Homeຂ່າວທ້ອງຖິ່ນຫຼວງພະບາງແຈ້ງງົດຈັດງານເຄົ້າດາວ-ງານປະເພນີຂອງເຜົ່າມົ້ງ ແລະ ເຜົ່າກຶມມຸ

ຫຼວງພະບາງແຈ້ງງົດຈັດງານເຄົ້າດາວ-ງານປະເພນີຂອງເຜົ່າມົ້ງ ແລະ ເຜົ່າກຶມມຸ

Published on

ຫ້ອງການແຂວງຫຼວງພະບາງ ອອກແຈ້ງການໃນວັນທີ 11 ທັນວາ 2020 ທີ່ຜ່ານມາ ກ່ຽວກັບການຈັດບຸນສົ່ງທ້າຍປີເກົ່າ 2020 ຕ້ອນຮັບປີໃໝ່ 2021 ແລະ ບຸນກິນຈຽງຂອງເຜົ່າມົ້ງ, ບຸນປົດປີຂອງເຜົ່າກຶມມຸ ປະຈຳປີ 2020.

ເພື່ອສືບຕໍ່ປະຕິບັດບັນດາມາດຕະການປ້ອງກັນພະຍາດໂຄວິດ-19 ຕາມແຈ້ງການເລກທີ 1291/ຫສນຍ, ລົງວັນທິ 26/11/2020. ສຳລັບການຈັດງານສົ່ງທ້າຍປີເກົ່າ 2020 ຕ້ອນຮັບປີໃໝ່ 2021 ແມ່ນໃຫ້ແຕ່ລະສຳນັກງານ, ອົງງການ, ຄອບຄົວ, ໃຫ້ຈັດຢູ່ເຮືອນ, ສຳນັກງານຂອງໃຜລາວຕາມເງື່ອນໄຂຄວາມເໝາະສົມ, ບໍ່ໃຫ້ຈັດໃຫຍ່, ບໍ່ໃຫ້ຈັດລວມ, ບໍ່ມີການເຄົ້າດາວ. ຖ້າບ້ານ, ເມືອງ-ນະຄອນໃດຈະຈັດລວມສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ຕ້ອງໄດ້ຮັບອະນຸຍາດຈາກເຈົ້າເມືອງ, ເຈົ້ານະຄອນ ແລະ ຕ້ອງຮັບປະກັນມາດຕະການປ້ອງກັນການລະບາດຂອງໂຄວິດ-19 ຢ່າງເຂັ້ມງວດ.

ສະເພາະບຸນກິນຈຽງຂອງເຜົ່າມົ້ງ, ບຸນປົດປີຂອງເຜົ່າກຶມມຸ ປະຈຳປີ 2020. ແມ່ນເຫັນດີໃຫ້ຈັດພາຍໃນຄອບຄົວ ແລະ ຢູ່ພາຍໃນບ້ານຂອງໃຜລາວຕາມຮີດຄອງປະເພນີ ແຕ່ຕ້ອງຮັບປະກັນມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ບໍ່ໃຫ້ມີການຈັດຄອນເສີດ, ບໍ່ໃຫ້ມີການຫາລາຍໄດ້ ແລະ ງານມ່ວນຊື່ນອື່ນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...