spot_img
Homeຂ່າວທ້ອງຖິ່ນ​ລັດກຳນົດ 3 ທິດທາງໃນແຜນ​ພັດທະນາ​ເສດ​ຖະກິດ​-​ສັງຄົມແຫ່ງ​ຊາດ 5 ປີ

​ລັດກຳນົດ 3 ທິດທາງໃນແຜນ​ພັດທະນາ​ເສດ​ຖະກິດ​-​ສັງຄົມແຫ່ງ​ຊາດ 5 ປີ

Published on

ອີງຕາມການລາຍງານຈາກ ໜັງສືພິມປະຊາຊົນ ໃຫ້ຮູ້ວ່າ ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນ ພຶດສະພາ 2020 ໄດ້ເປີດຂຶ້ນ ໃນວັນທີ 21 ແລະ ປິດລົງໃນ ວັນທີ 22 ພຶດສະພາ 2020, ພາຍໃຕ້ການເປັນປະທານ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະມົນຕີ,  ສະມາຊິກລັດຖະບານເຂົ້າຮ່ວມ ຢ່າງພ້ອມພຽງ ເຊິ່ງກອງປະຊຸມໄດ້ພິຈາລະນາບັນຫາສໍາຄັນຕ່າງໆ.

ບົດ​ລາຍ​ງານ​ກ່ຽວ​ກັບ ຄວາມ​ຄືບ​ໜ້າ​ໃນ​ການ​ປັບປຸງ ຮ່າງ​ແຜນ​ພັດທະນາ​ເສດ​ຖະກິດ​-​ສັງຄົມ ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX (2021-2025) ທີ່​ສະເໜີ ໂດຍ​ກະຊວງ​ແຜນການ ແລະ ການ​ລົງທຶນ, ຜ່ານ​ການຮັບ​ຟັງ​ການ​ລາຍ​ງານ​ກອງປະຊຸມ ໄດ້​ຕີ​ລາຄາ​ວ່າ​ແຜນພັດທະນາ​ເສດ​ຖະ​ກິດ​-​ສັງ ຄົມ 5 ປີ ຄັ້ງ​ທີ IX ເປັນ​ແຜນທີ່​ມີ​ຄວາມ​ສໍາ​ຄັນ ແລະ ພັດທະ​ນາ​ຕາມ 3 ທິດ​ນຳ ຄື:

1). ນໍາ​ພາ​ປະເທດ​ບັນລຸ​ເງື່ອນໄຂ​ການ​ພົ້ນ​ອອກ​ຈາກ​ສະຖານະ​ພາບ​ປະເທດ​ດ້ອຍ​ພັດທະນາ, ປະຕິບັດ​ເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ ຮອດ​ປີ 2030 ແລະ ການ​ເຕີບ​ໂຕ​ສີຂຽວ;

2). ແກ້​ໄຂ​ຈຸດ​ອ່ອນ, ຂໍ້ຄົງຄ້າງ ແລະ ອຸປະສັກ ຂອງ​ການ​ພັດທະນາ​ເສດ​ຖະ ກິດ-​ສັງຄົມ ໃນ​ໄລຍະ​ຜ່ານ​ມາ ແລະ ສິ່ງ​ທ້າ​ທາຍ​ໃນ ໄລຍະ​ໃໝ່ ດ້ວຍ​ການ​ນໍາ​ໃຊ້​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ປະເທດ ໃຫ້​ມີ​ປະສິດທິພາບ ແລະ ປະສິດ​ທິ​ຜົນ ຕາມ​ທິດ​ຄຸນ​ນະ​ພາບ, ສີຂຽວ, ຍືນ​ຍົງ ແລະ ມີ​ຈຸດ​ສຸມ;

3). ເສີມ​ຂະຫຍາຍ​ປັດ​ໄຈ ແລະ ທ່າແຮງ​ບົ່ມ​ຊ້ອນ​ຂອງ​ຊາດ ເພື່ອ​ສ້າງ​ພື້ນຖານ​ໃຫ້​ແກ່​ຄວາມ​ເຂັ້ມແຂງ ແລະ ເປັນ​ເຈົ້າ​ຕົນ​ເອງ ທາງ​ດ້ານ​ເສດ​ຖະ​ກິດ ເປັນ​ກ້າວໆ; ກອງ​ປະຊຸມ ໄດ້​ຊີ້​ນໍາ​ໃຫ້​ກະຊວງ​ແຜນການ ແລະ ການ​ລົງທຶນນໍາ​ເອົາ​ຮ່າງ​ແຜນ​ພັດທະນາ ເສດ​ຖະ​ກິດ​-​ສັງຄົມ 5 ປີ ຄັ້ງ​ທີ IX ໄປ​ປັບປຸງ​ຕາມ​ການ​ປະ​ກອບ​ຄໍາ​ເຫັນ​ຂອງ​ສະມາຊິກ​ລັດຖະບານ ເພື່ອ​ເຮັດ​ໃຫ້​ຮ່າງ​ແຜນ​ດັ່ງກ່າວມີ​ເນື້ອ​ໃນ​ຄົບ​ຖ້ວນ​ຊັດ​ເຈນ, ຮັດກຸມ ແລະ ສອດຄ່ອງ​ກັບ​ສະພາບ​ການ​ພັດທະນາ​ຕົວ​ຈິງ​ຂອງ​ປະເທດ​ເຮົາ ໂດຍ​ສະເພາະ​ບັນດາ​ຄາດ ໝາຍ​ສູ້​ຊົນ​ຕ່າງໆ ກ່ອນ​ນໍາ​ສະເໜີ​ຕໍ່​ກອງ​ປະຊຸມ ສູນ​ກາງ ແລະ ກອງ​ປະຊຸມ​ສະພາ​ແຫ່ງ​ຊາດ ພິຈາລະນາ​ຮັບ​ຮອງ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...