Homeຂ່າວການພັດທະນາ100 ກວ່າຄອບຄົວຖືກໂຄງການ ເຂດເສດຖະກິດພິເສດມະຫານະທີສີພັນດອນ

100 ກວ່າຄອບຄົວຖືກໂຄງການ ເຂດເສດຖະກິດພິເສດມະຫານະທີສີພັນດອນ

Published on

ປະຈຸບັນໂຄງການພັດທະນາເຂດ ເສດຖະກິດພິເສດມະຫານະທີສີພັນດອນ ແມ່ນໄດ້ສຳເລັດການສຳຫຼວດ ແລະຈະລົງມືກໍ່ສ້າງໃນປີນີ້ ໂດຍມີເນື້ອທີ່ທັງໝົດ 9,8 ພັນເຮັກຕາ ມີມູນຄ່າການລົງທຶນຫຼາຍກວ່າ 9 ຕື້ໂດລາ ຊຶ່ງຈະສ້າງໃຫ້ສຳເລັດທຸກຮູບແບບໃນປີ 2050 ຂະນະທີ່ມີຜູ້ໄດ້ຮັບຜົນກະທົບຈາກໂຄງການທັງໝົດ 100 ກວ່າຄອບຄົວ.

ອີງຕາມແຫຼ່ງຂໍ້ມູນຈາກໜັງສືພິມຈຳປາໃໝ່ລະບຸວ່າ: ໃນວັນທີ 29 ທັນວາຜ່ານມາທີ່ພະແນກແຜນການ ແລະການ ລົງທຶນແຂວງຈຳປາສັກ ໄດ້ມີກອງປະຊຸມ ຜ່ານຮ່າງບົດວິພາກປະເມີນຄວາມເປັນ ໄປໄດ້ທາງດ້ານເສດຖະກິດເຕັກເຕັກ, ແຜນແມ່ບົດປະເມີນຜົນກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມຂອງໂຄງການດັ່ງກ່າວ ຊຶ່ງໃນກອງປະຊຸມທ່ານ ສິດທິໄຊ ໄຊຍະວົງ ປະທານທີ່ປືກສາໂຄງການໄດ້ກ່າວ ວ່າ: ໂຄງການພັດທະນາເຂດເສດຖະກິດ ພິເສດມະຫານະທີສີພັນດອນ ມີເນື້ອທີ່ທັງໝົດ 9.800 ເຮັກຕາ ມີມູນຄ່າການລົງທຶນ ຫຼາຍກວ່າ 9 ຕື້ໂດລາ ໄລຍະເວລາຄືນທຶນ 33 ປີ ໂດຍສາມາດດຶງດູດນັກທ່ອງທ່ຽວ ໄດ້ຫຼາຍກວ່າ 15 ລ້ານຄົນ ຈະມີລາຍຮັບຈາກການທ່ອງທ່ຽວ 1,8 ຕື້ໂດລາຕໍ່ປີ, ສ້າງວຽກເຮັດງານທຳ ໄດ້ 1 ແສນຄົນ ໃນນັ້ນ ແມ່ນຈະໄດ້ສ້າງໂຮງແຮມ 5 ດາວ ແລະກາຊິໂນຫຼາຍກວ່າ 35 ແຫ່ງ, ສ້າງລາຍຮັບຈາກການປັນຜົນ ແລະພາສີອາກອນໃຫ້ລັດຖະບານ 200 ລ້ານໂດລາຕໍ່ປີ.

ໃນນັ້ນ ຈະໃຫ້ມີສ້າງສະໜາມບິນ, ທາງດ່ວນ ແລະທາງລົດໄຟ, ສວນສະໜຸກ, ສວນອຸທິຍານ, ສວນສັດປ່າ-ສັດນ້ຳ, ໂຮງແຮມ, ຣີສອດ, ສູນການປະຊຸມ ແລະການສະແດງນາໆຊາດ, ຮ້ານອາຫານນາໆຊາດ, ກິລາທາງບົກ-ທາງນ້ຳ, ສະໜາມກ໊ອບ, ຕະຫຼາດຊຸມຊົນ, ສູນການຄ້າສາກົນ, ຫັດຖະກຳ-ອຸດສາຫະກຳເບົາ, ອຸດສາຫະກຳການຜະລິດ ແລະປຸງແຕ່ງທີ່ໃຊ້ເຕັກ ໂນໂລຊີຂັ້ນສູງ, ການກະເສດ, ທຸລະກິດ ບັນເທີງ, ທຸລະກິດອະສັງຫາລິມະຊັບ ແລະທີ່ພັກອາໄສ, ການຄົມມະນາຄົມ, ໂຮງຮຽນວິຊາຊີບ ແລະວິທະຍາໄລ,ການ ບໍລິການດ້ານສຸຂະພາບ, ການແພດ ແລະ ຂະແໜງການບໍລິການອື່ນໆ.

ໂຄງການພັດທະນາເຂດເສດຖະກິດ ພິເສດມະຫານະທີສີພັນດອນ ພາຍຫຼັງທີ່ໄດ້ເຊັນສັນຍາ MOU ກັບລັດຖະບານທາງໂຄງການແມ່ນໄດ້ດຳເນີນການສຳ ຫຼວດອອກແບບ ແລະສືກສາຄວາມເປັນໄປໄດ້ ຊຶ່ງໃຊ້ເວລາສຳຫຼວດ 6 ເດືອນ ປະຈຸບັນແມ່ນໄດ້ສຳເລັດການສຳຫຼວດ 100% ພ້ອມທັງຈະເລີ່ມລົງມືກໍ່ສ້າງແຕ່ປີ 2018 ແລະຈະໃຫ້ສຳເລັດທຸກຮູບແບບ ໃນປີ 2050, ໂຄງການດັ່ງກ່າວມີຜູ້ໄດ້ຮັບ ຜົນກະທົບ 100 ກວ່າຄອບຄົວ ໂດຍທາງໂຄງການຈະໃຫ້ການຊົດເຊີຍສູງເພື່ອໃຫ້ປະຊາຊົນເພິ່ງພໍໃຈ.

 

ແຫລ່ງຂ່າວ: ໜັງສືພິມເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...