ຮູບເງົາເລື່ອງ Fifty shades Darker ຖືກສັ່ງຫ້າມສາຍໃນລາວ

ເຮັດໃຫ້ແຟນໆຮູບເງົາເລື່ອງ Fifty shades Darker  ຊາວລາວຕ້ອງຜິດຫວັງໄປຕາມໆກັນ ເມື່ອຮູບເງົາຄວາມຮັກ (ແນວອິໂຣຕິກ ສຳລັບຜູ້ຊົມອາຍຸ 20+) ຢ່າງ Fifty shades Darker ທີ່ມີແຜນຈະເຂົ້າສາຍໃນໂຮງຮູບເງົາບ້ານເຮົາ ເພື່ອຕ້ອນຮັບວັນວາເລນທາຍນີ້ ຕ້ອງໄດ້ຖືກລະງັບການສາຍ ເນື່ອງຈາກເມື່ອວັນທີ 10 ກຸມພາ 2017 ທາງກະຊວງວັດຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ມີໜັງສືສັ່ງຫ້າມໃຫ້ທຸກໂຮງຮູບເງົາໃນ ສປປ ລາວ ສາຍຮູບເງົາເລື່ອງດັ່ງກ່າວເດັດຂາດ ເພາະຮູບເງົາ Fifty shades Darker ມີເນື້ອຫາລາມົກອານາຈານ ເຊິ່ງຂັດຕໍ່ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງລາວ

916

ສຳລັບຄົນທີ່ຈະເບິ່ງຮູບເງົາເລື່ອງນີ້ຕ້ອງມີອາຍຸ 20 ປີຂຶ້ນໄປເທົ່ານັ້ນ ເພາະເປັນຮູບເງົາຮັກຮ້ອນແຮງກະຊາກເສື້ອຜ້າສ່ວນເທິງສ່ວນລຸ່ມແບບສຸດໆ ເບິ່ງແລ້ວອາດເຮັດໃຫ້ທ່ານເກີດອາການວູ໊ບໆວ໊າບໃນໃຈໄດ້ ດັ່ງຢ່າເບິ່ງຮູບເງົາເລື່ອງນີ້ຄົນດຽວ ຫຼື ເບິ່ງກັບຍິງ-ຊາຍ ທີ່ບໍ່ແມ່ນຄູ່ຮັກຂອງທ່ານເດັດຂາດ. ສຳລັບຄົນທີ່ສົງໃສວ່າຮູບເງົາເລື່ອງນີ້ມັນມີເນືອຫາບໍ່ເໝາະສົມພຽງໃດ ຈິ່ງເຖິງຂັ້ນຖືກສັງລະງັບການສາຍໃນໂຮງຮູບເງົາບ້ານເຮົາ ມື້ນີ້ແອັດກໍ່ມີຕົວຢ່າງຮູບເງົາເລື່ອງນີ້ມາໃຫ້ເບິ່ງ.