ລາຍການ Squid Game ມີຜູ້ບາດເຈັບໃນຂະນະຈັດລາຍການ

0
2855

Netflix ຜູ້ໃຫ້ບໍລິການດ້ານວິດີໂອ ຫຼື ໜັງ ລາຍໃຫຍ່ຂອງອາເມຣິກາ ຢືນຢັນວ່າ ມີຜູ້ເຂົ້າແຂ່ງຂັນ 3 ຄົນ ໄດ້ຮັບການຮັກສາໂຕ ໃນລະຫວ່າງການຖ່າຍລາຍການຣຽວລິຕີ້ Squid Game: The Challenge.

ຫຼາຍໆຄົນ ຄົງຈະຮູ້ກ່ຽວກັບໜັງ Squid Game ເປັນໜັງທີ່ນິຍົມໃນຊ່ວງໜຶ່ງ ຈົນຕ້ອງເຫັນກະແສຂອງຫຼາຍໆຄົນທັງເດັກນ້ອຍ ແລະ ຜູ້ໃຫຍ່ແຕ່ງໂຕເປັນຕົວລະຄອນໃນໜັງນີ້ ປັດຈຸບັນມີເກມໂຊທີ່ສ້າງຈາກໜັງ Squid Game ນີ້ ຢູ່ໃນລະຫວ່າງຖ່າຍລາຍການທີ່ ຄາດິງຕັນ ສະຕູດິໂອ ຂອງອັງກິດ ທີ່ປະກອບມີຜູ້ແຂ່ງຂັນທັງໝົດ 456 ຄົນ ເພື່ອຊິງລາງວັນ 4,56 ລ້ານໂດລາສະຫະລັດ ຫຼື ປະມານ 76 ຕື້ກີບ.

ເຊິ່ງທາງ Netflix ໄດ້ກ່າວວ່າ ມີຜູ້ບາດເຈັບຈາກລາຍການນີ້ 3 ຄົນ ໄດ້ຮັບການຮັກສາດ້ວຍອາການບໍ່ຮຸນແຮງ ພ້ອມລະບຸວ່າ ບໍລິສັດໃຫ້ຄວາມໃສ່ໃຈກ່ຽວກັບສຸຂະພາບ ແລະ ຄວາມປອດໄພຂອງນັກສະແດງ ແລະ ທີມງານ.

ທັ້ງນີ້ໃນລາຍການນັ້ນ ກໍມີແພດໝໍປະຈຳໄວ້ຕະຫຼອດເວລາ ແລະ ໄດ້ລົງທຶນໃນຂັ້ນຕອນຄວາມປອດໄພທີ່ເໝາະສົມທັງໝົດ.

ແຫຼ່ງຂ່າວ theguardian