spot_img
Homeຂ່າວທ້ອງຖິ່ນຕະຫຼາດໜອງຈັນລົນນະລົງຢຸດໃຊ້ພລາສຕິກແຫ່ງທຳອິດໃນລາວ

ຕະຫຼາດໜອງຈັນລົນນະລົງຢຸດໃຊ້ພລາສຕິກແຫ່ງທຳອິດໃນລາວ

Published on

ຕະຫຼາດໜອງຈັນກັບແນວຄິດລິເລີ່ມການຢຸດໃຊ້ພລາສຕິກແຫ່ງທຳອິດໃນ ສປປ ລາວ ໂດຍສະເພາະປະເພດຖົງຢາງ ເພື່ອຮັກສາສິ່ງແວດລ້ອມ ແລະ ຫຼຸດຜ່ອນພາວະໂລກຮ້ອນ ໂດຍການໃຫ້ແມ່ຄ້າຊາວຂາຍຫັນມາໃຊ້ຖົງເຈ້ຍໃນການຫຸ້ມຫໍ່ສິນຄ້າແທນ ແລະ ຮຽກຮ້ອງໃຫ້ລູກຄ້າຜູ້ທີ່ມາຈັບຈ່າຍຊື້ເຄື່ອງ ຖືຖົງຜ້າ ຫຼື ກະຕ່າມາພ້ອມທຸກຄັ້ງ.

ທ່ານ ໄພທອງ ວົງລາຕີ ຄະນະປະສານງານຕະຫຼາດໜອງຈັນ ໃຫ້ສຳພາດກັບນັກຂ່າວລາວໂພສ ເມື່ອວັນທີ 20 ພຶດສະພາ ນີ້ວ່າ ການລົນນະລົງຢຸດໃຊ້ພລາສຕິກທີ່ຕະຫຼາດໜອງຈັນໄດ້ເລີ່ມມີການປະຊາສຳພັນ ເພື່ອໃຫ້ຂໍ້ມູນກ່ຽວຜົນເສຍຂອງການໃຊ້ພລາສຕິກຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເຂົ້າໃຫ້ກັບແມ່ຄ້າຊາວຂາຍ ພ້ອມຜູ້ທີ່ມາຈັບຈ່າຍໃນຕະຫຼາດໃຫ້ເຫັນຄວາມສຳຄັນໃນການຮັກສາສິ່ງແວດລ້ອມ, ມົນລະຜິດ, ຄວາມຈົບງາມຂອງບ້ານເມືອງ ແລະ ພາວະໂລກຮ້ອນ, ເຊິ່ງເລີ່ມມາຕັ້ງແຕ່ວັນທີ 16 ມັງກອນ ຈົນເຖິງ 16 ພຶດສະພາ 2020 ລວມເປັນເວລາ 4 ເດືອນ ກ່ອນຈະມີການປະຕິບັດນຳໃຊ້ມາດຕະການຢຸດໃຊ້ພລາສຕິກຢ່າງຈິງຈັງໃນວັນທີ 17 ພຶດສະພາທີ່ຜ່ານມາ. ໃນນັ້ນ, ໄດ້ແບ່ງອອກເປັນ 2 ໝວດຄື: ສິນຄ້າທີ່ຈຳເປັນຕ້ອງໃຊ້ພລາສຕິກເປັນສິ່ງຫຸ້ມຫໍ່ເຊັ່ນ: ສິນຄ້າປະເພດຊີ້ນ, ອາຫານປະເພດປຽກຊຸ່ມ ຫຼື ອາຫານບາງຊະນິດຕ້ອງຫຸ້ມຫໍ່ດ້ວຍຖົງຢາງ ແລະ ສິນຄ້າທີ່ຫ້າມໃຊ້ຖົງຢາງພລາສຕິກເຊັ່ນ: ປະເພດເສື້ອຜ້າ, ເຄື່ອງແຫ້ງ, ໝາກໄມ້ ແລະ ຜັກ.

ທາງຕະຫຼາດໜອງຈັນໄດ້ມີຄະນະສະເພາະຂອງຕະຫຼາດລົງກວດກາ ພ້ອມໃຊ້ຄຳແນະນຳຕໍ່ແມ່ຄ້າຊາວຂາຍເປັນປະຈຳທຸກມື້ ໃນໄລຍະ 3 ວັນ ນັບຕັ້ງແຕ່ເລີ່ມປະຕິບັດກໍ່ມີບາງພາກສ່ວນທີ່ບໍ່ເຂົ້າໃຈ ແລະ ບໍ່ເຫັນດີຕໍ່ມາດຕະການດັ່ງກ່າວ ເຊິ່ງທາງຕະຫຼາດໜອງຈັນກໍ່ໄດ້ຊີ້ແຈງຕໍ່ພວກກ່ຽວ ແຕ່ຫຼາຍພາກສ່ວນກໍ່ໃຫ້ການຮ່ວມມື. ສຳລັບຜູ້ທີ່ຝ່າຝືນມາດຕະການຢຸດໃຊ້ພລາສຕິກ ຄັ້ງທຳອິດຈະຖືກເອີ້ນຂຶ້ນຫ້ອງການເຈົ້າໜ້າທີ່ຈະກ່າວຕັກເຕືອນ ພ້ອມເຮັດບົດບັນທຶກ, ຖ້າຜູ້ກ່ຽວຍັງເຮັດຜິດຄັ້ງທີສອງແມ່ນຈະຖືກປັບໄໝ ແຕ່ຖ້າມີຄັ້ງທີສາມ ຈະໄດ້ຮັບການລົງໂທດຂັ້ນສູງສຸດແມ່ນໃຫ້ຢຸດຕິການຂາຍ ເຊິ່ງມາດຕະການດັ່ງກ່າວນີ້, ແມ່ນຈະປະຕິບັດໃນໄລຍະຍາວແບບບໍ່ມີກຳນົດ ແຕ່ຈະມີການປັບປຸງໃຫ້ເໝາະສົມກັບຄວາມເປັນຈິງ.

ອີງຕາມການໃຫ້ສຳພາດຂອງແມ່ຄ້າຜູ້ໜຶ່ງໃນຕະຫຼາດໜອງຈັນໃຫ້ຮູ້ວ່າ ມາດຕະການດັ່ງກ່າວເປັນເລື່ອງທີ່ດີເພາະມັນຈະຊ່ວຍຮັກສາສິ່ງແວດລ້ອມ ແຕ່ມັນກໍ່ກະທົບກັບພໍ່ຄ້າຊາວຂາຍໃນດ້ານຕົ້ນທຶນ ເນື່ອງຈາກວ່າຖົງເຈ້ຍແມ່ນມີລາຄາແພງ 1 ຖົງ/2.000 ກີບ ເມື່ອຕົ້ນທຶນແພງຂຶ້ນກໍ່ເຮັດໃຫ້ກຳໄລຫຼຸດລົງ. ດັ່ງນັ້ນ, ໃນໄລຍະເລີ່ມຕົ້ນກໍ່ຍັງເຫັນວ່າ ຍັງມີການໃຊ້ຖົງພລາສຕິກຄວບຄູ່ກັບຖົງເຈ້ຍຢູ່.

 

ຂ່າວໂດຍ: ພຸດສະດີ

 

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...