spot_img
Homeຂ່າວພາຍ​ໃນລັດຖະບານໄທ ສະເໜີໃຫ້ທຶນ ນັກສຶກສາລາວໄປສຶກສາຕໍ່ທີ່ປະເທດໄທ 300 ກວ່າທຶນ

ລັດຖະບານໄທ ສະເໜີໃຫ້ທຶນ ນັກສຶກສາລາວໄປສຶກສາຕໍ່ທີ່ປະເທດໄທ 300 ກວ່າທຶນ

Published on

ໃນໂອກາດເຂົ້າພົບປະກັບ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ ເມື່ອບໍ່ດົນມານີ້, ທ່ານ ອະເນກ ເຫລົ່າທຳມະທັດ ລັດຖະມົນຕີວ່າການ ກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ ໄດ້ຕາງໜ້າລັດຖະບານໄທ ໄດ້ສະເໜີໃຫ້ທຶນການສຶກສາແກ່ນັກຮຽນລາວ ໄປສຶກສາຕໍ່ທີ່ຣາຊະອານາຈັກໄທ ລະດັບປະລິນຍາຕີ, ປະລິນຍາໂທ ແລະ ປະລິນ ຍາເອກ ໃນສາຂາຕ່າງໆ ເພື່ອເປັນການສືບຕໍ່ເສີມສ້າງສາຍພົວພັນຮ່ວມມື ລະຫວ່າງສອງຊາດ ລາວ-ໄທ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ທ່ານ ອະເນກ ເຫລົ່າທຳມະທັດ ໄດ້ກ່າວວ່າ: ການມາຢ້ຽມຢາມ ສປປ ລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ແມ່ນມີຈຸດປະສົງ ແລະ ເປົ້າໝາຍຫລັກຢາກຈະປະ ກອບສ່ວນສະໜັບສະໜູນທຶນການສຶກສາໃຫ້ແກ່ນັກສຶກສາລາວ ທີ່ບໍ່ເປັນທາງການ ຈຳນວນ 300 ກວ່າທຶນ. ໃນນັ້ນ, ທຶນປະລິນຍາຕີ 85 ທຶນ, ປະລິນຍາໂທ 150 ກວ່າທຶນ ແລະ ປະລິນຍາເອກ 80 ກວ່າທຶນ ໃນສາຂາວິຊາຊີບຕ່າງໆ. ແນວໃດກໍຕາມ, ການພົບປະແລກປ່ຽນໃນຄັ້ງນີ້ ຖ້າຫາກວ່າທາງລັດຖະບານ ສປປ ລາວ ມີຄວາມສົນໃຈຢາກຈະໄດ້ທຶນການສຶກສາໃດເປັນພິເສດ ກໍສາມາດແຈ້ງມາໄດ້ ເຊິ່ງລັດຖະບານໄທ ພ້ອມທີ່ຈະສະໜັບສະໜູນຢ່າງເຕັມທີ່ ເພື່ອສືບຕໍ່ສ້າງສາຍພົວພັນມິດຕະພາບທີ່ດີລະຫວ່າງໄທ-ລາວ, ລາວ-ໄທ ໃຫ້ມີຄວາມແໜ້ນແຟ້ນຂຶ້ນກວ່າເກົ່າ.

ໂອກາດນີ້, ທ່ານ ພຸດ ສິມມາລາວົງ ກໍໄດ້ກ່າວສະແດງຄວາມຕ້ອນຮັບ ຄະນະນຳກະຊວງອຸດົມການສຶກສາ ວິທະຍາສາດ ວິໄຈ ແລະ ນະວັດຕະກຳ ແຫ່ງຣາຊະອານາຈັກໄທ ທີ່ໄດ້ມາຢ້ຽມຢາມເພື່ອແລກປ່ຽນຄຳຄິດຄຳເຫັນ ແນໃສ່ສືບຕໍ່ເສີມສ້າງການຮ່ວມມືສາຍພົວພັນທີ່ດີງາມ ແລະ ເປັນມິດຕະພາບທີ່ດີ ລະຫວ່າງສອງຊາດ ລາວ-ໄທ. ປັດຈຸບັນທາງກະຊວງສຶກສາທິການ ແລະ ກິລາ ກໍໄດ້ມີການໂຮມກັນໃໝ່ຫລາຍຂະແໜງການເຊັ່ນກັນ ແນວໃດກໍດີ, ຂໍສະແດງຄວາມຂອບໃຈເປັນຢ່າງສູງທີ່ທາງລັດຖະບານໄທ ໄດ້ສະເໜີໃຫ້ ການສະໜັບສະໜູນທຶນການສຶກສານັ້ນ, ເຊິ່ງທາງ ສປປ ລາວ ແມ່ນມີຄວາມຕ້ອງຫລາຍ. ສະນັ້ນ, ຈະໄດ້ນຳເອົາການສະເໜີນີ້ໄປຄົ້ນຄວ້າ-ປຶກສາຫາລືກັນ ເພື່ອເຮັດແນວໃດຈະສາ ມາດຕອບສະໜອງ ໃຫ້ແທດເໝາະກັບສະພາບຕົວຈິງໃນປັດຈຸບັນ.
ຂໍ້ມູນ: ກະຊວງສຶກສາທິການ ແລະ ກິລາ

ແຫຼ່ງຂໍ້ມູນ: ກະຊວງສຶກສາທິການ ແລະ ກິລາ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...