ແຫຼ່ງທ່ອງທ່ຽວໃນຫຼວງພະບາງ ຈະໄດ້ຮັບການພັດທະນາໂດຍນັກລົງທຶນຈີນ

ບໍລິສັດ ຈາກ ສປ. ຈີນ ກຽມສຶກສາຄວາມເປັນໄປໄດ້ໃນໄລຍະ 1 ປີ ຕໍ່ການລົງທຶນພັດທະນາເສດຖະກິດຢູ່ລຸ່ມແມ່ນໍ້າຂອງ ໃນເມືອງ ປາກອູ ແລະ ເມືອງ ຈອມເພັດ ຄຽງຄູ່ກັບການພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນຢູ່ນະຄອນຫຼວງພະບາງ ແລະ ເມືອງຊຽງເງີນ.

ທ້າຍອາທິດທີ່ຜ່ານມາ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈລະຫວ່າງບໍລິສັດ ຢຸນນານ ເທີລິ່ງ ລົງທຶນຜູ້ດຽວຈຳກັດ ກັບ ພະແນກແຜນການ ແລະ ການລົງທຶນ ແຂວງ ຫຼວງພະບາງ; ພ້ອມດຽວກັນນັ້ນກໍມີບໍລິສັດ ຈິ່ງລານ ທ່ອງທ່ຽວ ຈຳກັດ ຮ່ວມລົງນາມ ໃນການສຳຫຼວດຄວາມເປັນໄປໄດ້ຂອງການລົງທຶນພັດທະນາເຂດເສດຖະກິດລຸ່ມແມ່ນໍ້າຂອງຢູ່ເຂດບ້ານ ຄົກຂາມ ແລະ ບ້ານ ຫ້ວຍຂາງ ເມືອງປາກອູ; ບ້ານຫ້ວຍຍໍ້, ບ້ານຖີ່ນໂຮງ ແລະ ບ້ານແກ້ງແຄນ ເມືອງຈອມເພັດ;  ແລະ ພັດທະນາແຫຼ່ງທ່ອງທ່ຽວຄົບວົງຈອນບໍລິເວນບ້ານແອນສະຫວັນ ເມືອງຊຽງເງີນ ແລະ ບ້ານຊຽງລ້ອມ ນະຄອນຫຼວງພະບາງ.

ທ່ານນາງ ສິລິພອນ ສຸພັນທອງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ໃຫ້ຮູ້ວ່າ: ບໍລິສັດ ຢຸນນານ ເທີລິ່ງ ລົງທຶນຜູ້ດຽວຈຳກັດ ໄດ້ຮັບການອະນຸມັດຈາກເຈົ້າແຂວງ ໃຫ້ເປັນຜູ້ສຳຫຼວດ ແລະ ສຶກສາຄວາມເປັນໄປໄດ້ຂອງໂຄງການພັດທະນາການທ່ອງທ່ຽວຄົບວົງຈອນ ຢູ່ບໍລິເວນບ້ານແອນສະຫວັນ ເມືອງຊຽງເງີນ ແລະ ບ້ານຊຽງລ້ອມ ນະຄອນຫຼວງພະບາງ, ຈະສຶກສາ ແລະ ສຳຫຼວດຄວາມເປັນໄປໄດ້ໃນການລົງທຶນພັດທະນາເສດຖະກິດລຸ່ມແມ່ນໍ້າຂອງຢູ່ແຂວງຫຼວງພະບາງ ໂດຍທີ່ບໍລິສັດຈະໄດ້ຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງຂອງລັດ, ສຸມໃສ່ 5 ກິດຈະກຳຫຼັກ ເພື່ອປະເມີນຜົນກະທົບຕໍ່ສີ່ງແວດລ້ອມ ໃຫ້ສອດຄ່ອງຕາມມາດຖານເຕັກນິກ ແລະ ສອດຄ່ອງກັບລະບຽບກົດໝາຍ ສປປ ລາວ.ຄື:

  • ສຳຫຼວດໂຄງການກໍ່ສ້າງທ່າເຮືອສິນຄ້າ ແລະ ຈຸດປ່ຽນຖ່າຍສິນຄ້າລຸ່ມແມ່ນໍ້າຂອງຢູ່ບ້ານ ຄົກ ຂ້າມໄປຫາບ້ານ ຫ້ວຍຂາງ ເມືອງປາກອູ.
  • ໂຄງການກໍ່ສ້າງທ່າເຮືອເພື່ອການທ່ອງທ່ຽວ ແລະ ຈຸດຊົມວິວຢູ່ເຂດບ້ານຫ້ວຍຍໍ້ ເມືອງຈອມເພັດ.
  • ໂຄງການພັດທະນາກະສິກຳ ກໍ່ສ້າງໂຮງງານອຸດສາຫະກຳແປຮູບຜົນປະລິດກະສິກຳ ເຂດບ້ານແກ້ງແຄນ.
  • ໂຄງການກໍ່ສ້າງສູນລວມການຊື້-ຂາຍສິນຄ້າ ເຊັ່ນ: ຜະລິດຕະພັນກະສິກຳ-ການກະເສດ, ຜະລິດຕະພັນແກະສະຫຼັກຈາກຫີນ-ໄມ້ ແລະ ເຄື່ອງໃຊ້ໃນຄົວເຮືອນຕ່າງໆ.

ບໍລິສັດໄດ້ວາງເງີນຄໍ້າປະກັນໄວ້ 10 ພັນໂດລາສະຫະລັດ ພ້ອມທັງຕີລາຄາຄວາມອາດສາມາດ ແລະ ປະເມີນຜົນໃນການລົງທຶນ ຂອງໄລຍະການສຶກສາ ແລະ ສຳຫຼວດ ແມ່ນຈະດຳເນີນໄປເປັນເວລາ 1 ປີ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ໂດຍບໍລິສັດໄດ້ວາງເງີນຄໍ້າປະກັນການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ຈຳນວນ 30 ພັນໂດລາສະຫະລັດ ແລະ ມອບເງີນຊຸກຍູ້ການເຄື່ອນໄຫວວຽກງານ 10 ພັນໂດລາສະຫະລັດຕື່ມອີກ.

ທ່ານ ວົງສະຫວັນ ເທບພະຈັນ ຮອງເຈົ້າແຂວງໆຫຼວງພະບາງ ໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງຂອງແຂວງຕ້ອງເປັນເຈົ້າການປະສານສົມທົບໃຫ້ການຮ່ວມມືກັບ 2 ບໍລິສັດ ໃນການສຳຫຼວດ-ອອກແບບ ຕາມເນື້ອໃນບົດບັນທຶກ ແລະ ສອດຄ່ອງກັບກົດໝາຍຢ່າງເຂັ້ມງວດ, ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້.

 

 

 

 

 

ຮຽບຮຽງໂດຍ: ບຸນມີ ຄຳມີໄຊ

ແຫຼ່ງຂ່າວ: ໜັງສືພິມເສດຖະກິດ-ການຄ້າ