spot_img
Homeຂ່າວທ້ອງຖິ່ນເລກໝາຍໂທລະສັບ ແລະ ຊິມເນັດ ຈະຕ້ອງໄດ້ຂຶ້ນທະບຽນຄືນໃໝ່

ເລກໝາຍໂທລະສັບ ແລະ ຊິມເນັດ ຈະຕ້ອງໄດ້ຂຶ້ນທະບຽນຄືນໃໝ່

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ຫ້ອງການ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ວ່າ: ເພື່ອເປັນການຄຸ້ມຄອງການນໍາໃຊ້ເລກໝາຍໂທລະສັບໃນໄລຍະໃໝ່ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍດີ ຈຶ່ງຈໍາເປັນຕ້ອງໄດ້ມີການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດຄືນໃໝ່. ເຊິ່ງຈະເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 01/07/2020 ເຖິງ 31/12/2020, ໂດຍການແບ່ງອອກເປັນສາມໄລຍະດັ່ງນີ້:

ໄລຍະທີໜຶ່ງ, ວັນທີ 01/7/2020-30/11/2020 ແມ່ນໃຫ້ລົງທະບຽນເລກໝາຍໂທລະສັບ ແລະ ອິນເຕີເນັດ ທີ່ໄດ້ນໍາໃຊ້ຄືນໃໝ່ທັງໝົດ ແລະ ບໍ່ອະນຸຍາດໃຫ້ເລກໝາຍໃໝ່ທີ່ບໍ່ທັນຂຶ້ນທະບຽນສາມາດນໍາໃຊ້ໄດ້ເດັດຂາດ.

ສໍາລັບໄລຍະທີສອງ, ວັນທີ 01/12/2020-31/12/2020 ເບີທີ່ຍັງບໍ່ຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດ ແມ່ນຍັງຮັບໂທລະສັບໄດ້ ແຕ່ບໍ່ສາມາດໂທອອກໄດ້ (ຍົກເວັ້ນເບີສຸກເສີນ) ແລະ ບໍ່ສາມາດຫຼີ້ນເນັດໄດ້ ແຕ່ຍັງຈະຮັກສາມູນຄ່າທີ່ຍັງເຫຼືອໄວ້ໃນລະບົບ.

ສະເພາະໄລຍະສຸດທ້າຍ, ຫຼັງຈາກວັນທີ 31/12/2020, ເບີທີ່ຍັງບໍ່ທັນຂຶ້ນທະບຽນ ເລກໝາຍ ໂທລະສັບ ແລະ ຊິມເນັດ ຈະຖຶກລົບອອກຈາກລະບົບຢ່າງຖາວອນ, ແຕ່ບໍລິສັດຜູ້ໃຫ້ບໍລິການສາມາດເປິດຄືນໃຫ້ຜູ້ນໍາໃຊ້ເລກໝາຍໂທລະສັບ ແລະ ຊິມເນັດຄືນໃໝ່ ຖ້າຫາກເບີດັ່ງກ່າວ ໄດ້ຮັບການຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດສໍາເລັດ.

ດັ່ງນັ້ນ, ຂໍແຈ້ງໃຫ້ຜູ້ນໍາໃຊ້ເລກໝາຍໂທລະສັບ ແລະ ຊິມເນັດ ໃຫ້ມາຂຶ້ນທະບຽນ ໃຫ້ຖຶກຕ້ອງຕາມລະບຽບການຂອງກະຊວງ ປທສ ໃນເວລາທີ່ກໍານົດໄວ້.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...