ອົດສະຕາລີປະເຊີນໜ້າກັບນໍ້າຖ້ວມໜັກ 20.000ຄອບຄົວຕ້ອງອົບພະຍົບຈາກຖິ່ນຖານ

ສຳນັກຂ່າວຕ່າງປະເທດລາຍງານຈາກປະເທດອົດສະຕາລີ ເມື່ອວັນທີ 4 ກຸມພາ 2019 ວ່າ ສຳນັກງານອຸຕຸນິຍົມວິທະຍາແຫ່ງຊາດຂອງອົດສະຕາລີ ລາຍງານສະຖານະການນໍ້າຖ້ວມໃນລັດຄວິນແລນ ໂດຍສະເພາະເມືອງທາວສະວິວ ທີ່ຕິດຢູ່ແຄມຝັ່ງທາງຕາເວັນອອກສຽງເໜືອ ແມ່ນຢູ່ໃນຂັ້ນວິກິດ ສົ່ງຜົນກະທົບໃຫ້ປະຊາຊົນກວ່າ 20.000 ຄອບຄົວຕ້ອງອົບພະຍົບອອກຈາກພື້ນທີ່ຕັ້ງແຕ່ອາທິດທີ່ຜ່ານມາ ແຕ່ຍັງບໍ່ມີລາຍງານຜູ້ເສຍຊີວິດ ຫຼື ຜູ້ສູນຫາຍ ໂດຍລະດັບນໍ້າຖ້ວມຂັງສະສົມສູງກວ່າ 1 ແມັດ ໃນໄລຍະເວລາພຽງອາທິດດຽວ ເຊິ່ງມີສາເຫດມາຈາກປະລິມານຝົນທີ່ຕົກລົງມາຢ່າງໜັກໃນຊ່ວງເວລາດັ່ງກ່າວຫຼາຍກວ່າຄ່າສະເລ່ຍຕະຫຼອດປີເຖິງ 20 ເທົ່າ ແລະ ທຳລາຍສະຖິຕິໄພພິບັດຄັ້ງໃຫຍ່ໃນພື້ນທີ່ ທີ່ເຄີຍເກີດຂຶ້ນເມື່ອປີ 1998.

ຂະນະທີ່ສະຖານະການໃນເມືອງ ອິງແຮມ ເຊິ່ງຢູ່ຫ່າງຈາກເມືອງທາວສະວິວຂຶ້ນໄປທາງເໜືອ ມີປະລິມານນໍ້າສະສົມຫຼາຍເຖິງ 506 ມິນລິແມັດ ພາຍໃນໄລຍະເວລາພຽງ 24 ຊົ່ວໂມງ ເມື່ອໄລຍະວັນເສົາ-ວັນອາທິດທີ່ຜ່ານມາ. ທາງການທ້ອງຖິ່ນໄດ້ຮັບຄວາມຊ່ວຍເຫຼືອຈາກກອງທັບທີ່ລະດົມເປົາຂີ້ຊາຍມາວາງກັ້ນນໍ້າຖ້ວມ ແລະ ຊ່ວຍອົບພະຍົບປະຊາຊົນ, ແຕ່ກໍ່ມີຄຳເຕືອນເຖິງປະຊາຊົນໃຫ້ມີສະຕິລະວັງຕົວຢູ່ຕະຫຼອດເວລາ ເນື່ອງຈາກວ່າເຈົ້າໜ້າທີ່ຈຳເປັນຕ້ອງເປີດປະຕູເຂື່ອນເພື່ອລະບາຍນໍ້າອອກ ແລະ ເພື່ອຮອງຮັບປະລິມານນໍ້າຝົນທີ່ຈະຕົກລົງມາຮອບໃໝ່ໃນອາທິດນີ້.

ໃນຊ່ວງໄລຍະຕົ້ນປີຂອງທຸກໆປີ ອົດສະຕາລີຈະປະເຊີນໜ້າກັບສະພາບອາກາດຮ້ອນຈັດ ແລະ ອິດທິພົນຈາກພາຍຸ ຫຼື ມໍລະສຸມ ແຕ່ໃນປີນີ້ມີຄວາມຮຸນແຮງກວ່າປີທີ່ຜ່ານມາ.

 

ຮຽບຮຽງຂ່າວ: ບຸດສະດີ ສາຍນໍ້າມັດ
ແຫຼ່ງຂໍ້ມູນ: dailynews