spot_img
Homeຂ່າວພາຍ​ໃນກອງ​ປະຊຸມ​ສົນທະນາ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ​ຈັດ​ຂຶ້ນ​ທີ່​ອານ​ມາ​ອາ​ຕາ

ກອງ​ປະຊຸມ​ສົນທະນາ​ກ່ຽວ​ກັບ​ບັນ​ຫາ​ນີວ​ເຄຼຍ​ຂອງ​ອີ​ຣານ​ຈັດ​ຂຶ້ນ​ທີ່​ອານ​ມາ​ອາ​ຕາ

Published on

ดาวน์โหลด (3)

ກອງ​ປະຊຸມ​ສົນທະນາບັນຫາ​ນີວ​ເຄຼຍອີຣານ​ລະຫວ່າງ6​ປະ​ເທດ​ຄື​ອາ​ເມ​ລິ​ກາ,ອັງກິດ, ຝຣັ່ງ ຣັດ​ເຊຍ ຈີນ​ແລະ​ເຢຍລະ​ມັນ​ພ້ອມ​ດ້ວຍ​ສະຫະພາບ​ເອີຣົບກັບ​ອີຣານ​ໄດ້​​ໄຂ​ຂຶ້ນ​ຢູ່ເມືອງ​ອານ​ມາອາ​ຕາ ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ກາ​ຊັກ​ສະຖານ​ໃນ​ວັນ​ທີ26​ກຸມພາ​ນີ້.

ຕາມ​ແຜນການ​ຈະ​ຈັດ​​ໃຫ້​ມີ​ກອງ​ປະຊຸມ​ລະດັບ​ລັດຖະມົນຕີ​ເສຍ​ກ່ອນ​ ​ແລ້ວ​ຈິ່ງ​ຈັດ​ກອງ​ປະຊຸມ​ສົນທະ​ນາ​ລະຫວ່າງ6​ປະ​ເທດ​ກ່ຽວ​ກັບ​ບັນຫາ​ນີວ​ເຄຼຍອີຣານພ້ອມ​ດ້ວຍ​ສະຫະພາບ​ເອີຣົບກັບ​ອີຣານ.ກອງ​ປະຊຸມ​ຈະ​​ເປັນ​ກອງ​ປະຊຸມ​ພາຍ​ໃນ​ແລະ​ຄາດ​ວ່າ​ຈະ​ດຳ​ເນີນ​ເປັນ​ເວລາ​ 2 ວັນ. ທ່ານ​ນາງ​ແຄັດ​ເທີຣິນ ອາສທອນ ຜູ້ຕາງໜ້າ​ສູງ​ສຸດ​ດ້ານ​ວຽກ​ງານ​ຕ່າງປະ​ເທດ​ແລະ​ຄວາມ​ໝັ້ນຄົງ​ຂອງ​ສະຫະ​ພາບ​ເອີຣົບ, ທ່ານ​ໄຊ​ອິດ ຈາລີ​ລີ ຫົວໜ້າ​ຜູ້​ແທນ​ເຈລະຈານີວ​ເຄຼຍຂອງ​ອີຣານພ້ອມ​ດ້ວຍ​ຜູ້​ແທນຂອງ 6 ປະ​ເທດ​ຈະ​ເຂົ້າ​ຮ່ວມ​ກອງ​ປະຊຸມ.ທ່ານ​ມາ​ຈ່າວ​ຊູ້ ຫົວໜ້າ​ຄະນະ​ຜູ້​ແທນ​ຈີນ ຜູ້​ຊ່ວຍ​ລັດຖະ​ມົນຕີ​ການ​ຕ່າງປະ​ເທດ​ຈີນ​ໄດ້​ນຳພາ​ຄະນະ​ຜູ້​ແທນ​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ວັນ​ທີ26​ກຸມພາ​ນີ້,ທ່ານ​ມາ​ຈ່າວ​ຊູ້​ກ່າວ​ວ່າ,ຈີນ​ໄດ້​​ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ໃກ້ຊິດ​ກັບ​ຝ່າຍ​ຕ່າງໆ​ທີ່​ສຳຄັນ​ມາ​ໂດຍ​ຕະຫຼອດ​ແລະ​ຕັ້ງໜ້າ​ຊຸກ​ຍູ້​ໃຫ້​ຝ່າຍ​ຕ່າງໆ​ຍຶດໝັ້ນ​ທິດ​ທາງ​ແກ້​ໄຂ​ບັນຫາ​ດ້ວຍ​ວິທີ​ທາງ​ການ​ທູດ.ຈີນຈະ​ສືບ​ຕໍ່​ຍຶດໝັ້ນ​ຊຸກ​ຍູ້​ການ​ເຈລະຈາ​ສັນຕິພາບ,ທຳ​ຄວາມ​ພະ​ຍາ​ຍາມ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີຣານ​ໂດຍ​ສັ​ນຕິ.​ແລະ​ຫວັງ​ວ່າ​ກອງ​ປະຊຸມ​ສົນທະນາ​ທີ່​ອານ​ມາ​ອາ​ຕາ​ກ່ຽວ​ກັບ​ບັນຫາ​ນີ​ວ​ເຄຼຍອີຣານຈະ​ໄດ້​ຮັບປະສິດທິ​ຜົນ​ທີ່​ດີ.

ຫວ່າງ​ກ່ອນ​ນີ້​ບໍ່​ດົນ,ທ່ານ​ຫົງ​ເຫຼີ​ຍ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ການ​ຊຸກ​ຍູ້​ໃຫ້​ກອງ​ປະ​ຊຸມ​ສົນທະນາ​ເທື່ອ​ນີ້​ໃຫ້​ໄດ້​ຮັບ​ປະ​ສິດ​ທິ​ຜົນ​ທີ່​ດີ​ແມ່ນ​ມີ​ຜົນ​ດີ​ຕໍ່​ການ​ປັບປຸງ​ທ່າ​ອ່ຽງທີ່​ດີ​ໃນ​ການ​ສົນທະນາ​ແລະ​ການ​ຮ່ວມ​ມື​ກັນ,​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະຖຽນ​ລະ​ພາບ​ຂອງ​ພາກ​ພື້ນ.ມັນ​ໄດ້​ຮຽກຮ້ອງ​ໃຫ້ບັນດາ​ຝ່າຍ​ທຳ​ຄວາມ​ພະຍາຍາມ​ຮ່ວມ​ກັນ.ຈີນ​ເຫັນຕະຫຼອດ​ມາ​ວ່າ,ການ​ສົນທະນາ​ແລະ​ການ​ເຈລະຈາ​ແມ່ນ​ວິທີ​ທາງ​ທີ່​ຖືກຕ້ອງ​ພຽງໜຶ່ງ​ດຽວ​​​ໃນ​ການ​ແກ້​ໄຂ​ບັນຫາ​ນີວ​ເຄຼຍຂອງ​ອີຣານ​ຢ່າງ​ເໝາະ​ສົມ.

ທີ່ມາhttp://laos.cri.cn

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...