໄປ ຈາກຄັງເງິນ ຂອງແຂວງຫຼາຍກວ່າ 5.1 ຕື້ກີບອີກດ້ວຍ. ສ່ວນຢູ່ແຂວງຄໍາມ່ວນ ກໍໄດ້ກວດພົບ ການຮັບສິນບົນໃນໂຄງການກໍ່ສ້າງທາງໃນເຂດເທດສະບານ ຄິດເປັນມູນຄ່າຫຼາຍກວ່າ 12 ຕື້ ກີບ ແລະໃນປີ 2010-2011 ກໍກວດພົບການຮົ່ວໄຫຼຂອງງົບປະມານທີ່ໃຊ້ໃນໂຄງການຕ່າງໆ ເພື່ອຮອງຮັບການເປັນເຈົ້າ ພາບຈັດການແຂ່ງຂັນກິລາຊີເກມສ໌ ຄັ້ງທີ່ 25 ຢູ່ລາວ ຄິດເປັນມູນຄ່າ ຫຼາຍກວ່າ 1.5 ລ້ານໂດລ່າ ກັບອີກຫຼາຍຮ້ອຍລ້ານກີບ. ໃນຂະນະດຽວກັນ ກໍຍັງກວດພົບວ່າ ໄດ້ມີການຍັກຍອກເອົາເງິນໄປຫຼາຍກວ່າ 10 ຕື້ກີບຢູ່ໃນ ບາງແຂວງ ແລະມີພະນັກງານລັດ 50 ກວ່າຄົນ ທີ່ໄດ້ຮ່ວມກັນກະທໍາຄວາມຜິດດັ່ງກ່າວ ແຕ່ທີ່ນັກໄປກວ່ານັ້ນ ກໍຄືການກວດກາ 104 ເປົ້າໝາຍໃນແຜນການປີ 2012-2013 ທີ່ຜ່ານມາ ພົບວ່າການທຸດຈະລິດ ຂອງບັນດາພະນັກງານລັດນັ້ນ ເຮັດໃຫ້ເກີດ ການເສຍຫາຍ ຫຼາຍກວ່າ 80 ຕື້ກີບ ແລະມີຜູ້ກະທໍາຜິດເຖິງ 472 ຄົນ ດັ່ງທີ່ທ່ານທອງສີ ໄດ້ຖະແຫຼງຊີ້ແຈງວ່າ: “ປີ 2012-2013 ນີ້ ທັງຢູ່ໃນສູນກາງແລະທ້ອງຖິ່ນ ໄດ້ດໍາເນີນການກວດກາລວມມີ 104 ເປົ້າໝາຍ ພົບເຫັນການເສຍຫາຍ 80 ກວ່າຕື້ກີບ ໃນນີ້ ໄດ້ເກັບກໍາກູ້ຄືນໄດ້ຈໍານວນນຶ່ງ ແລະກໍມີຜູ້ກະທໍາຜິດ 472 ຄົນ ພວກທີ່ກະທໍາຜິດດັ່ງ ກ່າວ ແມ່ນຖືກດໍາເນີນຄະດີຕາມລະບຽບ ກົດໝາຍ.” ທ່ານນາງວຽງທອງ ສີພັນດອນ ປະທານອົງການກວດກາແຫ່ງລັດ ກ່ອນໜ້ານີ້ ທ່ານນາງວຽງທອງ ສີພັນດອນ ປະທານ ອົງການ ກວດກາແຫ່ງລັດ ໄດ້ສະເໜີລາຍງາຍຕໍ່ກອງປະຊຸມສະໄໝສາ ມັນ ຄັ້ງທີ 5 ຂອງສະພາແຫ່ງຊາດລາວຊຸດທີ 7 ໃນເດືອນກໍລະ ກົດທີ່ຜ່ານມານີ້ວ່າ ສະເພາະໃນແຜນການປີ 2010-2011 ໄດ້ ກວດພົບ ການໃຊ້ຈ່າຍງົບປະມານ ທີ່ບໍ່ເປັນໄປຕາມແຜນການ ທັງຍັງ ເປັນການໃຊ້ຈ່າຍນອກບັນຊີ ຄິດເປັນມູນຄ່າ ລວມເຖິງ 1,933.33 ຕື້ກີບ ຫຼືປະມານ 254 ລ້ານໂດລ່າ. ໂດຍການໃຊ້ຈ່າຍນອກບັນຊີດັ່ງກ່າວນີ້ ແບ່ງເປັນໃນດ້ານແຜນການງົບປະມານລາຍຮັບ 416.58 ຕື້ກີບ ແລະໃນດ້ານແຜນການງົບປະມານລາຍຈ່າຍ 1,516.75 ຕື້ກີບຊຶ່ງທຽບໄດ້ ກັບ 2.9% ຂອງລາຍຮັບທີ່ຈັດເກັບໄດ້ທັງໝົດ 9.84% ຂອງລາຍຈ່າຍ ທີ່ປະຕິບັດໄດ້ທັງໝົດ ເທົ່ານັ້ນກໍຕາມ ຫາກແຕ່ກໍຕ້ອງຖືວ່າເປັນການຮົ່ວໄຫຼຂອງງົບປະມານລາຍຮັບແລະລາຍຈ່າຍທີ່ເພີ່ມຂຶ້ນຈາກແຜນການປີ 2009-2010 ໃນລະດັບທີ່ສູງພໍສົມຄວນ ທັງຍັງເປັນການສະແດງ ໃຫ້ເຫັນເຖິງການປະຕິບັດໜ້າທີ່ຢ່າງບໍ່ສຸດຈະລິດຂອງບັນດາພະນັກງານລັດຖະບານອີກດ້ວຍ. ທາງດ້ານ ທ່ານພູເພັດ ຄໍາພູນວົງ ລັດຖະມົນຕີວ່າການກະຊວງການເງິນ ກໍໄດ້ຖະແຫຼງ ຢືນ ຢັນວ່າສາເຫດທີ່ສໍາຄັນປະການນຶ່ງ ທີ່ເຮັດໃຫ້ເກີດການຮົ່ວໄຫຼຂອງລາຍຮັບງົບປະ ມານຂອງລັດຖະບານລາວ ກໍຄືການຫຼົບຫຼ່ຽງ ການຊໍາລະພາສີອາກອນ ຢ່າງຖືກຕ້ອງຂອງບັນດາຫົວໜ່ວຍ ທຸລະກິດ ໂດຍມີພະນັກງານພາສີຂອງລັດຖະບານຈໍານວນນຶ່ງໃຫ້ການຊ່ວຍເຫຼືອເພື່ອແລກກັບ ການໄດ້ຮັບຜົນປະໂຫຍດຕອບແທນສ່ວນຕົວ ໂດຍສໍາລັບໃນແຜນການປີ 2011-2012 ທີ່ຜ່ານມາ ທ່ານ ພູເພັດ ກໍໄດ້ຍອມຮັບວ່າ ການມີ ການຮົ່ວໄຫຼຂອງລາຍຮັບຈາກພາສີອາກອນ ຢ່າງຫຼວງຫຼາຍ ເນື່ອງຈາກບັນດາຫົວໜ່ວຍວິສາຫະກິດຕ່າງໆ ທີ່ດໍາເນີນທຸລະກິດການຄ້າຂາອອກຂາເຂົ້າຄິດເປັນສັດ ສ່ວນເຖິງ 90% ຂອງ ຫົວໜ່ວຍທຸລະກິດທັງໝົດໃນລາວ ທີ່ໄດ້ແຈ້ງຂໍ້ມູນທີ່ບໍ່ເປັນ ຄວາມຈິງ ດ້ວຍຫວັງວ່າຈະເຮັດໃຫ້ ມີຜົນກໍາໄລຫຼາຍຂຶ້ນ ນອກຈາກນີ້ ການນໍາເຂົ້າຍານພາຫະນະ ແລະນໍ້າມັນຂອງບັນດາບໍລິສັດຕ່າງຊາດທີ່ລົງທຶນຢູ່ໃນລາວ ທີ່ໄດ້ຮັບການຍົກເວັ້ນພາສີ ແຕ່ກໍປາກົດວ່າ ໄດ້ມີການນໍາຍານພາຫະ ນະແລະນໍ້າມັນ ເຂົ້າມາເກີນຄວາມຈໍາເປັນ ເພື່ອລັກລອບຈໍາໜ່າຍຢູ່ໃນລາວ ກໍຄືອີກສາເຫດນຶ່ງ ທີ່ເຮັດໃຫ້ເກີດ ການຮົ່ວໄຫຼດ້ວຍເຊັ່ນກັນ.

 

ຂໍ້ມູນຈາກ:  https://www.facebook.com/photo.php?fbid=545916585483737&set=a.298367543571977.68132.100001962010209&type=1&theater

ບົດຄວາມຫຼ້າສຸດ

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ. ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ...