ໂຄງການກໍ່ສ້າງທາງດ່ວນພາກເໜືອ 3 ຊ່ວງ ບໍ່ມີຄວາມຄືບໜ້າ ແລະ ມີຫຼາຍໜ້າວຽກຄ້າງຄາ

0
587

ໂຄງການລົງທຶນກໍ່ສ້າງທາງດ່ວນ ສາຍພາກເໜືອ 3 ຊ່ວງ (ວັງວຽງ ຫາ ຫລວງພະບາງ, ຫຼວງພະບາງ ຫາ ອຸດົມໄຊ ແລະ ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ການດໍາເນີນການກໍ່ສ້າງທາງດ່ວນດັ່ງກ່າວ ໄດ້ສໍາຫຼວດສຶກສາຂໍ້ມູນໃນໄລຍະຫຼາຍປີຜ່ານມາ ແຕ່ໂຄງການທາງດ່ວນບໍ່ມີຄວາມຄືບໜ້າ, ການດຳເນີນໂຄງການ ແລະ ຍັງມີຫຼາຍໜ້າວຽກທີ່ຄ້າງຄາ.

ໃນໄລຍະຜ່ານມາ, ກະຊວງ ແຜນການ ແລະ ການລົງທຶນຂອງ ສປປ ລາວ ໄດ້ກວດກາຄືນການ ຂໍສືບຕໍ່ສຶກສາຄວາມເປັນໄປໄດ້ໃນໂຄງການກໍ່ສ້າງທາງດ່ວນ 3 ຊ່ວງ ຂອງບໍລິສັດ Yunnan construction andInvestment Holding Group Co.,Ltd, ຜ່ານມາໄດ້ຕໍ່ອາຍຸ (MOU) 3 ຄັ້ງແລ້ວ ແຕ່ໂຄງການ ບໍ່ມີຄວາມຄືບໜ້າ ແລະ ຍັງມີຫຼາຍໜ້າວຽກທີ່ຄ້າງຄາ.

ສະນັ້ນ, ເພື່ອເຮັດໃຫ້ໂຄງການສາມາດຈັດຕັ້ງປະຕິບັດໄດ້ໄວ ຈຶ່ງຄວນເລືອກເອົາບໍລິສັດ ທີ່ມີເງື່ອນໄຂຄວາມພ້ອມໃນດ້ານຕ່າງໆ ເພື່ອສືບຕໍ່ພັດທະນາທາງດ່ວນຊ່ວງທີ 2 ວັງວຽງ ຫາ ຫລວງພະບາງ ແລະ ທາງດ່ວນຊ່ວງທີ 03 ຫລວງພະບາງ ຫາ ອຸດົມໄຊ ໃຫ້ສໍາເລັດຕາມແຜນການທີ່ວາງໄວ. ດັ່ງນັ້ນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີຈຶ່ງອອກ ແຈ້ງການສະບັບເລກທີ 431/ຫສນຍ,ລົງວັນທີ 30/03/2022 ບໍ່ເຫັນດີໃຫ້ຕໍ່ອາຍຸ ບົດບັນທຶກຄວາມເຂົ້າໃຈ(MOU) ຫຼື ຍົກເລີກໂຄງການທາງດ່ວນ ຊ່ວງທີ 2 (ວັງວຽງ ຫາ ຫຼວງພະບາງ) ແລະ ຊ່ວງທີ 3 (ຫຼວງພະບາງ ຫາ ອຸດົມໄຊ) ຂອງບໍລິສັດ Yunnan construction andInvestment Holding Group Co.,Ltd, ສ່ວນທາງດ່ວນ ຊ່ວງທີ 04 ອຸດົມໄຊ ຫາ ຊາຍແດນ ລາວ-ຈີນ (ບໍ່ເຕັນ-ບໍ່ຫານ) ແມ່ນມອບໃຫ້ບໍລິສັດ Yunnan construction andInvestment Holding Group Co.,Ltd ສືບຕໍ່ໂຄງການທາງດ່ວນ ເນື່ອງຈາກວ່າ ບໍລິສັດ ດັ່ງກ່າວ ໄດ້ດຳເນີນການສຳຫຼວດສຶກສາຄວາມເປັນໄດ້ ກ່ຽວກັບສະພາບທາງດ່ວນຜ່ານມາ ແລະ ມີຂໍ້ມູນຈຳນວນໜຶ່ງແລ້ວ ແຕ່ຕ້ອງກຳນົດຂອບເຂດເວລາ ການຈັດຕັ້ງປະຕິບັດໂຄງການໃຫ້ຊັດເຈນ.

ແຫຼ່ງຂ່າວ ປະເທດລາວ