spot_img
Homeນານາສາລະ10 ວິທີເກັບຜັກ ແລະ ໝາກໄມ້ໃຫ້ຢູ່ໄດ້ດົນບໍ່ເນົ່າເປື່ອຍໄວ

10 ວິທີເກັບຜັກ ແລະ ໝາກໄມ້ໃຫ້ຢູ່ໄດ້ດົນບໍ່ເນົ່າເປື່ອຍໄວ

Published on

ທ່ານເຄີຍປະສົບບັນຫາຊື້ຜັກ ໝາກໄມ້ ມາແລ້ວກິນບໍ່ທັນຈົນເຮັດໃຫ້ເນົ່າຄາຕູ້ເຢັນບໍ່? ຖ້າທ່ານເປັນຜູ້ໜຶ່ງທີ່ປະສົບບັນຫາດັ່ງກ່າວ ມື້ນີ້ລາວໂພສ ໄດ້ຮວບຮວມວິທີເກັບຜັກ ແລະ ໝາກໄມ້ ໃຫ້ໄດ້ດົນຂຶ້ນມາຝາກທຸກຄົນກັນ.

  1. ຫົວກະຣົດ

ວິທີການຮັກສາ ຫົວກາຣົດ ໃຫ້ຢູ່ດົນເທົ່າທີ່ເປັນໄປໄດ້ ຂັ້ນ​ຕອນ​ທໍາ​ອິດ​ແມ່ນ​ການ​ຕັດ​ລໍາ​ຕົ້ນ​ທີ່​ມີ​ສີ​ຂຽວ​ທີ່​ຕິດ​ຢູ່​ກັບກາຣົດອອກ ເນື່ອງຈາກໃບສາມາດດູດຊຶມສານອາຫານຈາກກາຣົດໄດ້. ຫຼັງຈາກນັ້ນ, ເອົາ ກາຣົດ ໃສ່ກ່ອງທີ່ມີນໍ້າ. ເນື່ອງຈາກວ່າ ກາຣົດ ເປັນພືດທີ່ມັກຄວາມຊຸ່ມຊື່ນ. ຫຼັງຈາກນັ້ນໃຫ້ຫໍ່ດ້ວຍພາດສະຕິກ ແລະ ເກັບຮັກສາໄວ້ໃນຕູ້ເຢັນ ຫຼື ຖ້າໃຜບໍ່ຢາກເອົາແຊ່ໄວ້ໃນນ້ຳ ກໍສາມາດຫໍ່ດ້ວຍຖົງຢາງພາດສະຕິກ ແລະ ເກັບໄວ້ໃນຕູ້ເຢັນແທນກໍໄດ້ເຊັ່ນກັນ.

2 ບ໋ອກໂຄລີ່ ແລະ ຜັກກະຫຼໍ່າ

ພຽງແຕ່ນໍາເອົາບ໋ອກໂຄລີ່ ໄວ້ໃນຕູ້ເຢັນ ໂດຍເອົາໃສ່ກ່ອງແຍກຕ່າງຫາກ ບໍ່ປະສົມກັບຜັກ, ໝາກໄມ້ ຫຼື ອາຫານອື່ນໆ ພຽງເທົ່ານີ້ ກໍສາມາດຊ່ວຍຍືດອາຍຸຂອງຜັກໄດ້ດົນອີກຕື່ມແລ້ວ.

3. ຜັກສະຫຼັດ

ວິທີເກັບຮັກສາຜັກສະຫຼັດໄວ້ໃຫ້ດົນຂຶ້ນແມ່ນ ໃຫ້ເດັດໃບເນົ່າອອກໃຫ້ໝົດ ຫຼັງຈາກນັ້ນໃຫ້ຫໍ່ດ້ວຍແຜ່ນເຈ້ຍທິດຊູ້ ແລ້ວເອົາໃສ່ໃນຖົງ ziplock, ຫຼັງຈາກນັ້ນເອົາໄວ້ໃນຕູ້ເຢັນ. ມັນຈະ​ຊ່ວຍ​ໃຫ້​ເກັບໄວ້ໄດ້ດົນຂຶ້ນເຊັ່ນກັນ.

4. ຜັກໃບຂຽວ

ຜັກໃບຂຽວເຊັ່ນ: ຜັກຫົມ ແລະ ຜັກກາດຈະຮັກສາໄດ້ດົນຂຶ້ນ ຖ້າລ້າງໃຫ້ສະອາດ ຫຼັງຈາກນັ້ນ, ເຊັດດ້ວຍເຈ້ຍ ຫຼື ຜ້າເຊັດຈານ. ກ່ອນທີ່ຈະເອົາມັນເຂົ້າໄປໃນກ່ອງ ຫຼື ຖົງຢາງ ແລະ ເກັບຮັກສາໄວ້ໃນຕູ້ເຢັນ. ເຊິ່ງນອກຈາກຈະຊ່ວຍຍືດອາຍຸຂອງຜັກບໍ່ໃຫ້ເນົ່າໄວແລ້ວ ຍັງເຮັດໃຫ້ສະດວກໃນການນໍາເອົາອອກມາແຕ່ງກິນນໍາອີກ.

  1. ມັນຝຣັ່ງ

ມັນຝຣັ່ງ ໃຫ້ເກັບໄວ້ກັບແອັບເປິ້ນ ເພາະແອບເປິ້ນຜະລິດແກສເອທິລີນທີ່ສາມາດເຮັດໃຫ້ມັນຝຣັ່ງສາມາດຢູ່ໄດ້ດົນເຖິງ 8 ອາທິດ ຫຼື 2 ເດືອນ ພ້ອມກັນນັ້ນ ຍັງສາມາດຫຼຸດບັນຫາມັນຝຣັ່ງແຕກໜໍ່ ຫຼື ເກີດຮາກອີກດ້ວຍ.

6. ໝາກເລັ່ນ

ວິທີຮັກສາໝາກເລັ່ນແມ່ນໃຫ້ມ້ຽນໄວ້ນອກຕູ້ເຢັນ ເພາະໝາກເລັ່ນບໍ່ມັກອາກາດເຢັນ ແຕ່ກໍຕ້ອງເກັບໃຫ້ພົ້ນຈາກແສງແດດ ແລະ ຄວາມຮ້ອນ ເພາະອາດຈະເຮັດໃຫ້ເສຍລົດຊາດໄດ້, ໃຫ້ເກັບໄວ້ຊັ້ນວາງເຄື່ອງທໍາມະດາ ແລະ ຕ້ອງວາງໄວ້ໃນທ່າທີ່ຂວ້ມຫົວລົງ ເພາະເປັນສ່ວນທີ່ສຸກຊ້າທີ່ສຸດ ພ້ອມຍັງເກັບຮັກສາໄວ້ໄດ້ດົນນໍາອີກ.

7. ໝາກອະໂວຄາໂດ

ເມື່ອເຮົາສັງເກດດີໆແລ້ວ ຈະເຫັນໄດ້ວ່າໝາກອະໂວຄາໂດທີ່ຜ່າເຄິ່ງແລ້ວຈະເຮັດໃຫ້ປ່ຽນສີໄດ້ໄວຂຶ້ນ ເນື່ອງຈາກໝາກໄມ້ຊະນິດນີ້ມີສານທີ່ຜະລິດສີນໍ້າຕານເມື່ອພົບກັບອາກາດ ສະນັ້ນ, ຖ້າຫາກຢາກຍືດອາຍຸທີ່ສາມາດເກັບຮັກສາໄດ້ດົນໃຫ້ບີບໝາກນາວໃສ່ກ່ອນ ແລ້ວນໍາເອົາໄປແຊ່ໄວ້ໃນຕູ້ເຢັນ ເພື່ອຊ່ວຍໃຫ້ກຣົດຊີຕຣິກເຂົ້າໄປປ້ອງກັນບໍ່ໃຫ້ປ່ຽນສີ ເຮັດໃຫ້ເກັບຮັກສາໄວ້ກິນໄດ້ດົນຂຶ້ນ.

8. ໝາກກ້ຽງ

ປົກກະຕິແລ້ວ ໝາກໄມ້ປະເພດ ໝາກກ້ຽງ, ໝາກກ້ຽງໃຫຍ່, ໝາກນາວ ສາມາດເກັບຮັກສາໄວ້ໄດ້ດົນເປັນອາທິດຢູ່ແລ້ວ ພຽງແຕ່ເກັບໄວ້ໃນບ່ອນທີ່ເຢັນ ແລະ ຫ່າງຈາກແສງແດດ ແຕ່​ຖ້າ​ຫາກ​ວ່າ​ໃຜ​ຕ້ອງ​ການ​ທີ່​ຈະ​ເກັບໄວ້ໃຫ້ໄດ້ດົນຕື່ມອີກ ແນະນໍາໃຫ້ເກັບຮັກສາໃສ່ໃນກ່ອງ ຫຼື ເອົາໃສ່ໃນຖົງຕາໜ່າງ ແລ້ວເອົາໄວ້ໃນຕູ້ເຢັນ ກໍເປັນການຍືດເວລາເກັບຮັກສາໄດ້ດົນອີກຕື່ມ.

9 ໝາກກ້ວຍ

ວິທີເກັບຮັກສາໝາກກ້ວຍໃຫ້ໄດ້ກິນດົນໆ ຂັ້ນຕອນທຳອິດແມ່ນເອົາກ້ວຍແຕ່ລະໜ່ວຍອອກຈາກຫວີ ຫຼັງຈາກນັ້ນ, ຫຸ້ມກ້ວຍດ້ວຍພາດສະຕິກແລບ ເທົ່ານີ້ກໍຈະຊ່ວຍຢຸດການແຜ່ກະຈາຍຂອງອາຍແກັສ ethylene ທີ່ເປັນຕົ້ນຕໍທີ່ເຮັດໃຫ້ໝາກກ້ວຍເນົ່າເປື່ອຍ ແຕ່ຖ້າເປັນກ້ວຍສຸກເກີນໄປ ແມ່ນໃຫ້ປອກເປືອກ ແລະ ເກັບຮັກສາໄວ້ໃນຕູ້ເຢັນຊ່ອງແຊ່ແຂງ ເພື່ອນໍາມາເຮັດເປັນນໍ້າປັ່ນແທນ ກໍແຊບອີກແບບໜຶ່ງ.

10. ແອັບເປິ້ນ

ໝາກແອັບເປິ້ນສາມາດເກັບຮັກສາໄວ້ນອກຕູ້ເຢັນໄດ້ເຖິງໜຶ່ງອາທິດ. ແຕ່ຖ້າເກັບໄວ້ໃນຕູ້ເຢັນ ກໍຈະຢູ່ໄດ້ຫຼາຍກວ່າໜຶ່ງອາທິດ. ສໍາລັບຫມາກແອັບເປິ້ນທີ່ປອກແລ້ວ ແຕ່ກິນບໍ່ໝົດ ໃຫ້ເອົາໄປແຊ່ໃນນ້ໍາເກືອເພື່ອຊ່ວຍປ້ອງກັນການເກີດປະຕິກິລິຍາອອກຊິເດຊັ່ນ. ໂດຍປະສົມນ້ຳເຢັນປະມານ 1 ລິດ ກັບເກືອ 1/2 ບ່ວງກາເຟ ແລ້ວປະໄວ້ 5 ນາທີ ແລ້ວນໍາມາທາໃຫ້ແຫ້ງ, ເອົາໃສ່ໃນຖົງຢາງສູນອາກາດ ແລະ ນໍາໄປແຊ່ໄວ້ໃນຕູ້ເຢັນ ກໍ​ຈະ​ຊ່ວຍ​ໃຫ້​ເກັບຮັກສາໄດ້ດົນຂຶ້ນ​.

ຂໍ້ມູນ: Kapook

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...