ສະຖານນີຂົນສົ່ງໂດຍສານສາຍໃຕ້ ​ໄດ້ເພີ່ມຈຳນວນລົດ 30 ຄັນ ຮອງຮັບຜູ້ໂດຍສານໄລຍະ ບຸນປີໃໝ່ລາວ

ສະຖານນີຂົນສົ່ງໂດຍສານສາຍໃຕ້-ສາຍຕ່າງປະເທດ ໄດ້ເພີ່ມຈຳນວນລົດໂດຍສານຈຳນວນ 30 ຄັນ ຈາກ 60 ຄັນມາເປັນ 90 ຄັນ ເພື່ອຮອງຮັບຈຳນວນຜູ້ໂດຍສານ ທີ່ຈະເດີນທາງໄປສະຖານທີ່ຕ່າງໆໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 ນີ້

ທ່ານ ວັນເພັງ ສີສຸກ, ຜູ້ອຳນວຍການ ສະຖານີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້-ສາຍຕ່າງປະເທດ ໄດ້ກ່າວ​ຕໍ່ສື່ມວນຊົນ ໃນວັນທີ 8 ເມສາ 2019 ນີ້ວ່າ: ປັດຈຸບັນ ສະຖານນີຂົນສົ່ງໂດຍສານສາຍທາງໄກ ສາຍໃຕ້-ສາຍຕ່າງປະເທດ ມີຄວາມກຽມພ້ອມໃຫ້ບໍລິການແກ່ພໍ່ແມ່ປະຊາຊົນ, ພະນັກງານ, ທະຫານຕຳຫຼວດ ທີ່ຈະເດີນທາງກັບບ້ານ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2562 ດ້ວຍການເພີ່ມລົດໂດຍສານ ໃນແຕ່ລະມື້ປະມານ 30 ຄັນ ຈາກປົກກະຕິ 60 ຄັນ ເປັນ 90 ຄັນ ເພື່ອຮັບປະກັນບໍ່ໃຫ້ມີຜູ້ໂດຍສານຕົກຄ້າງ, ສ່ວນລາຄາແມ່ນປົກກະຕິ ແລະ ຈະບໍ່ໄດ້ຂຶ້ນລາຄາເດັດຂາດ. ສຳລັບບັນຫາຫາງສຽງກ່ຽວກັບຕັ່ງເສີມນັ້ນ ສະເພາະລົດທີ່ອອກຈາກຄິວ ແມ່ນຮັບປະກັນວ່າບໍ່ມີຕັ່ງເສີມ, ຊື້ປີ້ນຳສະຖານີແມ່ນຈະບໍ່ໄດ້ນັ່ງຕັ່ງເສີມ ນອກຈາກວ່າ ຜູ້ໂດຍສານຈະຂຶ້ນລົດຢູ່ຕາມສາຍທາງ ເມື່ອບໍ່ມີບ່ອນນັ່ງຈຳເປັນຕ້ອງໄດ້ໃຊ້ຕັ່ງເສີມ.

ທ່ານ ວັນເພັງ ສີສຸກ ຍັງໄດ້ຮຽກຮ້ອງມາຍັງຜູ້ໂດຍສາຍທຸກໆທ່ານ ທີ່ຈະເດີນທາງນຳ ສະຖານີຂົນສົ່ງໂດຍສານ ສາຍທາງໄກ ສາຍໃຕ້-ສາຍຕ່າງປະເທດພວກເຮົາ ແມ່ນຂໍໃຫ້ມາຂຶ້ນລົງຢູ່ສະຖານີເລີຍ ເພື່ອຮັບປະກັນບໍ່ໃຫ້ມີຫາງສຽງຕ່າງໆ ເປັນຕົ້ນໄດ້ນັ່ງຕັ່ງເສີມ, ເກັບຄ່າໂດຍສານແພງ, ເຄື່ອງຂອງເສຍຫາຍບໍ່ມີຄົນຮັບຜິດຊອບ ແລະ ອື່ນໆ. ພ້ອມທັງຮຽກຮ້ອງໃຫ້ຜູ້ໂດຍສານ ຕິດຕາມລົດໂດຍສານທີ່ຈະເດີນທາງໄປຕາມສາຍທາງຕ່າງໆ ເນື່ອງຈາກວ່າໄລຍະບຸນປີໃໝ່ ຄາດວ່າຈະມີຜູ້ໂດຍສານມາໃຊ້ບໍລິການຫຼາຍ.

ສະນັ້ນ, ລົດໂດຍສານບາງຖ້ຽວ ຈະບໍ່ອອກຕາມໂມງປົກກະຕິ ລົດເຕັມຄັນໃດແມ່ນຈະອອກໄປເລີຍ, ເຊິ່ງຈະເລີ່ມເປີດສະຖານີໂດຍສານແຕ່ 04:00 ໂມງ ແລະ ປິດ 22:00 ໂມງ.

ຂຽນໂດຍ: ແຟນຊິສ ສະຫວັນຄຳ