ທຫລ ພາກໃຕ້ສົ່ງເສີມ ແລະ ຄຸ້ມຄອງສະຖາບັນການເງິນ

0
2086

ທະ­ນາ­ຄານ​ແຫ່ງ ສປປ ລາວ ພາກ​ໃຕ້​ແຂວງ​ຈຳ­ປາ​ສັກ ໄດ້​ເອົາ­ໃຈ­ໃສ່​ຢ່າງ​ຈິງ​ຈັງ ຕໍ່​ວຽກ​ງານ​ການ​ສົ່ງ­ເສີມ ແລະການ​ຄຸ້ມ​ຄອງ​ບັນ­ດາ​ສະ​ຖາບັນ​ການ​ເງິນ​ຈຸ​ລະ​ພາກ ແລະສະ­ຫະ­ກອນ​ສິນ​ເຊື່ອ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ບົນ​ທ່າ­ແຮງ​ໃນ​ການ​ໝູນ​ໃຊ້ແຫຼ່ງ​ທຶນ​ທ້ອງ​ຖີ່ນ​ພັດ­ທະ­ນາ​ເສດ­ຖະ­ກິດ ພ້ອມ​ກ້າວ​ຍົກ​ລະ­ດັບ​ກາຍ­ເປັນ​ສະ­ມາ­ຄົມ ທີ່​ມີ​ຄວາມ​ເຂັ້ມ­ແຂງ​ໃນການ​ໃຫ້​ສິນ​ເຊື່ອ.

ທ່ານ ນະ ຈັນ​ຕະ​ລິ​ວົງ ຫົວ­ໜ້າ​ທະ​ນາຄານ​ແຫ່ງ ສປປ ລາວ​ພາກ​ໃຕ້, ໄດ້​ໃຫ້ສຳ­ພາດ​ຕໍ່​ນັກ​ຂ່າວ​ໜັງ­ສື­ພິມ​ເສດ­ຖະ­ກິດ-ສັງ­ຄົມ ປະ­ຈຳ​ແຂວງ​ໃຫ້​ຮູ້­ເມື່ອ​ບໍ່​ດົນ​ມານີ້​ວ່າ: ທະ­ນາ­ຄານ​ແຫ່ງ ສປປ ລາວ ພາກ​ໃຕ້ແມ່ນ​ເປັນ​ເສ­ນາ​ທິ​ການ​ໃຫ້​ຄະ­ນະ​ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ ກ່ຽວ​ກັບ​ວຽກ​ງານ​ການ​ເງິນ, ເງິນ­ຕາ ແລະ​ເປັນ​ທີ່​ປຶກ­ສາ​ທາງ​ດ້ານ​ການ​ເງິນໆ ຕາ​ໃຫ້​ແກ່​ອຳ­ນາດ​ການ​ປົກ­ຄອງ​ທ້ອງ​ຖີ່ນ​ຢູ່​ໃນ 4 ແຂວງ​ພາກ​ໃຕ້, ຊຶ່ງ​ມີ­ໜ້າ ທີ່​ຫຼັກໆ​ແມ່ນ​ປະ­ກອບ­ສ່ວນ​ໃນ​ການ​ຮັກສາ​ສະ­ຖຽນ​ລະ​ພາບ​ເງິນ­ຕາ​ຂອງ​ຊາດ ໃຫ້​ມີ​ຄວາມ​ໝັ້ນ​ທ່ຽງ, ຄຸ້ມ​ຄອງ​ບັນ­ດາທະ­ນາ­ຄານ ແລະ​ສະ​ຖາ​ບັນ​ການ​ເງິນ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ, ໂດຍ​ສະ­ເພາະ​ແມ່ນ​ຄຸ້ມ​ຄອງ​ບັນ­ດາ​ທະ­ນາ­ຄານ​ທີ່​ມາ​ເຄື່ອນໄຫວ​ທຸ­ລະ​ກິດ​ຢູ່​ພາຍ​ໃນ 4 ແຂວງ​ພາກໃຕ້ ແລະ​ບັນ­ດາ​ສະ​ຖາ​ບັນ​ການ​ເງິນ​ທີ່ເຄື່ອນ​ໄຫວ​ທຸ­ລະ​ກິດ.

ປະ­ຈຸ​ບັນ​ຢູ່ 4 ແຂວງ​ພາກ​ໃຕ້​ມີ​ສາ­ຂາທະ­ນາ­ຄານ​ທຸ­ລະ​ກິດ​ທັງ​ໝົດ 24 ສາ­ຂາ, ມີ 74 ໜ່ວຍ​ບໍ­ລິ­ການ, ມີ​ສະ​ຖາ​ບັນ​ການ ເງິນ​ຈຸ​ລະ​ພາກ​ທີ່​ເຄື່ອນ​ໄຫວ​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ດູ​ແລ​ທັງ​ໝົດ 16 ແຫ່ງ, ໃນ​ນັ້ນ​ມີ​ສະ­ຫະ­ກອນ​ສິນ​ເຊື່ອ ແລະ​ເງິນຝາກ​ປະ­ຢັດ 8 ແຫ່ງ, ສະ​ຖາ​ບັນ​ການ​ເງິນຈຸ​ລະ​ພາກ​ບໍ່​ຮັບ​ເງິນ​ຝາກ 3 ແຫ່ງ, ສະ​ຖາບັນ​ການ​ເງິນ​ຈຸ​ລະ​ພາກ​ທີ່​ຮັບ​ເງິນ​ຝາກ 1 ແຫ່ງ, ໂຮງ​ຊວດ​ຈຳ 2 ແຫ່ງ ແລະບໍ­ລິ­ສັດ​ເຊົ່າ​ສິນ​ເຊື່ອ 2 ແຫ່ງ, ສ່ວນ​ໃຫຍ່​ແມ່ນ​ໄດ້​ເຄື່ອນ​ໄຫວ​ທຸ­ລະ​ກິດ​ພາຍ​ໃນ ແຂວງ​ຈຳ­ປາ​ສັກ ຊຶ່ງ​ບັນ­ດາ​ສະ​ຖາ​ບັນ​ການ​ເງິນ​ດັ່ງ­ກ່າວ​ສ່ວນ​ໃຫຍ່​ແມ່ນ​ເກີດມາ​ຈາກ​ກອງ​ທຶນ​ພັດ­ທະ­ນາ​ບ້ານ, ມີ​ກອງ​ທຶນ​ບ້ານ​ທັງ​ໝົດ 517 ກອງ​ທຶນ, ຂອງ​ຈຳນວນ 666 ບ້ານ, ຕາມ​ການລົງ​ເກັບ​ກຳ​ຂໍ້​ມູນ​ໃນ​ເບື້ອງ​ຕົ້ນ​ແມ່ນ​ມີ​ມູນ​ຄ່າ​ທັງ​ໝົດ 96 ຕື້​ກີບ, ພາຍ­ຫຼັງ​ທີ່​ໄດ້​ມີ​ການ​ປັບ­ປຸງ, ເກັບ​ກຳ​ຂໍ້​ມູນ ແລະ​ລົງ​ສຳ​ຫຼວດ​ເອົາ​ຈຳນວນ​ສະ­ມາ­ຊິກ ແລະ​ຄັດ​ເລືອກ​ເອົາ​ກອງທຶນ​ໃດ​ທີ່​ເຫັນ​ວ່າ​ສາ­ມາດ​ຍົກ​ລະ­ດັບ​ເປັນສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ໄດ້, ດັ່ງ ນັ້ນ​ມາ​ໃນ​ຕົ້ນ​ປີ 2016 ພວກ​ເຮົາ​ສາ­ມາດສະ­ຫຼຸບ​ຍອດ​ຊັບ​ສິນ​ຂອງ​ທັງ​ໝົດ 16 ແຫ່ງ ມີ​ຈຳ­ນວນ​ເງິນ 85 ຕື້​ກີບ, ໃນ​ນັ້ນ ຂອງສະຫະ­ກອນ​ສິນ​ເຊື່ອ ແລະ​ຮັບ​ເງິນ​ຝາກປະ­ຢັດ​ມີ​ປະ­ມານ 22 ຕື້​ກີບ, ຊຶ່ງ​ສ່ວນ​ໃຫຍ່ແມ່ນ​ຂອງ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກທີ່​ຮັບ​ເງິນ​ຝາກ​ປະ­ມານ 50 ຕື້​ກີບ.

ທ່ານ ນະ ຈັນ​ຕະ​ລິ​ວົງ ໃຫ້​ຮູ້​ຕື່ມ​ວ່າ: ຄຽງ​ຄູ່​ກັບ​ການ​ສົ່ງ­ເສີມ​ບັນ­ດາ​ສະ​ຖາບັນ​ການ​ເງິນ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ແລ້ວ ທະ­ນາ­ຄານ​ແຫ່ງ ສປປ ລາວ ພາກ​ໃຕ້ ຍັງ​ໄດ້​ເອົາ­ໃຈ­ໃສ່​ໃນ​ການ​ຄຸ້ມ​ຄອງ​ຕິດຕາມ​ຢ່າງ​ເປັນ​ປະ­ຈຳ​ໃນ​ແຕ່​ລະ 3 ເດືອນ 6 ເດືອນ ແລະ​ປະ­ຈຳ​ປີ, ນອກ­ຈາກ​ນີ້​ບັນດາ​ສະ​ຖາ​ບັນ​ການ​ເງິນ​ຍັງ​ໄດ້​ສົ່ງ​ລາຍ​ງານ ເພື່ອ​ໃຫ້​ສາ­ມາດ​ຕິດ­ຕາມ​ການ​ເຄື່ອນໄຫວ​ຢ່າງ​ເປັນ​ປົກ­ກະ­ຕິ, ຊຶ່ງ​ເຮັດ​ໃຫ້​ສາ­ມາດ​ມີ​ສະ­ຫະ­ກອນ​ສິນ​ເຊື່ອ​ດີ­ເດັ່ນ​ໃນ​ການ­ເຄື່ອນ­ໄຫວ​ທຸ­ລະ​ກິດ​ຄື: ສະ­ຫະ­ກອນ​ສິນ​ເຊື່ອ​ເງິນ​ຝາກ​ປະ­ຢັດ​ບ້ານ​ຫົວ​ແຊຈະ­ເລີນ​ແລະ​ສະ­ຫະ­ກອນ​ສິນ​ເຊື່ອ​ເງິນ​ຝາກ​ປະ­ຢັດ​ບ້ານ​ໜອງ​ໄຮ​ໂຄກ​ສອງ​ສາມ​ປີ​ຊ້ອນ, ປະ­ຈຸ​ບັນ​ແມ່ນ​ໄດ້​ສຶບ​ຕໍ່​ໃນ​ການເອົາ­ໃຈ­ໃສ່​ຕິດ­ຕາມ​ດູ​ແລ​ຄຸ້ມ​ຄອງ​ການ​ບໍ­ລິ­ຫານ​ຂອງ​ສະ​ຖາ​ບັນ​ການ​ເງິນ​ຈຸ​ລະ​ພາກ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ຂຶ້ນ​ກວ່າ​ເກົ່າ​ໄປ​ຄຽງ​ຄູ່​ກັບ​ກາ​ສົ່ງ­ເສີມ​ຍົກ​ລະ­ດັບ​ບັນ­ດາ​ສະ­ຫະ­ກອນ​ສິນ​ເຊື່ອ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ເຊັ່ນ​ດຽວ​ກັນ ແລະ​ໃນ​ເວ­ລາ​ນີ້​ພວກ​ເຮົາ​ກຳ­ລັງ​ປັບ­ປຸງ​ຍົກ​ລະດັບ​ບັນ­ດາ​ສະ­ຫະກອນ​ໃຫ້​ກາຍ­ເປັນ​ສະ­ມາ­ຄົມ​ສິນ​ເຊື່ອ​ທີ່​ມີ​ຄວາມ​ເຂັ້ມ­ແຂງ ແລະ​ຄາດ​ວ່າ​ສະ­ມາ­ຄົມ​ດັ່ງ­ກ່າວ​ຈະ​ໃຫ້​ເກີດຢ່າງ​ເປັນ​ຮູບ​ປະ​ທຳ​ໃນ​ທ້າຍ​ປີ 2016 ນີ້.

ທີ່ມາ: logo