ເຈົ້າເມືອງສາມັກຄີໄຊ ອອກຄໍາສັ່ງກ່ຽວກັບການແກ້ໄຂບັນຫາສັດລ້ຽງ

0
2297

ເຈົ້າເມືອງສາມັກຄີໄຊ ອອກຄໍາສັ່ງກ່ຽວກັບການແກ້ໄຂບັນຫາສັດລ້ຽງ (ປະເພດ ແບ້, ງົວ ແລະ ຄວາຍ)ທີ່ປ່ອຍຊະຊາຍໃນເທດສະບານເມືອງ.

ອີງຕາມ ກົດຫມາຍປົກຄອງທ້ອງຖິ່ນແຫ່ງ ສປປລາວ ( ສະບັບປັບປັບ ) ສະບັບເລກທີ 68 /ສປຊ, ລົງວັນທີ 14 ທັນວາ 2015 ມວດທີ IV ມາດຕາ 40 ວ່າດ້ວຍສິດ ແລະ ຫນ້າທີ່ຂອງເຈົ້າເມືອງ.
ອີງຕາມ ຂໍ້ຕົກລົງຂອງເຈົ້າເມືອງ-ເມືອງ ສາມັກຄີໄຊ ສະບັບເລກທີ 767/ຈມ, ລົງວັນທີ 04 ທັນວາ 2018 ວ່າດ້ວຍການຄຸ້ມຄອງ ແລະ ບໍລິການຕົວເມືອງ ໃນເທດສະບານເມືອງ ສາມັກຄີໄຊ.
ອີງຕາມ ກອງປະຊຸມອົງການປົກຄອງແຂວງປະຈໍາງວດທີ I ປີ 2023 ໃນຄັ້ງວັນທີ 20-21 ເມສາ 2023. ອີງຕາມ ຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງພະນັກງານ ອພບຕ ລົງຊຸກຍູ້ຕິດຕາມກວດກາຄຸ້ມຄອງວຽກງານທີ່ຕິດ ພັນກັບສາຍຕັ້ງ ສະບັບເລກທີ 15/ອພບຕ, ລົງວັນທີ 6 ເມສາ 2023.

ເພື່ອເຮັດໃຫ້ມີຄວາມສະອາດຈົບງາມ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນເທດສະບານເມືອງ ສາມັກຄີໄຊ.
ເຈົ້າເມືອງອອກຄໍາສັ່ງ:
1. ຄອບຄົວໃດຫາກມີສັດລ້ຽງ, ມີພື້ນທີ່ເຫມາະສົມ, ມີຄອກກັກຂັງ ແມ່ນໃຫ້ຈໍາກັດຂອບເຂດບໍລະເວນ ສັດລ້ຽງຂອງຕົນໂດຍບໍ່ໃຫ້ອອກໄປສ້າງຄວາມເສຍຫາຍຕໍ່ເຂດສາທາລະນະ ຫຼື ສ່ວນບຸກຄົນອື່ນເດັດ
ຂາດ.
2. ຄອບຄົວໃດຫາກມີສັດລ້ຽງແຕ່ບໍ່ມີພື້ນທີ່ເຫມາະສົມ, ບໍ່ມີຄອກກັກຂັງ, ປ່ອຍປະລະເລີຍ ແລະ ສ້າງ ຄວາມເສຍຫາຍຕໍ່ເຂດສາທາລະນະ ຫຼື ສ່ວນບຸກຄົນອື່ນແມ່ນໃຫ້ເຄື່ອນຍ້າຍສັດດັ່ງກ່າວອອກພາຍໃນ ໃນກໍານົດເວລາ 15 ວັນ, ເລີ່ມແຕ່ວັນອອກຄໍາສັ່ງສະບັບນີ້ເປັນຕົ້ນໄປ.
3. ຖ້າຫາກຄອບຄົວໃດຝ່າຝືນແມ່ນທາງ ອົງການຈັດຕັ້ງທີ່ກ່ຽວຂ້ອງ ຈະໄດ້ຮ່ວມກັບອໍານາດການປົກຄອງ ບ້ານດໍາເນີນການສຶກສາອົບຮົມ, ປັບໃຫມ, ຫຼື ຢຶດສັດລ້ຽງດັ່ງກ່າວຕາມລະບຽບການ.
ດັ່ງນັ້ນ, ຈຶ່ງໄດ້ອອກຄໍາສັ່ງໃຫ້ເຈົ້າຂອງສັດລ້ຽງຮັບຊາບ ແລະ ຈົ່ງພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ.