spot_img
Homeຂ່າວຕ່າງປະເທດໜີໂຄວິດ-19! ທ່ອງທ່ຽວໄທມີແຜນເລື່ອນຈັດກິດຈະກຳສົງການໄປຈັດໃນເດືອນກໍລະກົດແທນ

ໜີໂຄວິດ-19! ທ່ອງທ່ຽວໄທມີແຜນເລື່ອນຈັດກິດຈະກຳສົງການໄປຈັດໃນເດືອນກໍລະກົດແທນ

Published on

ທ່ອງທ່ຽວໄທມີແຜນເລື່ອນງານກິດຈະກຳມ່ວນຊື່ນໃນຊ່ວງສົງການອອກໄປຈັດໃນເດືອນກໍລະກົດແທນ ເພື່ອໜີວິກິດໂຄວິດ-19, ໜີໄພແລ້ງເດືອນເມສາ ແລະ ຜູ້ປະກອບການຫຼາຍຈັງຫວັດບໍ່ຢາກໃຫ້ມີການຍົກເລີກຈັດກິດຈະກຳ.

ສຳນັກ ຂ່າວສົດ ແຫ່ງປະເທດໄທ ລາຍງານເມື່ອວັນທີ 11 ມີນາ 2020 ວ່າ ທ່ານ ຍຸດທະສັກ ສຸພະສອນ ຫົວໜ້າວ່າການອົງການທ່ອງທ່ຽວແຫ່ງປະເທດໄທ ເປີດເຜີຍວ່າ ມີແຜນທີ່ຈະເລື່ອນການຈັດກິດຈະກຳເທດສະການເຢັນທົ່ວລ້າ ມະຫາສົງການ ຈາກເດືອນເມສານີ້ ອອກໄປຈັດໃນວັນທີ 4-7 ເດືອນກໍລະກົດ 2020 ເຊິ່ງກົງກັບວັນພັກຍາວໃນຊ່ວງວັນເຂົ້າພັນສາ ເຊິ່ງເປັນການຕົກລົງເຫັນດີຈາກທາງລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ກິລາ ສ່ວນທີ່ເຫຼືອແມ່ນຈະຂໍຄວາມເຫັນຈາກທາງພາກເອກະຊົນວ່າຈະເຫັນດີນຳ ຫຼື ບໍ່.

ທັງນີ້ແມ່ນໄດ້ມອບໝາຍໃຫ້ຮອງຜູ້ວ່າອົງການທ່ອງທ່ຽວທີ່ດູແລກິດຈະກຳໄປສອບຖາມພາກເອກະຊົນວ່າການເລື່ອນກິດຈະກຳຫຼິ້ນນໍ້າອອກໄປ ເພື່ອເປັນການຮອງຮັບນັກທ່ອງທ່ຽວຕ່າງປະເທດ ທີ່ປົກກະຕິໃນແຕ່ລະປີກໍ່ຈະມີນັກທ່ອງທ່ຽວເຂົ້າມາທ່ຽວຊົມກິດຈະກຳຫົດນໍ້າດຳຫົວ ແລະ ສາດນໍ້າອອກໄປເພື່ອໃຫ້ເກີດຄວາມມ່ວນຊື່ນ.

ການຈັດເທສະການສົງການ ຫຼື ປີໃໝ່ ທາງດ້ານປະເພນີມັນບໍ່ສາມາດເລື່ອນໄດ້ ແຕ່ໃນສ່ວນທີ່ເລື່ອນຄືກິດຈະກຳການຫຼິ້ນນໍ້າ ກິດຈະກຳທີ່ສ້າງຄວາມມ່ວນຊື່ນໃຫ້ກັບນັກທ່ອງທ່ຽວເທົ່ານັ້ນ.

ທ່ານ ຍຸດທະສັກ ໄດ້ກ່າວວ່າ: ເທົ່າທີ່ສອບຖາມແຕ່ລະຈັງຫວັດສ່ວນໃຫຍ່ແມ່ນບໍ່ຢາກຍົກເລີກກິດຈະກຳໃນງານສົງການ ແຕ່ເພື່ອຄວາມປອດໄພຈຳເປັນຕ້ອງເລື່ອນກິດຈະກຳອອກໄປ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...