Homeຂ່າວພາຍ​ໃນແຫຼ່ງຜະລິດພະລັງງານໄຟຟ້າຈາກກັງຫັນລົມ ແຫ່ງທຳອິດໃນ ສປປລາວ ຈະເລີ່ມທຳການຜະລິດກະແສໄຟຟ້າໃນກາງປີ 2023 ນີ້

ແຫຼ່ງຜະລິດພະລັງງານໄຟຟ້າຈາກກັງຫັນລົມ ແຫ່ງທຳອິດໃນ ສປປລາວ ຈະເລີ່ມທຳການຜະລິດກະແສໄຟຟ້າໃນກາງປີ 2023 ນີ້

Published on

ທ່ານ ຈ້າວວາລິດ ຄັນໄຈຍາພໍາ (Chaovalit Khunchaiyaphum) ຜູ້ອຳນວຍການພາກສະໜາມ ແລະ ທ່ານ ຄຣິຕາວິດ ສິຣິວັດຕະນາປານ (Kritawit Sriwattanapan) ຜູ້ຈັດການພັດທະນາໂຄງການ ໄດ້ລາຍງານໃຫ້ ທ່ານ ທອງພັດ ອິນທະວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມຄະນະ ໃນໂອກາດລົງຢ້ຽມຢາມ, ຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງພະລັງງານລົມຂອງບໍລິສັດ ອີມແພັກ ເອັນເນີຈີເອເຊຍ ດີວີລົບເມັ້ນ ຈໍາກັດ (Impact Energy Asia Development) ໃນວັນທີ 1 ມີນາ 2023 ໄດ້ຮັບຊາບວ່າ: ໂຄງການຜະລິດໄຟຟ້າຈາກກັງຫັນລົມ 600 ເມກາວັດ ໄດ້ຮັບການພັດທະນາໂດຍ ບໍລິສັດ ອີມແພັກ ເອັນເນີຈີເອເຊຍ ດີວີລົບເມັ້ນ ຈໍາກັດ ເຊິ່ງໄດ້ຮັບການອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ (MOU) ຮ່ວມກັບ ລັດຖະບານລາວ ໃນປີ 2011 ເພື່ອໄດ້ດໍາເນີນການສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກ ໂດຍມີການຕິດຕັ້ງເສົາວັດແທກເກັບຂໍ້ມູນລົມ 5 ຈຸດ ເປັນເວລາ 9 ປີ. ມາຮອດວັນນທີ 07 ສິງຫາ 2015 ເຈົ້າຂອງໂຄງການຈຶ່ງໄດ້ຮັບການອະນຸມັດເຊັນສັນຍາພັດທະນາໂຄງການ ຫຼື PDA. ຕໍ່ມາ ລັດຖະບານ ໄດ້ອະນຸມັດໃຫ້ເຊັນສັນຍາສຳປະທານໂຄງການ (CA).

อาจเป็นรูปภาพของ 7 คน, ผู้คนกำลังยืน และ กลางแจ้ง

ທ່ານ ກ່າວຕື່ມວ່າ: ເພື່ອຮັບປະກັນເຮັດໃຫ້ ໂຄງການສາມາດກໍ່ສ້າງສໍາເລັດ ແລະ ເປີດຜະລິດກະແສໄຟຟ້າ (COD) ໃນປີ 2025, ບໍລິສັດຈະເລີ່ມລົງມືກໍ່ສ້າງວຽກໂຄງລ່າງພື້ນຖານ ໃນໄຕມາດທີ 1 ປີ 2023 ແລະ ພ້ອມກັນນັ້ນກໍ່ຈະລິເລີ່ມນໍາອຸປະກອນກົງຫັນລົມຊຸດທໍາອິດເຂົ້າມາເພື່ອຕິດຕັ້ງ ແລະ ໃຫ້ສາມາດຜະລິດໄຟຟ້າໄດ້ໃນໄຕມາດ 3 ປີ 2023. ໂຄງການດັ່ງກ່າວນີ້ຈະໃຊເ້ເວລາການກໍ່ສ້າງ 3 ປີ (ລວມທັງການກໍ່ສ້າງໂຄງການສາຍສົ່ງ), ມີອາຍຸສໍາປະທານໂຄງການ 25 ປີ ແລະ ມີມູນຄ່າການລົງທຶນຂອງໂຄງການທັງໝົດ 900 ລ້ານໂດລາສະຫະລັດ (ລວມທັງມູນຄ່າການກໍ່ສ້າງແລ່ວສາຍສົ່ງ 500 ກິໂລໂວນ ຈາກສະຖານີໄຟຟ້າກັງຫັນລົມ ຫາ ຊາຍແດນ ລາວ-ຫວຽດນາມ).

อาจเป็นรูปภาพของ 9 คน, ผู้คนกำลังยืน และ กลางแจ้ง

ປັດຈຸບັນໂຄງການໄດ້ວ່າຈ້າງ ບໍລິສັດ ອິນໂນກຣີນ ເອັນຈິເນຍຣິ້ງ ຈຳກັດ (ສປປ ລາວ) ແລະ ກຣີນເນີ ຄອນຊາວເຕີນ ຈຳກັດ (ປະເທດຣາຊາອານາຈັກໄທ) ພ້ອມກັນດຳເນີນການປະເມີນຜົນກະທົບຕໍ່ສິ່ງແວດລ້ອມແບບລະອຽດ ແລະ ແຜນຄຸ້ມຄອງ ແລະ ຕິດຕາມ ກວດກາສິ່ງແວດລ້ອມ. ຊຶ່ງໂຄງການດັ່ງກ່າວ ກວມເອົາ 2 ເມືອງ ຂອງ 2 ແຂວງຄື: ເມືອງດາກຈຶງ, ແຂວງເຊກອງ ແລະ ເມືອງຊານໄຊ, ແຂວງອັດຕະປື. ໂຄງການດັ່ງກ່າວ ເປັນໂຄງການທີ່ແນໃສ່ການພັດທະນາແບບຍືນຍົງ ໂດຍໂຄງການຈະໃຊ້ພະລັງງານຈາກລົມນໍາມາຜະລິດກະແສໄຟຟ້າ ຊຶ່ງເປັນພະລັງງານທີ່ສະອາດ ແລະ ເປັນພະລັງງານທົດແທນທີ່ມີຄວາມຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເພື່ອຫຼຸດຜ່ອນການນຳໃຊ້ພະລັງງານເຊື້ອໄຟ ແລະ ພະລັງງານຊະນິດອື່ນໆ ທີ່ມີຢູ່ຢ່າງຈໍາກັດ, ພ້ອມກັນນັ້ນ ຍັງຈະຊ່ວຍຫຼຸດຜ່ອນການປ່ອຍທາດອາຍພິດເຮືອນແກ້ວ ຊຶ່ງເປັນສາເຫດໜຶ່ງທີ່ເຮັດໃຫ້ເກີດມີສະພາວະໂລກຮ້ອນ. ໂຄງການຜະລິດໄຟຟ້າຈາກກັງຫັນລົມແຫ່ງທຳອິດແຫ່ງນີ້ ຈະປະກອບມີການຕິດຕັັັັ້ງເສົາຈຳນວນ 148 ຕົ້ນ (ນໍາໃຊ້ເນື້ອທີ່ 0,272 ຮຕ/ຕົ້ນ), ມີ 2 ລະດັບຄື:

  1. ເສົາກັງຫັນລົມສູງ 140 ແມັດ, ມີກຳລັງການຜະລິດໄຟຟ້າ 4 ເມກາວັດ ຕໍ່ຕົ້ນ, ຄວາມໄວຂອງລົມຕ່ຳສຸດ 2,5 ແມັດ ຕໍ່ວິນາທີ, ຄວາມໄວຂອງລົມສູງສຸດ 9,7 ແມັດ ຕໍ່ວິນາທີ, ນຳໃຊ້ລຸ້ນໃບພັດ 3 ໃບ, ມີຄວາມຍາວຂອງໃບພັດ 80,8 ແມັດ, ເສັ້ນຜ່າສູນກາງ 165 ແມັດ, ເນື້ອທີ່ໃບພັດ 21,362 ຕາແມັດ;
  2. ເສົາກັງຫັນລົມ ສູງ 110 ແມັດ, ມີກຳລັງການຜະລິດໄຟຟ້າ 4,5 ເມກາວັດ ຕໍ່ຕົ້ນ, ຄວາມໄວຂອງລົມຕ່ຳສຸດ 3 ແມັດ ຕໍ່ວິນາທີ, ຄວາມໄວຂອງລົມສູງສຸດ 10,5 ແມັດ ຕໍ່ວິນາທີ, ນຳໃຊ້ລຸ້ນໃບພັດ 3 ໃບ, ມີຄວາມຍາວຂອງໃບພັດ 83,9 ແມັດ, ເສັ້ນຜ່າສູນກາງ 171 ແມັດ, ເນື້ອທີ່ໃບພັດ 22,965 ຕາແມັດ.

อาจเป็นรูปภาพของ 3 คน, กลางแจ้ง, ต้นไม้ และ ข้อความพูดว่า "WA115 20221203 203"

ນອກຈາກນັ້ນ ຍັງຈະມີການກໍ່ສ້າງເສັ້ນທາງທີ່ມີຄວາມກ້ວາງ 6 ແມັດ ພ້ອມທັງສ້າງມີຮ່ອງລະບາຍນໍ້າລຽບຕາມເສັ້ນທາງ ແລະ ລະບົບສາຍເກັບໄຟຟ້າຂະໜາດ 35 ກິໂລໂວນ ແບບຝັງດິນເບື້ອງລະ 1 ແມັດ ລວມເປັນ 8 ແມັດ ເພື່ອເຂົ້າຫາເສົາກັງຫັນລົມ ແລະ ຈຸດເກັບໄຟຟ້າຈາກຈາກກັງຫັນລົມ ຈຳນວນ 148 ຕົ້ນ ເພື່ອເຊື່ອມຕໍ່ສະຖານີໄຟຟ້າຍ່ອຍ 110 ກວ ທັງ 5 ສະຖານີ ພາຍໃນພື້ນທີ່ໂຄງການ. ຫຼັງຈາກນັ້ນຈະໄດ້ສ້າງສາຍສົ່ງເທິງພື້ນດິນຂະໜາດແຮງສູງ 115 ກວ ແລະ 35 ກວ ເພື່ອເກັບໄຟຟ້າຈາກທັງ 5 ສະຖານີຍ່ອຍມາເຊື່ອມຕໍ່ກັບສະຖານີຫຼັກ 500 ກວ ຂອງໂຄງການ.

ແຫຼາງຂ່າວ ສູນຂ່າວພະລັງງານ ແລະ ບໍ່ແຮ່

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...