spot_img
Homeຂ່າວພາຍ​ໃນທ່ານນາຍົກເນັ້ນບັນດາຂະແໜງການຕ້ອງເອົາໃຈໃສ່ເຂັ້ມງວດ

ທ່ານນາຍົກເນັ້ນບັນດາຂະແໜງການຕ້ອງເອົາໃຈໃສ່ເຂັ້ມງວດ

Published on

ທ່ານນາຍົກເນັ້ນບັນດາຂະແໜງການຕ້ອງເອົາໃຈໃສ່ເຂັ້ມງວດ

ກອງ​ປະຊຸມ​ເຜີຍແຜ່ ແລະ ແນະນຳ​ການຈັດຕັ້ງ​ປະຕິບັດ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ສົກ​ປີ 2013-2014 ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 12 ກັນຍາ​ຜ່ານ​ມາ ໄດ້​ປິດ​ລົງ​ໃນ​ວັນ​ທີ 13 ກັນຍາ 2013 ໂດຍ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີ ເຊິ່ງ​ມີ​ບັນດາ​ລັດຖະມົນຕີ​ວ່າການ ຊ່ວຍ​ວ່າການ ແລະ ພາກສ່ວນ​ກ່ຽວຂ້ອງ.

ໃນ​ໂອກາດ​ນີ້ ທ່ານ ທອງ​ສິງ ທຳ​ມະ​ວົງ ໄດ້​ໃຫ້​ກຽດ​ໂອ້​ລົມ​ຕໍ່​ກອງ​ປະຊຸມ ເຊິ່ງ​ມີ​ບາງ​ຕອນ​ທ່ານ​ກ່າວ​ວ່າ: ເພື່ອ​ຮັບປະກັນ​ໃຫ້​ເສດຖະກິດ​ພວກ​ເຮົາ​ໝັ້ນ​ທ່ຽງ ຕາມ​ຄາດໝາຍ​ວາງ​ອອກ ຮັບປະກັນ​ໃຫ້​ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ເສດຖະກິດ ການ​ເງິນ ແລະ ເພື່ອ​ເຮັດ​ໃຫ້ການ​ເຕີບ​ໂຕ​ຂອງ​ເສດຖະກິດ ມີ​ລັກສະນະ​ຕັ້ງໜ້າ ບຸກ​ບື່ນ​ສູງ​ກວ່າ​ເກົ່າ ດັ່ງ​ມະຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ IX ຂອງ​ພັກ​ໄດ້​ກຳນົດ​ໄວ້ ກໍ​ຄື​ປະຕິບັດ​ຈິດໃຈ​ບຸກ​ທະລຸ 4 ດ້ານ​ໃຫ້​ໄດ້ ເຊິ່ງ​ບັນຫາ​ທີ່​ຕ້ອງ​ເອົາໃຈໃສ່​ແມ່ນ​ຕ້ອງ​ສູ້​ຊົນ​ໃຫ້​ລວມ​ຍອດ​ຜະລິດ​ຕະ​ພັນ (GDP) ບັນລຸ 8,3% ຂຶ້ນ​ໄປ ແລະ ພະຍາຍາມ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ໄດ້ 90.650 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ ໃນ​ສົກ​ປີ 2013-2014 ໃຫ້​ໄດ້ 1.674 ໂດ​ລາ​ສະຫະລັດ​ຕໍ່​ຄົນ/ປີ ແລະ ຮອດ​ປີ 2014-2015 ຕ້ອງ​ບັນລຸ​ໄດ້ 1.700 ໂດ​ລາ​ສະຫະລັດ​ຕໍ່​ຄົນ​ຕໍ່​ປີ ເອົາໃຈໃສ່​ຊຸກຍູ້​ລະດົມ​ການ​ລົງທຶນ​ເຂົ້າ​ໃນ​ຂະແໜງການ​ຜະລິດ​ໃຫ້​ເພີ່ມ​ຂຶ້ນ ຂະແໜງ​ກະສິກຳ-ປ່າໄມ້ ຕ້ອງ​ລົງ​ຊຸກຍູ້​ການ​ຜະລິດ​ໃຫ້​ແຂງແຮງ​ກວ່າ​ເກົ່າ ເປັນຕົ້ນ​ແມ່ນ​ການ​ຊຸກຍູ້​ລະດູແລ້ງ ລະດູຝົນ ຮີບ​ຮ້ອນ​ແກ້​ໄຂ​ຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ ຮັບປະກັນ​ການ​ເກັບ​ກ່ຽວ​ໃຫ້​ໄດ້​ຕາມ​ແຜນທີ່​ວາງ​ໄວ້ ຮັບປະກັນ​ການ​ຜະລິດ​ສະບຽງ​ອາຫານ ເປັນຕົ້ນ​ແມ່ນ​ພືດ​ຜັກ ຊີ້ນ ປາ ແລະ ອື່ນໆ ເພື່ອ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ນັບ​ມື້​ດີ​ຂຶ້ນ ຂະແໜງການ​ເງິນ​ຕ້ອງ​ຂຸ້ນຂ້ຽວ​ເກັບ​ລາຍ​ຮັບ​ໃຫ້​ໄດ້​ຕາມ​ຄາດໝາຍ ຕາມ​ແຜນການ​ທີ່​ວາງ​ໄວ້ ເຊິ່ງ​ຕາມ​ການ​ຄົ້ນຄວ້າ​ການ​ເກັບ​ລາຍ​ຮັບ​ປີ​ນີ້ ອາດ​ໄດ້​ພຽງ 95% ຂອງ​ແຜນການ​ຈຸດ​ນີ້ ທຸກໆ​ຂະແໜງການ​ທ້ອງຖິ່ນ​ຕ້ອງ​ໄດ້​ເອົາໃຈໃສ່​ກວດກາ​ເບິ່ງ​ຕື່ມ ເພື່ອ​ໃຫ້ການ​ເກັບ​ລາຍ​ຮັບ​ບັນລຸ 100% ຕາມ​ແຜນການ​ທີ່​ວາງ​ໄວ້.

ພ້ອມ​ນັ້ນ​ຍັງ​ໄດ້​ໃຫ້​ທະນາຄານ ສືບຕໍ່​ເອົາໃຈໃສ່​ຮັກສາ​ສະຖຽນ​ລະ​ພາບ​ຂອງ​ເງິນຕາ​ແຫ່ງ​ຊາດ​ໃຫ້​ໝັ້ນ​ທ່ຽງ ໂດຍ​ໃຊ້​ນະໂຍບາຍ​ເງິນຕາ ແລະ ອັດຕາ​ແລກປ່ຽນ​ທີ່​ເປັນ​ຫຼັກ ໃນ​ນັ້ນ ຕ້ອງ​ສືບຕໍ່​ນຳ​ໃຊ້​ນະໂຍບາຍ​ອັດຕາ​ແລກປ່ຽນ ຕາມ​ກົນ​ໄກ​ຕະຫຼາດ​ທີ່​ມີ​ການ​ຄຸ້ມ​ຄອງ​ຂອງ​ລັດ ແລະ ນະໂຍບາຍ​ເງິນຕາ​ແບບ​ປະສົມ​ປະສານ ເພີ່ມ​ທະວີ​ຄວາມ​ເອົາໃຈໃສ່​ຕໍ່​ມາດ​ຕະການ​ຄຸ້ມ​ຄອງ​ຊຳລະ​ສະ​ສາງ​ຢູ່​ພາຍ​ໃນ ແລະ ການ​ໂອນ​ເງິນ​ໄປ​ຕ່າງປະເທດ​ຜ່ານ​ລະບົບ​ທະນາຄານ ຂອງ​ບັນດາ​ບໍລິສັດ​ຜູ້​ປະກອບ​ການ​ຕ່າງໆ ໃຫ້​ຄ່ອຍ​ເຂົ້າ​ສູ່​ລະບຽບ​ຫຼັກການ ພ້ອມ​ນັ້ນ​ກໍ​ຕ້ອງ​ໄດ້​ເອົາໃຈໃສ່​ເງື່ອນໄຂ​ໃນ​ການ​ປະຕິບັດ​ອື່ນໆ ບໍ່​ວ່າ​ດ້ານ​ສະພາບ​ແວດ​ລ້ອມ ການ​ກວດກາ​ຄຸ້ມ​ຄອງ​ໂຄງການ ຕ້ອງ​ຮັດກຸມ​ກວ່າ​ເກົ່າ ແລະ ຕ້ອງ​ເອົາໃຈໃສ່​ໃນ​ຂະ​ບວນ​ການ​ໂຕະມົນ ເພື່ອ​ລະດົມ​ທຶນຮອນ​ເຂົ້າ​ໃນ​ການ​ພັດທະນາ ເພື່ອ​ເຮັດ​ໃຫ້​ການຈັດຕັ້ງ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ປະຈຳ​ສົກ​ປີ 2013-2014 ບັນລຸ ຕາມ​ຄາດໝາຍ​ທີ່​ວາງ​ໄວ້.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...