ພາຍຸທອນນາໂດທີ່ ອາເມລິກາ ມີຄົນຕາຍແລ້ວ 12 ຄົນ!!


ຍອດຊາວອາເມລິກາ ເສຍຊີວິດຈາກ ພາຍຸທອນນາໂດກຳລັງແຮງ ເພິ່ມຂື້ນ 12 ຄົນ ບ້ານເຮືອນພັງເສຍຫາຍຈຳນວນຫຼາຍ  ໂດຍໃນລັດອາຄັນຊໍ ມີຜູ້ເຄາະຮ້າຍຕາຍເຖີງ 11 ຄົນ ສ່ວນທີ່ໂອກາໂຮມາ ອີກ 1 ຄົນ .
ອົງການຂ່າວຕ່າງປະເທດ ລາຍງານເມື່ອ 28 ເມສາ ວ່າ ອິດທິພົນຂອງພາຍຸທອນນາໂດ ຫຼາຍລູກແລະມີກຳລັງແຮງ ເຄື່ອນໂຕຖະລົ່ມພາກກາງແລະພາກໃຕ້ ຂອງສະຫະລັດອາເມລິກາ ເມື່ອວັນອາທິດທີ່ຜ່ານມາ ຕາມເວລາທ້ອງຖິ່ນ ເປັນເຫດໃຫ້ ມີຜູ້ເສຍຊີວິດແລ້ວຢ່າງນ້ອຍ 12 ຄົນ ໂດຍທີ່ລັດອາຄັນຊໍ ປະສົບໄພທອນນາໂດຫຼາຍສຸດ ໂດຍສະເພາະເມືອງລິດເຕິນ ຣອກ ມີຜູ້ເສຍຊີວິດເຖີງ 11 ຄົນ ຂະນະທີ່ລັດ ໂອກາໂຮມາ ມີຜູ້ເສຍຊີວິດ 1 ຄົນ ໂດຍຄວາມແຮງຂອງພາຍຸ ທອນາໂດໃດ້ເຮັດໃຫ້ຕົ້ນໄມ້ຫັກໂຄ່ນ ແລະ ອາຄານບ້ານເຮືອນ ຮວມທັ້ງຕຶກເປັນຈຳນວນຫຼາຍ ໃດ້ຮັບຄວາມເວຍຫາຍຢ່າງໜັກ .

 

ກຸ້ງຄຳ ແສນມະນີ