ນາຍົກພ້ອມພັນລະຍາ ເດິນທາງເຄົາລົບສົບ ສົມເດັດວິບູນ ປັນຍາ ຮອງນາຍົກກຳປູເຈຍ

ວັນທີ 18 ມີນາ 2017 ພະນະທ່ານ ທອງລຸນ ສີສຸລິດ ນາຍຍົກລັດຖະມົນຕີ ແຫ່ງ ສ.ປປ ລາວ ພ້ອມດ້ວຍ ທ່ານນາງ ນາລີ ສີສຸລິດ ພັນລະຍາ ແລະຄະນະເດີນທາງ ໄປວາງພວງມາລາ ເຄົາລົບສົບ ສົມເດັດ ວິບູນ ປັນຍາ ຊົກອັນ ຮອງນາຍົກລັດຖະມົນຕີປະເທດກຳປູເຈຍ ທີ່ໄດ້ເຖິງແກ່ມໍລະນະກຳ ໃນວັນທີ 15 ມີນາ 2017 ທີ່ຜ່ານມາ ລວມອາຍຸໄດ້ 66 ປີ.

ສົມເດັດ ວິບູນ ປັນຍາ ສົກອັນ ເກີດເມື່ອວັນທີ 16 ເມສາ 1950 ທີ່ບ້ານກຳປົງ ເມືອງຄີຣີວົງ ແຂວງຕາແກ້ວ ໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາຜູ້ແທນກຳປູເຈຍຈາກເຂດເລືອກຕັ້ງແຂວງຕາແກ້ວ ໃນການເລືອກຕັ້ງທົ່ວໄປປີ 2003 ສັງກັດພັກປະຊາຊົນກຳປູເຈຍ ຫຼ້າສຸດເປັນຮອງນາຍົກລັດຖະມົນຕີກຳປູເຈຍແລະລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ເປັນຜູ້ມີອາວຸໂສສູງສຸດໃນລັດຖະບານກຳປູເຈຍຊຸດປັດຈຸບັນ ຮອງຈາກ ສົມເດັດ ຮຸນ ເຊນ ນາຍົກລັດຖະມົນຕີ.